ນັກວິຊາການ ຈາກຂະແໜງການປ່າໄມ້ ມະຫາວິທະຍາໄລ ແຫ່ງຊາດຂອງລາວ ສະແດງຄວາມຄິດ ເຫັນກ່ຽວກັບ ການສ້າງເຂື່ອນ ໃນລາວ
-
2008-02-13 -
-
-
ສປປລາວມີໂຄງການສ້າງເຂື່ອນທັງໝົດ 75ເຂື່ອນ ແຕ່ສໍາເຣັດໄປແລ້ວ 10ເຂື່ອນແລະອີກ 65ເຂື່ອນ ຍັງຢູ່ໃນໂຄງການ ທີ່ຈະສ້າງຕໍ່ໄປ. ນັກວິຊາການ ຂະແໜງປ່າໄມ້-ມະຫາວິທະຍາໄລ ແຫ່ງຊາດລາວ ໃຫ້ຄວາມຄິດເຫັນ ກ່ຽວກັບການກໍ່ສ້າງເຂື່ອນ ໃນສປປລາວວ່າ:
(ສຽງ)" ມີທັງຂໍ້ດີ ແລະຂໍ້ເສັຽເນາະ ເຮົາກໍລົງໄປ ມັນຈະມີຂໍ້ເສັຽຢູ່ວ່າ ມັນຈະເປັນການທໍາລາຍ ສີ່ງແວດລ້ອມ ທໍາລາຍ ປຫລ່ງທີ່ຢູ່ຂອງສັດ ຣະບົຍນິເວດ ອັນນັ້ນເປັນຂໍ້ເສັຽ ."
ຕໍ່ການສ້າງເຂື່ອນໃນລາວ ທ່ານໄດ້ກ່າວ ໄປຮອດຜົນກະທົບຕໍ່ ຊ້າງປ່າ ເນື່ອງຈາກ ມີການໄປທໍາລາຍ ແຫລ່ງອາຫານ ຂອງຊ້າງປ່າ ອັນເຮັດໃຫ້ຊ້າງປ່າເລົ່ານັ້ນ ອົບພະຍົບ ໄປອາໃສຢູ່ແຖບໄກ້ໆ ກັບເຂດ ທີ່ຊາວບ້ານອາໃສຢູ່ ແລະໄປທໍາລາຍ ເຄື່ອງປູກຂອງຝັງ ຂອງຊາວບ້ານ.
ສໍາລັບຂໍ້ດີ ໃນການສ້າງເຂື່ອນໃນລາວນັ້ນ ທ່ານໄດ້ກ່າວເຖີງ ຄວາມສາມາດ ໃນການແຈກຈ່າຍໄຟຟ້າ ໃຫ້ປະຊາຊົນ ທີ່ຢູ່ໃນເຂດ ຊົນນະບົດ-ຫ່າງໃກໄດ້ງ່າຍຂຶ້ນ ມີການຊ່ວຍເຫລືອ ດ້ານສາທາຣະນະສຸກ ການຄົມມະນາຄົມ ຈະດວກຂຶ້ນ ແລະຍັງສາມາດ ສ້າງຣາຍໄດ້ ໃຫ້ແກ່ປະເທດລາວ ໄດ້ອີກດ້ວຍ.
ພ້ອມດຽວກັນ ທ່ານຍັງໄດ້ກ່າວເຖີງ ທ່າແຮງ ໃນການສ້າງເຂື່ອນໄຟຟ້າ ນໍ້າຕົກຂອງລາວວ່າ:
(ສຽງ)" ເວົ້າເລື່ອງທ່າແຮງ ປະເທດລາວ ມີທ່າແຮງ ທາງດ້ານສັບພະຍາກອນ ທາງດ້ານນໍ້າ ສາມາດ ສ້າງເປັນເຂື່ອນ ໄດ້ເພາະສະນັ້ນ ເຮົາຈຶ່ງຫລີງເຫັນບັນຫາ ໃນອະນາຄົດ ເຮົາຈຶ່ງສ້າງຕົວນັ້ນ ບໍ່ແມ່ນວ່າ ເຮົາຊິຢາກສ້າງ ກໍສ້າງຂຶ້ນມາເນາະ ."
ແຕ່ເຖີງຢ່າງໃດ ທ່ານຍັງກ່າວ ມ້ວນທ້າຍວ່າ ທາງຣັດຖະບານ ແລະພາກສ່ວນທີ່ກ່ຽວຂ້ອງ ກໍມີການປະເມີນ ເຖີງຜົນໄດ້ຜົນເສັຽ-ຜົນກະທົບ ຕໍ່ຊາວບ້ານ ຕໍ່ສີ່ງແວດລ້ອມໜ້ອຍຫລາຍ ພຽງໃດ ໃນການທີ່ຈະສ້າງເຂື່ອນ ຢູ່ແຕ່ລະບ່ອນແລະວ່າ ການສ້າງເຂື່ອນ ຈະວ່າໄປແລ້ວ ກໍເປັນຜົນດີ ສໍາລັບສ່ວນຮວມ ແລະລາວ ກໍເປັນປະເທດ ທີ່ກໍາລັງພັດທະນາ ແລະການສ້າງເຂື່ອນ ກໍອາດຈະຊ່ວຍໃຫ້ ລາວລຸດພົ້ນ ອອກຈາກຄວາມຍາກຈົນ ໄດ້ແທ້ -ທ່ານກ່າວໃນທີ່ສຸດ.
ມະນີຈັນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ແຂວງບໍ່ແກ້ວ ລົງກວດກາ-ໃຫ້ຄວາມຮູ້ແກ່ປະຊາຊົນ ໃນເຂດທີ່ມີການຖາງປ່າ-ຈູດປ່າຫລາຍ ເພື່ອປ້ອງກັນບໍ່ໃຫ້ເກີດໄຟໃໝ້-ລາມເຂົ້າສູ່ພື້ນທີ່ປ່າໄມ້ ໃນຊ່ວງຣະດູແລ້ງ
- ທ່ານ ສິດທິໄຊ ໂຄສຸຣັດ ຣັດຖະມົນຕຣີ ຊ່ວຍວ່າ ການກະຊວງ ມະຫາດໃທ ຂອງໃທ ເຜີຍເຖີງການ ເຜີຍເຖີງການ ສະນັບສະໜູນ-ພັດທະນາການຄ້າ ເຊື່ອມໂຍງ ກັບປະເທດເພື່ອນບ້ານ
- ທາງກາຣ ສປປລາວ ປະຕິເສດທີ່ວ່າ ເຂຕບືງທາຕຫລວງ ຈະກາຍເປັນ ເມືອງໃໝ່ຂອງຈີນ ຕາມທີ່ມີຂ່າວ ຊ່າລືກັນ
- ທາງກາຣແຂວງຈຳປາສັກ ຢາກໃຫ້ພາຄສ່ວນ ເອກຊົນເຂົ້າມາລົງທຶນ ດ້ານກາຣຊຳຣະ ຂີ້ເຫຍື້ອ ໃນເຂຕເມືອງປາກເຊ ໃນຂັ້ນຕໍ່ໄປ ຍ້ອນກາຣບໍຣິກາຣ ຂອງພາຄຣັຖບໍ່ໄດ້ຜົລ
- ລາວຕຣຽມກາຣພັທນາ ຕາມເຂຕອ້ອມແອ້ມ ສະຖານີຣົຖໄຟ ແຫ່ງທຳອິດ ໃນປະເທດ ຢູ່ເຂຕບ້ານດົງໂພສີ ໃຫ້ເປັນເຂຕເສຖກິຈ
- ກຸ່ມຄ້າມະນຸດທັງໃນລາວແລະໄທ
- ຣັຖບາຍຍີ່ປຸ່ນ ໃຫ້ທຶນ ໃນການຈັດຕັ້ງ ໂຄງການຜລິດກະແສໄຟຟ້າ ແບບປະສົມປະສານ ທີ່ເມືອງໃໝ່ ເພື່ອມາທົດແທນ ແຫລ່ງຜລິດ ໄຟຟ້າເກົ່າ ທີ່ມີກໍາລັງການຜລິດ ບໍ່ພຽງພໍ
- ຈີນ ນໍາຢາເສບຕິດ ປະເພດປຸກອາຣົມທາງເພດ ໄປລັກຂາຍໃຫ້ກັບປະຊາຊົນ ໃນ ນະຄອນຫລວງວຽງຈັນ ແລະ ຕາມແຂວງຕ່າງໆ
- ຣັຖະບານລາວ ສົ່ງເສີມ ໃຫ້ປະຊາຊົນ ປູກຕົ້ນ ຢູກາລິບຕາສ ທົດແທນການທຳໄຮ່ ເລື່ອນລອຍ
- ການສໍ້ຣາດບັງຫລວງ ໃນ ປະເທດລາວ ຍັງມີຢ່າງແຜ່ຫລາຍ ຢູ່ເກືອບ ທຸກຂະແໜງ ການພັກ-ຣັດ