ໂຄງການຕ້ານໄພອຶດຢາກ ໃນແຂວງຫລວງນໍ້າທາ ຍັງມີບັນຫາ-ການປະກອບສ່ວນຂອງທາງຣັດຖະບານລາວ
-
2008-03-14 -
-
-
ໂຄງການຕ້ານໄພອຶດຢາກ ໃນແຂວງຫລວງນໍ້າທາ ມີຈຸດປະສົງເພື່ອບຸກເບີກທີ່ນາ ໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກ ເພື່ອທໍາການກະເສດ-ປູກພືດເພື່ອເສດຖະກິດ ໂດຍໄດ້ຮັບການຊ່ວຍເຫລືອດ້ານງົບປະມານຈາກ ສະຫະພາບຢູໂຣບຫລື EU.
ໃນການດໍາເນີນງານນັ້ນ ທາງໂຄງການຈະປະສານງານ ກັບເຈົ້າໜ້າທີ່ກ່ຽວຂ້ອງຂອງຣັດຖະບານ ຊຶ່ງທາງໂຄງການຕ້ອງອາໃສຣັດຖະບານ ເປັນຜູ້ສົ່ງເສີມໃນການໂຄສະນາ ເລື່ອງຄວາມນ່າເຊື່ອຖືຂອງໂຄງການຕ້ານໄພອຶດຢາກ. ໃນການປະສານງານຣະຫວ່າງ ນັກວິຊາການຈາກໂຄງການ ກັບເຈົ້າໜ້າທີ່ທາງຣັດຖະບານລາວນັ້ນ ຍັງມັກມີບັນຫາ -ດັ່ງເຈົ້າໜ້າທີ່-ໂຄງການຕ້ານໄພອຶດຫີວ ແຂວງຫລວງນໍ້າທາ ໄດ້ເຜີຍໃນຕອນນຶ່ງວ່າ:
(ສຽງ) "ບັນຫາເລື່ອງຣັດຖະບານຢູ່ ພະນັກງານຂອງຣັດມີບໍ່ຫລາຍ ເວລາຈະເຂົ້າຮ່ວມໄປເຮັດໂຄງການນັ້ນ ສິບໍ່ໄດ້ເຕັມເມັດເຕັມນ່ວຍ ໄດ້ປະມານ10-20ຊື່ໆ."
ເນື່ອງຈາກວ່າແຕ່ລະແຜນການນັ້ນ ມີພະນັກງານຂອງຣັດ ແຕ່2ຄົນ-ບາງທີພະນັກງານນັ້ນ ກໍບໍ່ມີເວລາທີ່ຈະມາອົບຮົມ ເລື່ອງໂຄງການໄດ້ ຊຶ່ງບາງເທື່ອເຮັດໃຫ້ ໂຄງການໄດ້ຮັບອະນຸຍາດຈາກ ທາງຣັດຖະບານລາວ-ລ່າຊ້າກວ່າກໍານົດ.
ນອກຈາກ ມີບັນຫາໃນສ່ວນຂອງຣັດຖະບານແລ້ວ ທາງໂຄງການຍັງປະເຊີນບັນຫາ ການປະກອບ ສ່ວນຂອງປະຊາຊົນ ນໍາອີກ. ທ່ານກ່າວຕໍ່ໄປວ່າ:
(ສຽງ) "ມັນພົບຄວາມຫຍູ້ງຍາກ ກັບຊາວບ້ານຍ້ອນວ່າ ຊາວບ້ານເຂົາບໍ່ມີເວລາຫລາຍ ກ່ຽວກັບການອອກແຮງງານ ນໍາໂຄງການ.
ແລະວ່າບັນຫາດັ່ງກ່າວທີ່ເກີດຂຶ້ນນັ້ນ ກໍຍ້ອນວ່າ-ຊາວບ້ານຢູ່ຫ່າງໃກ ຈາກສະຖານທີ່-ທໍາການບຸກເບີກເພື່ອການກະເສດ ຊຶ່ງບາງທີຝົນຕົກ-ເຮັດໃຫ້ຫຍູ້ງຍາກໃນການເດີນທາງ.
ໂຄງການຕ້ານໄພອຶດຢາກ ມີຂຶ້ນເພື່ອຊ່ວຍປະຊາຊົນ ທີ່ບ້ານຢູ່ຫ່າງໃກຈາກຕົວເມືອງ, ບ້ານທີ່ມີຄວາມລໍາບາກ ໃນການໄຊ້ເສັ້ນທາງໃນຣະດູຝົນ ຫລືຖະນົນຕັດຜ່ານບໍ່ເຖີງ, ບ້ານທີ່ສາທາຣະນະສຸກ ເຂົ້າໄປບໍ່ຮອດ ແລະຢູ່ຫ່າງໃກຈາກໂຮງຮຽນນັ້ນ ໄດ້ມີຊີວິດການເປັນຢູ່ ທີ່ດີຂຶ້ນ-ກວ່າທີ່ເປັນຢູ່ໃນປັດຈຸບັນ.
ມະນີຈັນ ຣາຍງານ