ໂຣກຄໍເອີມ ຊຶ່ງຄົນລາວເຄີຍເປັນຫລາຍນັ້ນ ປັດຈຸບັນ ມີຈໍານວນລຸດລົງ ຍ້ອນກີນເກືອ iodine
-
2008-03-25 -
-
-
ໂຣກຄໍເອີມ ຫລື ຄໍໜຽງ-thyroid ທົ່ວໄປແລ້ວ ມັກພົບ ໃນປະຊາຊົນລາວ ທີ່ອາໃສ ຢູ່ເຂດຊົນນະບົດ-ຫ່າງໄກ ສອກຫລີກ ຫລາຍກວ່າ ເຂດຕົວເມືອງ ຊຶ່ງພາກສ່ວນ ກ່ຽວຂ້ອງ ບອກວ່າ ເປັນໂຣກທີ່ຄົນລາວ ມັກເປັນກັນຫລາຍສົມຄວນ ໃນເມື່ອກ່ອນ ໂດຍສະເພາະແລ້ວ ກໍແມ່ນ ຜູ້ໃຫຍ່ ຫລື ຜູ້ເຖົ້າຜູ້ແກ່ ທີ່ບໍ່ໄດ້ກີນເກືອ ທີ່ມີທາດ ໄອໂອດິນ ພຽງພໍ ແລະກໍເປັນໂຣກຄໍເອີມ-ໃຫຍ່-ຂະໜາດ ຕ້ອງໄດ້ໄປຫາໝໍ.
ໃນປັດຈຸບັນນີ້ ຈໍານວນປະຊາຊົນ ທີ່ເປັນໂຣກຄໍເອີມ ຫລື ຄໍໜຽງນີ້ ໄດ້ລຸດລົງ ຍ້ອນເກືອໄອໂອດິນ. ເຈົ້າໜ້າທີ່ ກົມອະນາໄມ ໃນນະຄອນຫລວງວຽງຈັນ ກ່າວກ່ຽວກັບ ເຣື້ອງນີ້ວ່າ:
ຊ່ວງ 6-7 ປີຫລັງ ເຮົາກໍພົບ ເຮົາກໍມັກເຫັນຢູ່ເນາະ ແຕ່ວ່າ ສ່ວນຫລາຍ ຄົນທີ່ວ່າສູງອາຍຸ ແຕ່ວ່າປັດຈຸບັນ ບໍ່ມີບັນຫາເຣື້ອງນີ້ ສ່ວນຫລາຍ ກໍເວົ້າແຕ່ ເຣື້ອງເກືອ ໄອໂອດິນ.
ທາງກະຊວງສາທາຣະນະສຸກ ຂອງລາວ ໄດ້ຈັດທໍາ ໂຄງການ ປະຊາສໍາພັນ ຜ່ານທາງວິທຍຸ ເພື່ອໃຫ້ປະຊາຊົນ ໄດ້ຮັບຊາບ ແລະ ປ້ອງກັນ ໂດຍໃຫ້ປະຊາຊົນໃຊ້ ເກືອທີ່ມີທາດ ໄອໂອດິນ ໃນການແຕ່ງຢູ່ຄົວກິນ ຊຶ່ງກໍມີໜ່ວຍງານ ກ່ຽວຂ້ອງ ຂອງລາວ ແຈກຢາຍ ຫລືໃຫ້ປະຊາຊົນ ຊື້ໄດ້ໃນຣາຄາຖືກ.
ໂຣກຄໍໜຽງ ມີສາມລັກສະນະ ຄື ແບບທີ່ເປັນພິດ ກັບແບບບໍ່ເປັນພິດ. ສໍາລັບ ຢູ່ລາວ ສ່ວນໃຫຍ່ ຈະພົບ ແບບບໍ່ເປັນພິດ ຫລາຍກວ່າ ແລະ ມັກຈະເກີດກັບປະຊາຊົນໃນເຂດພື້ນທີ່ສູງ ເປັນ ສະພາບ ທີ່ຕ່ອມ thyroid ໃຫຍ່ຂຶ້ນ. ສາເຫດທີ່ມັກພົບ ເລື້ອຍນັ້ນ ກໍຄື ຂາດທາດໄອໂອດິນ ພົບ ໃນຄົນ ທີ່ບໍ່ມັກກິນອາຫານທະເລ ບໍ່ກິນເກືອ ໄອໂອດິນ. ປະເພດ 2-ຮ່າງກາຍ ມີຄວາມຕ້ອງການ hormone ຫລາຍຂຶ້ນ -ມັກພົບໃນ ຜູ້ຍີງໄວຈະເຣີນພັນ -ອາຍຸ 15 ຫາ 35 ປີ ແລະ ປະເພດ 3-ເນື້ອງອກຂອງຕ່ອມ thyroid -ທັງສອງອາການນີ້ ຕ້ອງໄປຫາໝໍເທົ່ານັ້ນ.
ອາການ ຕ່ອມ THYROID ຈະໃຫຍ່ຂຶ້ນ. ບາງຄົນ ອາດມີອາການ-ຂອງການຂາດຮອກໂມນ ຄື ຊຶມ-ຊ້າ-ໜາວງ່າຍ-ນໍ້າໜັກຕົວເພີ່ມ-ຜິວແຫ້ງ ແລະ ຖ້າເປັນເດັກນ້ອຍ-ກໍຈະເຮັດໃຫ້ພັດທະນາການ ຂອງຮ່າງກາຍ ແລະ ສະໝອງ-ຜິດປົກກະຕິ, ປັນຍາອ່ອນ-ລ້ຽງບໍ່ໃຫຍ່. ສໍາລັບການຮັກສາປີ່ນປົວນັ້ນ ແມ່ນໃຫ້ກິນອາຫານທະເລ ກິນເກືອໄອໂອດິນ ຢາthyroid.
ສເນີ ໂດຍ ມະນີຈັນ