ອົງການພິພັກ ສັດປ່າແລະປ່າໄມ້

ອົງການພິພັກ ຮັກສາສັດປ່າ ຊຸກຍູ້ຣັຖບານ ແລະປະຊາຊົນລາວ ໃຫ້ຮູ້ຈັກຮັກສາ ສັດປ່າແລະປ່າໄມ້

ອົງການພິພັກ ຮັກສາສັດປ່າ ຊຸກຍູ້ຣັຖບານ ແລະປະຊາຊົນລາວ ໃຫ້ຮູ້ຈັກຮັກສາ ສັດປ່າແລະປ່າໄມ້ ໂດຍສະເພາະສັດ ປ່າຢູ່ໃນເຂດ ປ່າສງວນແຫ່ງຊາດ ໃນຣະຍະຜ່ານມາ ທາງການລາວ ໄດ້ຈັດແບ່ງປ່າໄມ້ ອອກເປັນຫລາຍເຂດ ເຊັ່ນເຂດປ່າເສຖກິດ ປ່າສງວນແລະ ປ່າຫວງຫ້າມ ໝາຍຄວາມວ່າ ໃນປ່າເສຖກິດນັ້ນ ປະຊາຊົນສາມາດ ເຂົ້າໄປທຳມາຫາ ກິນໄດ້ສ່ວນ ໃນປ່າຫວງຫ້າມ ທາງການຫ້າມ ຕັດໄມ້ທຳຣາຍ ປ່າແລະສັດປ່າ ຢ່າງເດັດຂາດ ແຕ່ວ່າໃນສະພາບ ຕົວຈິງຊາວລາວ ຫລາຍຄົນຍັງລັກ ລອບເຂົ້າໄປບຸກລຸກ ປ່າແລະລ້າສັດ ຢູ່ໃນປ່າສງວນ ແລະປ່າຫວງ ຫ້າມເລື້ອຍໆ. ເຈົ້າໜ້າທີ່ອົງການ ປົກປັກຮັກສາສັດປ່າ ທີ່ນະຄອນຫລວງ ວຽງຈັນໄດ້ກ່າວວ່າ ມີໂດຍສະເພາະ ຢູ່ລາວນີ້ມັນກໍມີ ຊາວບ້ານຂະເຈົ້າລ່າ ສັດປ່າໄປກິນໄປຂາຍ ແລະກໍມີບັນຫາ ຄົນບຸກລຸກປ່າ ສະນັ້ນໃນເຂດ ປ່າສງວນແຫ່ງຊາດພູເລີຍນີ້ ເຮົາມີເປັນ ກ. ໂຊນ ເພື່ອບໍ່ໃຫ້ຄົນໄປທຳຣາຍ ໃນຂະນະດຽວກັນ ທາງເຈົ້າໜ້າທີ່ ກໍໄດ້ອະທິບາຍ ອົບຣົມໃຫ້ ປະຊາຊົນເຂົ້າໃຈເຖິງ ຄວາມສຳຄັນຂອງ ການປົກປັກຮັກ ສາສັດປ່າແລະປ່າໄມ້ ໃຫ້ປະຕິບັດຕາມ ຣະບຽບກົດໝາຍ ຖ້າເຂດໃດເປັນ ປ່າສງວນຫລື ປ່າຫວງຫ້າມ ປະຊາຊົນກໍບໍ່ ຄວນເຂົ້າໄປ ບຸກລຸກທຳຣາຍ ຫລັງຈາກຈັດແບ່ງ ປ່າໄມ້ເປັນເຂດຕ່າງໆ ແລະສຶກສາອົບຣົມ ປະຊາຊົນແລ້ວ ການຮັກສາປ່າ ໄມ້ແລະສັດປ່າ ກໍໄດ້ຜົນດີ ຂື້ນດັ່ງເຈົ້າໜ້າທີ່ ທ່ານດຽວກັນນັ້ນ ໄດ້ຊີ້ແຈງອີກວ່າ ດີຂື້ນແຕ່ເດີມຖື ວ່າເຮົາໄປປ່າ ກໍມີພາສາລາວ ເອິ້ນວ່າຄວາມຍ້ຳ ປ່າຢູ່ປ່າໃຫ້ຊາວບ້ານ ບໍ່ໃຫ້ຄົນເຂົ້າໄປລ້ຳ ປະກົດວ່າດຽວນີ້ ຈຳນວນສັດປ່າ ມັນບໍ່ອາຍມັນເຂົ້າ ມາໃກ໊ຄົນໄດ້ ແຕ່ກ່ອນລາວເປັນ ປະເທດທີ່ມີປ່າ ດຶບດົງໜາແລະ ມີສັດປ່າຫລາຍ ແຕ່ປັດຈຸບັນ ປ່າໄມ້ຖືກທຳຣາຍ ໄປເກືອບໝົດແລ້ວ ແລະສັດປ່າກໍ ສູນຫາຍໄປເກືອບ ໝົດເຊັ່ນກັນ ສ່ວນນຶ່ງກໍຍ້ອນ ການລັກ ລອບຂ້າ ຈັບແລະຂາຍ ສັດປ່າອອກໄປ ປະເທດເພື່ອນບ້ານ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org