ພະຍາດປາກເປື່ອຍລົງເລັບ ຣະບາດໜັກໃນເຂດເມືອງທມຸຣະຄົມ ແຂວງວຽງຈັນຂອງລາວ

ກະແສຂ່າວທ້ອງຖີ່ນຣາຍງານວ່າ ຂະນະນີ້ພະຍາດປາກເປື່ອຍລົງເລັບ ແຜ່ຣະບາດໃນສັດລ້ຽງ-ງົວຄວາຍຢູ່ 8ບ້ານ ເຂດເມືອງທຸຣະຄົມແຂວງວຽງຈັນ. 8ບ້ານດັ່ງກ່າວ ກໍມີບ້ານບຸ່ງພ້າວ, ບ້ານຫາດໄຊ, ສີຄູນເມືອງ, ບ້ານເກີນໄຕ້, ສ່າງຄູ່, ໄຊສະຫວາດ, ນາຄອງ ແລະຫລີ່ງຊັນ ເຮັດໃຫ້ມີງົວຕິດເຊື້ອພະຍາດດັ່ງກ່າວ 540ໂຕແລະມີງົວນ້ອຍຕາຍ 23ໂຕ. ພະຍາດປາກເປື່ອຍລົງເລັບ ໄດ້ຣະບາດໜັກໜ່ວງກວ່າໝູ່ ແມ່ນຢູ່ບ້ານຫລີ່ງຊັນ. ແລະສີ່ງທີ່ນ່າກັງວົນຕື່ມອີກນັ້ນ ກໍຄືວ່າພະຍາດປາກເປື່ອຍລົງເລັບ ໄດ້ແຜ່ຣະບາດໄປເກືອບໝົດທຸກບ້ານແລ້ວ ໃນເຂດເມືອງທຸຣະຄົມ.

ໃນສະພາບດັ່ງກ່າວ ທາງສັຕວະແພດແຂວງວຽງຈັນ ກໍໄດ້ລົງແນະນໍາປະຊາຊົນ-ເຈົ້າຂອງສັດລ້ຽງ ໂດຍສະເພາະງົວຄວາຍ ໃຫ້ແຍກສັດທີ່ຕິດເຊື້ອພະຍາດ ອອກຈາກໝູ່ແລະປີ່ນປົວດ້ວຍວີທີພື້ນເມືອງ ໂດຍເອົານໍ້າສົ້ມສາຍຊູ, ໝາກເຟືອງແລະໝາກນາວ ໃຫ້ສັດກິນແລະ ອະນາໄມປາກແລະຕີນຂອງສັດ ໃຫ້ສະອາດ. ພ້ອມກັນນັ້ນກໍຫ້າມບໍ່ໃຫ້ມີການຊື້-ການຂາຍ ແລະເຄື່ອນຍ້າຍສັດອອກຈາກ ເຂດທີ່ມີການຣະ ບາດ-ເດັດຂ້າດ.

ເຈົ້າໜ້າທີ່ສັຕວະແພດທ່ານນຶ່ງ ເຜີຍຕໍ່ນັກຂ່າວ ວິທະຍຸເອເຊັຽເສຣີ-RFAວ່າ ຕາມຫລັກການທີ່ທາງການວາງໄວ້ ສໍາລັບໜ່ວຍງານສັຕວະແພດ-ປະຕິບັດນັ້ນ ກໍຄື ລົງພື້ນຖານ-ເພື່ອໄປຊີ້ແນະປະຊາຊົນ ໃນການດູແລແລະເບີ່ງແຍງ ສັດລ້ຽງຂອງຕົນ ພ້ອມທັງຊ່ວຍປີ່ນປົວສັດລ້ຽງ ຂອງປະຊາຊົນນໍາດ້ວຍ. ແຕ່ໃນພາກປະຕິບັດຕົວຈີງນັ້ນ ຊໍ້າພັດບໍ່ມີງົບປະມານໃຫ້. ແລະຖ້າມີ-ກໍບໍ່ພຽງພໍ. ຢຸກຢາສໍາລັບສັດລ້ຽງ ກໍບໍ່ພຽງພໍ. ເບັ້ຽລ້ຽງການລົງພື້ນຖານ-ກໍຂາດໆເຂີນໆ. ແລະຖ້າຫາກບໍ່ມີການເກີດຣະບາດ ຂອງພະຍາດສັດແລ້ວ ໜ່ວຍງານສັຕະວະແພດ ກໍແປວ່າບໍ່ມີຄວາມໝ!ຍເລີຍ -ທ່ານກ່າວໃນທີ່ສຸດ.

ມະນີຈັນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org