ກາຣກໍ່ສ້າງແນວປ້ອງກັນຕລີ່ງເຈື່ອນ

ທາງກາຣລາວຈະ ດຳເນີນກາຣໂຍກ ຍ້າຍປະຊາຊົນ ອອກຈາກພື້ນທີ່ໆ ໄດ້ຮັບຜົລກະທົບ ຈາກກາຣກໍ່ສ້າງແນວ ປ້ອງກັນຕລີ່ງເຈື່ອນ

ກາຣທີ່ມີຕລີ່ງ ເຈື່ອນຕາມແຄມ ແມ່ນ້ຳຂອງໂດຽສະເພາະໃນເ ຂຕນະຄອນຫລວງ ວຽງຈັນໄດ້ສ້າງ ຜົລກະທົບຕໍ່ ປະຊາຊົນຢ່າງຫລວງ ຫລາຍໃນແຕ່ລະປີ ເຮັດໃຫ້ທາງກາຣ ລາວຕ້ອງໄດ້ ເຣັ່ງກໍ່ສ້າງ ແນວປ້ອງກັນ ພ້ອມກັບຈະ ຕ້ອງປະກາດແຈ້ງ ເຕືອນປະຊາຊົນ ໃນເດືອນກຸມພາ 2009 ນີ້ ເພື່ອໃຫ້ໂຍກຍ້າຍ ອອກຈາກເຂຕພື້ນ ທີ່ເດີມ 4 ກິໂລແມຕ ດັ່ງເຈົ້າໜ້າທີ່ກ່ຽວ ຂ້ອງຈາກໂຄງ ກາຣ ກ່າວວ່າ ກໍຕ້ອງໄດ້ຍ້າຍ ຈຳນວນໃດທີ່ ຖືກແລ້ວຫັ້ນ ກໍຕ້ອງໄດ້ຍ້າຍ ອອກໄປເນາະ ກໍຈະໄປເບີ່ງ ຕົວຈີງດີນອີກ ບາດໜື່ງເນາະ ໃນເດືອນໜ້າ ເຂົາເຈົ້າສິລົງ ໄປວັດແທກຕົວ ຈີງວ່າຫລັງຄາ ໃດຈະຖືກ ແທກທີ່ນີ້ ພວກເຮົາກໍຈະ ກຽມບ່ອນໃດທີ່ ຈະເອົາປະ ຊາຊົນໄປຢູ່ ເຈົ້າໜ້າທີ່ລາວ ໄດ້ໃຫ້ກາຣ ຊີ້ແຈງເພີ່ມວ່າ: ພື້ນທີ່ໆໄດ້ ຈັດຕຣຽມໃຫ້ ປະຊາຊົນຍ້າຍ ໄປນັ້ນກໍບໍ່ ຢູ່ຫ່າງໄກຈາກ ບ່ອນເກົ່າ ແຕ່ປັຈຈຸບັນ ນີ້ຍັງບໍ່ ທັນຮູ້ຈຳນວນ ທີ່ແນ່ນອນໄດ້ເທື່ອ ເພາະຕ້ອງໄດ້ ຜ່ານກາຣວັດແທກ ແລະສອບຖາມຄວາມ ຄິດເຫັນຈາກ ປະຊາຊົນທີ່ ໄດ້ຮັບຜົລ ກະທົບນັ້ນເສັຽ ກ່ອນແລະຄາດ ວ່າຄົງຈະມີ ບໍ່ຕໍ່າກວ່າ 140 ຫລັງຄາ ເຮືອນດັ່ງທີ່ ທ່ານໄດ້ແຈ້ງເພີ່ມວ່າ: ສ່ວນໃຫຍ່ກໍຄື ສິອອກຫັ້ນແຫລະ ເພາະວ່າຕາມ ຖາມສ່ວນໃຫຍ່ ແຕ່ວ່າຕາມ ຄາດຄະເນວ່າ ຄືສິແມ່ນແຖວ ໜອງໜ້ຽວໂຍກຍ້າຍ ປະຊາຊົນມາຕາມ (ຖນົນ) 13 ເໜືອ ຢູ່ແຕ່ວ່າຢູ່ ເມືອງສີໂຄຕ ຕະບອງຄືກັນ ໃກ້ໆໆ ອອກຈາກຫັ້ນ ມາປະມານ 4 ກິໂລ (ແມຕ) ນີ້ແຫລະເນາະ ເຖີງຢ່າງໃດກໍຕາມ ແຜນກາຣແກ້ ໄຂບັນຫາແລະ ສ້ອມແປງຕລີ່ງ ເຈື່ອນດັ່ງກ່າວ ນີ້ທາງກາຣ ສປປລາວ ວ່າຈະເຣີ່ມລົງມື ໃນເດືອນກຸມພາ ທີ່ຈະມາເຖີງນີ້ ຊື່ງຈະເຣີ່ມຈາກ ເຂຕບໍຣິເວນ ດອນຈັນພາເລຊ ເສັຽກ່ອນໆທີ່ ຈະໄປເຖີງເຂຕ ອື່ນທີ່ມີຄວາມ ຍາມທັງໝົດ ບໍ່ຕໍ່າກວ່າ 12 ຫລັກກິໂລແມຕ ໂດຽທຶນກູ້ ຢືມດອກເບັ້ຽຕໍ່າ ຈາກທາງກາຣ ເກົາຫລີໃຕ້ ສົມທົບເຂົ້າ ກັບເງີນທຶນ ຂອງຣັຖບາລ ລາວຮວມເປັນ ທັງໝົດປະມານ 50 ລ້ານດອລລາຣ໌ ສະຫະຣັຖ ແລະຈະໃຫ້ແລ້ວ ສຳເຣັຈພາຍໃນປີ 2010 ຢ່າງແນ່ນອນ



2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org