ກາຣປະຕິບັຕ ຣະບົບກົດໝາຍໃນລາວ ຍັງຂາດທັ້ງປະສິທທິພາບ ແລະກາຣເສີມສ້າງ ຄວາມຍຸຕິທັມ ຢ່າງແທ້ຈີງ

ປະທານສະພາແຫ່ງຊາຕ ສປປລາວ ຍອມຮັບວ່າ: ກາຣປະຕິບັຕ ຣະບົບກົດໝາຍ ໃນລາວ ຍັງຂາດທັ້ງປະສິທທິພາບ ແລະກາຣເສີມສ້າງ ຄວາມຍຸຕິທັມຢ່າງແທ້ຈີງ.

ທ່ານທອງສີງ ທັມວົງ ປະທານສະພາແຫ່ງຊາຕ ສປປລາວ ຍອມຮັບວ່າ: ເຖີງແມ່ນ ຕລອດເວລາກວ່າ 15 ຜ່ານມານີ້ ທາງສະພາແຫ່ງຊາຕ ສາມາດພັທນາ ແລະຜ່ານຮ່າງ ກົດໝາຍຕ່າງໆ ອອກມາບັງຄັບໃຊ້ ໄດ້ຫລາຍກວ່າ 70 ສະບັບ ແລ້ວກໍຕາມ ແຕ່ໃນດ້ານກາຣບັງຄັບ ໃຊ້ກົດໝາຍທີ່ແທ້ຈີງນັ້ນ ຍັງຂາດທັ້ງປະສິທທິພາບ ແລະຄວາມຍຸຕິ ທັມ ດັ່ງທີ່ທ່ານໄດ້ໃຫ້ກາຣອະທິບາຍ ເຖີງສະພາບ ທີ່ເປັນຢູ່ໃນທຸກມື້ນີ້ວ່າ:

(ສຽງ) “ກາຣຄຸ້ມຄອງຣັຖ ໂດຽກົດໝາຍ ກໍບໍ່ທັນມີຜົລ ສັກສິທເທົ່າທີ່ຄວນ ກົດໝາຍ ທີ່ປະກາດໃຊ້ແລ້ວ ຍັງບໍ່ທັນໄດ້ຮັບກາຣເຜີຽແຜ່ ຢ່າງຫ້ວາງຂວາງທົ່ວເຖີງ ແລະກາຣຈັດຕັ້ງ ປະຕິບັຕກໍບໍ່ທັນເຂັ້ມງວດ ຄວາມຍຸຕິທັມ ຢູ່ໃນສັງຄົມ ຍັງບໍ່ທັນໄດ້ຮັບກາຣແກ້ໄຂ ຢ່າງຈີງຈັງ ສະນັ້ນ ເພື່ອສືບຕໍ່ແກ້ໄຂຈຸດອ່ອນ ແລະຂໍ້ຄົງຄ້າງດັ່ງກ່າວ ຄະນະປະຈຳສະພາແຫ່ງຊາຕ ຈື່ງໄດ້ ດຳເນີນກອງປະຊຸມ ຮ່ວມກັບຄະນະຣັຖບາລ ເພື່ອປຶກສາຫາຣື ບັນຫາເຄັ່ງຮ້ອນ ຈຳນວນດັ່ງກ່າວ.”

ກົດໝາຍທີ່ຖືກຮັບຮອງ ຈາກກອງປະຊຸມ ສະພາແຫ່ງຊາຕລາວ ໃນຣະຍະ 10 ກວ່າປີຜ່ານມານີ້ນັ້ນ ສ່ວນຫລາຍ ແລ້ວແມ່ນໄດ້ເນັ້ນໜັກ ໃສ່ໃນດ້ານເສຖກິຈ ກາຣຄ້າ ແລະກາຣລົງທຶນ ເປັນຫລັກ ທີ່ມີບໍ່ຕໍ່າກວ່າ 40 ສະບັບດ້ວຍກັນ. ສ່ວນກົດໝານ ໃນດ້ານກາຣເມືອງ ແລະກາຣປົກຄອງນັ້ນ ກໍມີເຖີງ 20 ກວ່າສະບັບ ແຕ່ສະເພາະ ກົດໝາຍກ່ຽວກັບສິທທິ ທາງສັງຄົມ ແລະວັທນາທັມ ຂອງພົລເມືອງລາວນັ້ນ ຊ້ຳພັດມີພຽງ 10 ກວ່າສະບັບເທົ່ານັ້ນ.

ໃນປັຈຈຸບັນນີ້ ທາງຣັຖບາລລາວເອງ ຍັງຂາດແຄນພນັກງານ ທີ່ມີຄວາມຮູ້ຄວາມສາມາດ ທາງດ້ານກົດໝາຍ ຢ່າງຫລວງຫລາຍ ແລະທະນາຍຄວາມ ສ່ວນໃຫຍ່ກໍຈະບໍ່ກ້າພ ໍທີ່ຈະຮັບວ່າຄວາມ ໃນຄະດີທີ່ເປັນຄວາມຂັດແຍ່ງ ຣະຫວ່າງປະຊາຊົນ ກັບໜ່ວຍງານ ຂອງຣັຖບາລ ຈື່ງເຮັດໃຫ້ ປະຊາຊົນລາວ ຕ້ອງຕົກເປັນຝ່າຍເສັຽປຽບ ແຕ່ຝ່າຍດຽວ ຕລອດມາ ດັ່ງກໍຣະນີຕົວຢ່າງ ທີ່ເກີດຢ່າງແທ້ຈີງ ແລະກຳລັງເປັນບັນຫາ ທີ່ສົ່ງຜົລກະ ກະທົບ ຕໍ່ຜົລປະໂຍດ ຂອງປະຊາຊົນລາວ ຢ່າງຫລວງຫລາຍ ໃນເວລານີ້ ກໍຄືກາຣຖືກບັງຄັບເວນຄືນທີ່ດິນ ເພື່ອນຳໄປໃຫ້ ເອກຊົນຕ່າງຊາຕເຊົ່າ ໂດຽທີ່ປະຊາຊົນລາວ ບໍ່ມີສິທທິທີ່ຈະຮຽກຮ້ອງ ແຕ່ຢ່າງໃດເລີຽ ນອກຈາກກາຣທີ່ຈະຕ້ອງຍິນຍອມ ປະຕິບັຕຕາມຄຳສັ່ງ ແລະຄວາມຕ້ອງກາຣ ຂອງອຳນາຈ ກາຣປົກຄອງພັກຣັຖເທົ່ານັ້ນ.

ຫວາດ ສີມູນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org