ກົດໝາຍ ຫ້າມເດັກນ້ອຍ ອາຍຸຕໍ່າກ່ວາ 18 ປີ ສູບຢາ ແລະ ດື່ມຂອງມືນເມົາ
-
2008-03-25 -
-
-
ປັດຈຸບັນ ສປປລາວ ມີກົດຣະບຽບ ທີ່ຫ້າມເຍົາວະຊົນ ອາຍຸ ຕໍ່າກ່ວາ 18 ປີ ບໍ່ໃຫ້ດື່ມສຸຣາ ແລະ ສູບຢາ, ແຕ່ກົດຣະບຽບ ແລະ ຂໍ້ບັງຄັບດັ່ງກ່າວ ກໍບໍ່ໄດ້ຮັບຜົນ ພໍປານໃດ ເນື່ອງຈາກວ່າ ຮ້ານຄ້າ ຕ່າງໆ ຍັງມີການລັບລອບ ຂາຍຢາສູບ ແລະ ເຄື່ອງມືນເມົາ ໃຫ້ກັບເຍົາວະຊົນຢູ່.
ດັ່ງນັ້ນ, ທາງການຊວງ ສາທາຣະນະສຸກລາວ ໄດ້ຮ່ວມມືກັບ ກະຊວງຍຸຕິທັມ ເພື່ອຮ່າງກົດໝາຍ ສບັບໃໝ່ ຫ້າມ ບໍ່ໃຫ້ເຍົາວະຊົນ ທີ່ມີອາຍຸ ຕໍ່າກວ່າ 18 ປີ ດື່ມເຫລົ້າ ແລະ ສູບຢາ. ກ່ຽວກັບ ເຣື້ອງນີ້ ເຈົ້າໜ້າທີ່ ກະຊວງຍຸຕິທັມ ທ່ານນຶ່ງ ກ່າວວ່າ:
“ເປີດກອງປະຊຸມປຶກສາຫາລືກັນ ກ່ຽວກັບ ປັນຫາຢາສູບ ກັບເຣື້ອງເຫລົ້າ, ເຣື້ອງຢາສູບ, ແບ່ງຄວາມຮັບຜິດຊອບກັນ ຣະຫວ່າງ ກະຊວງຍຸຕິທັມ ກັບ ກະຊວງສາທາຣະນະສຸກ, ເຣື້ອງຮ່າງກົດໝາຍ ກ່ຽວກັບ ຢາສູບ ກໍາລັງເຣີ້ມປະຕິບັດ.”
ທ່ານ ກ່າວຕໍ່ໄປ ວ່າ ສ່ວນເຣື້ອງ ຂອງບົດລົງໂທດ ສໍາຣັບຜູ້ຝ່າຝືນນັ້ນ, ຍັງບໍ່ມີການກໍານົດ ອອກມາ ເນື່ອງຈາກວ່າ ໃນເວລານີ້ ກໍາລັງຢູ່ໃນ ຣະຫວ່າງ ການສຶກສາ ແລະ ຮີບໂຮມຂໍ້ມູນ. ທ່ານ ສະແດງຄວາມເຫັນ ສ່ວນໂຕ ໃນເຣື້ອງ ຂອງການອອກກົດໝາຍໃໝ່ ສບັບນີ້ ວ່າ:
“ມັນກໍເປັນ ບັນຫາ ຂອງທົ່ວໄປ ລາວ ແລະ ໄທ ປະເທດອື່ນ ມັນກໍມີຄືກັນ, ເຣື້ອງສູບຢາ, ເຣື້ອງດື່ມເຫລົ້າ, ຄາດວ່າ ຖ້າເຮົາມີຣະບຽບການ ມີມາຕການ ການບັງຄັບ ມັນກໍຕ້ອງ ເປັນມາຕການປະຕິບັດ ຫລືວ່າ ບັງຄັບ ໃຫ້ກົດໝາຍ ມັນຕ້ອງມີແນ່ນອນ.”
ສ່ວນ ການປະກາດໃຊ້ກົດໝາຍ ສບັບນີ້, ທ່ານ ຄາດວ່າ ຈະມີການເຂົ້າສະພາ ພາຍໃນປີ 2008 ນີ້, ຫລັງຈາກ ມີການພິຈາລະນາແລ້ວ, ຄົງຈະໃຊ້ເວລາ ປະມານ 2-3 ປີ ຈຶ່ງຈະມີການປະຕິບັດ ກົດໝາຍ ດັ່ງກ່າວ.
ສເນີ ໂດຍ ຈະເຣີນສຸກ