ການສັມປະທານ ທີ່ດິນ ຂນາດນ້ອຍ ຈະຖືກນໍາໄປພິຈາຣະນາ ໃນແຕ່ລະກໍຣະນີ ຖ້າຫາກວ່າ ບໍ່ມີຜົນກະທົບ ຕໍ່ດິນຊັບສິນ ຂອງຊາດ

ກົມທີ່ດິນ ແຫ່ງຊາດ ເປີດເຜີຍວ່າ ເຣື້ອງການສັມປະທານ ທີ່ດິນຂນາດນ້ອຍ ຈະຖືກນໍາໄປ ພິຈາຣະນາ ໃນແຕ່ລະກໍຣະນີ ເພື່ອການອະນຸມັດ, ພາຍຫລັງທີ່ ມີການສໍາຣວດແລ້ວ ແລະ ພົບວ່າ ຈະບໍ່ມີຜົນກະທົບ ຕໍ່ດິນຊັບສິນ ຂອງຊາດ ໃນຂະນະທີ່ ການສັມປະທານ ທີ່ດິນຂນາດໃຫຍ່ ຕ້ອງພິຈາຣະນາ ຕໍ່ໄປ ໂດຍບໍ່ມີກໍານົດ.

ເຈົ້າໜ້າທີ່ ຣະດັບສູງ ຈາກກົມທີ່ດິນແຫ່ງຊາດ ອະທິບາຍຄວາມຄືບໜ້າ ໃນການອະນຸມັດ ການສັມປະທານ ທີ່ດິນ ໃຫ້ແກ່ນັກລົງທຶນ ທີ່ຕ້ອງການ ເຂົ້າໄປລົງທຶນ ໃນສປປລາວ ວ່າ: ໃນກໍຣະນີ ຂອງນັກລົງທຶນ ຂນາດກາງ ແລະ ຂນາດນ້ອຍ ທີ່ບໍ່ຕ້ອງການນໍາໃຊ້ ທີ່ດິນ ຫລາຍເກີນໄປ, ພາກສ່ວນ ກ່ຽວຂ້ອງ ສາມາດພິຈາຣະນາ ອະນຸມັດ ໃຫ້ໄດ້ເປັນກໍຣະນີໄປ, ແຕ່ຂນາດໃຫຍ່ ຈະຕ້ອງໃຫ້ ທາງຂັ້ນເທິງ ພິຈາຣະນາ ຕື່ມ.

(ສຽງ) “ການເຊົ່າ ສັມປະທານ ທີ່ດິນ ທີ່ກ້ວາງຂວາງ ແລະ ໃຊ້ລະຍະຍາວ ເຮົາກໍໂຈະໄວ້ກ່ອນ, ຖ້າຫາກວ່າ ນ້ອຍ ເຮົາກໍອະນຸໂລມ ໄດ້ຢູ່.”

ຕາມທີ່ນັກລົງທຶນ ຕ່າງຊາດ ຫລາຍໆຄົນ ໄດ້ຍື່ນໜັງສື ສອບຖາມ ຄວາມຄືບໜ້າ ກ່ຽວກັບ ກົດໝາຍ ສັມປະທານທີ່ດິນ ກັບກົມທີ່ດິນແຫ່ງຊາດ ເມື່ອບໍ່ນານມານີ້ ເພື່ອຂໍຄວາມກະຈ່າງແຈ້ງ ກ່ຽວກັບ ການອະນຸມັດ ວ່າ ຈະພິຈາຣະນາ ຈາກສ່ວນໃດ ແລະ ຈະສາມາດ ອະນຸມັດ ທີ່ດິນໃຫ້ແກ່ ນັກລົງທຶນ ໄດ້ອີກດົນປານໃດນັ້ນ, ກົມທີ່ດິນແຫ່ງຊາດ ຍັງລໍຖ້າ ນະໂຍບາຍ ຈາກໜ່ວຍງານຂັ້ນສູງ ວ່າ ຈະໃຫ້ດໍາເນີນການ ຢ່າງໃດ ຕໍ່ໄປ, ໂດຍສະເພາະ ຢ່າງຍິ່ງກັບການອະນຸມັດ ສັມປະທານ ທີ່ດິນຂນາດໃຫຍ່, ແຕ່ໃນຂະນະນີ້ ຖ້າຫາກນັກລົງທຶນ ຄົນໃດ ຈະໄປຂໍ ສັມປະທານ ທີ່ດິນນັ້ນ ກໍມີຄວາມເຫັນຮ່ວມກັນ ວ່າ: ທີ່ດິນຂນາດນ້ອຍ ກໍຈະສາມາດ ອະນຸມັດ ໄດ້ຕາມຄວາມເໝາະສົມ ເປັນກໍຣະນີໄປ.

ສໍາຣັບ ກົດໝາຍ ການອະນຸມັດ ສັມປະທານ ທີ່ດິນນັ້ນ, ກໍຍັງບໍ່ມີຄວາມຊັດເຈນ, ເພາະວ່າ ຍັງບໍ່ມີໜ່ວຍງານ ກ່ຽວຂ້ອງ ລົງສໍາຣວດ ແລະ ປະກອບເອກສານ ການສໍາຣວດ ຢ່າງຊັດເຈນ, ຊຶ່ງໃນປີ 2008 ນີ້, ຈະມີຄວາມຊັດເຈນ ຫລາຍຂຶ້ນ.

(ສຽງ) “ແຕ່ວ່າ ພວກເຮົາ ມີບັນຫາຢູ່ບ່ອນວ່າ ດິນຂອງພວກເຮົາ ບໍ່ໄດ້ສໍາຣວດ ຈັດສັນ ຈັດປະເພດ ແບ່ງເຂດເທື່ອ, ເພາະສນັ້ນ ມັນມີບັນຫາ ເປັນເພາະ ພວກເຮົາ ບໍ່ມີນິຕິກັມ ແບບຄົບຊຸດ ຮອງຮັບ.”

ສໍາຣັບ ບັນຫາ ທີ່ເກີດຂຶ້ນ ໃນລະຍະຜ່ານມາ, ປະກົດວ່າ ດິນທີ່ ຣັຖ ສັມປະທານ ໄປແລ້ວ ສ່ວນນຶ່ງ ຕ້ອງໄປເວນຄືນ ດິນຂອງປະຊາຊົນ, ຊຶ່ງເຮັດໃຫ້ປະຊາຊົນ ໄດ້ຮັບຜົນກະທົບ, ບໍ່ມີບ່ອນຢູ່ ແລະ ບ່ອນທໍາມາຫາກິນ, ເປັນຕົ້ນແມ່ນ ດິນໃນເຂດເສຖກິດ ສວັນ-ເຊໂນ, ດິນໃນເຂດການກໍ່ສ້າງເຂື່ອນ, ດິນສັມປະທານ ການກໍ່ສ້າງ ໂຮງງານນໍ້າຕານ ຈາກປະເທດເພື່ອນບ້ານ.

ຈະເຣີນສຸກ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org