ອົງການຕ້ານ ໂຣກເອສ ຂອງລາວ ແລະຫ້ອງການ ຕ້ານໂຣກເອສ ຂອງ ສະຫະປະຊາຊາດ ໄດ້ລົງສຳຣວດ ແລະເກັບກຳຂໍ້ມູນ ຜູ້ປ່ວຍໃນ 6 ແຂວງ ຂອງລາວ
-
2008-02-26 -
-
-
ອົງການຕ້ານໂຣກເອສ ຂອງລາວ ແລະຫ້ອງການ ຕ້ານໂຣກເອສ ຂອງສະຫະປະຊາຊາດ ໄດ້ລົງສຳຣວດ ແລະເກັບກຳ ຂໍ້ມູນຜູ້ປ່ວຍໃນ 6 ແຂວງ ຂອງລາວແລ້ວ ນັບຕັ້ງແຕ່ວັນທີ 1 ມົກະຣາ ເປັນຕົ້ນມາ ເພື່ອຢາກຊາບເຖິງ ຈຳນວນອັນແທ້ຈິງ ຂອງຜູ້ຕິດເຊື້ອໂຣກ HIV/AIDS.
ເຈົ້າໜ້າທີ່ກ່ຽວຂ້ອງກັບ ໂຄງການຕໍ່ຕ້ານໂຣກເອສ ຂອງລາວວ່າ ຫລັງຈາກຮູ້ຈັກຈຳນວນ ຜູ້ຕິດເຊື້ອໂຣກ HIV ແລ້ວທາງອົງການ ຈຶ່ງຈະສາມາດກຳນົດ ຈຳນວນຢາຕ້ານ ເຊື້ອໂຣກເອສ ARV ໃຫ້ຜູ້ປ່ວຍໄດ້ ດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ກ່າວ່າ:
(ສຽງ) "ປະຕິບັດລົງເກັບຂໍ້ມູນ ແມ່ນເດືອນ 1 ປີ 2008, ຈະເກັບຢູ່ 6 ແຂວງ, ນະຄອນຫລວງວຽງຈັນ ແຂວງວຽງຈັນ, ຈຳປາສັກ ຫລວງນ້ຳທາ ສວັນະເຂດ ບໍ່ແກ້ວ."
ອົງການທີ່ກ່ຽວຂ້ອງ ກັບການເຮັດວຽກວຽກ ຕ້ານໂຣກເອສ ໃນລາວກໍມີ ອົງການ Save the Children ຈາກ ປະເທດອັງກິດ, ອົງການຢູນີເຊັຟ, unaids, ສູນຕ້ານໂຣກເອສ ຂອງລາວ ຮ່ວມກັບກະຊວງ ສາທາຣະນະສຸກ.
ເຈົ້າໜ້າທີ່ລາວວ່າ ການສຳຣວດ ຫາຜູ້ຕິດເຊື້ອໂຣກ HIV ນີ້ໄດ້ຮັບຄວາມຍຸ່ງຍາກ ບາງປະການ ໂດຍສະເພາະ ຜູ້ຕິດເຊື້ອໂຣກ ບໍ່ກ້າເປີດເຜີຽວ່າ ຕົນຕິດເຊື້ອໂຣກ. ທາງການລາວ ວ່າ ຖ້າພົບເຫັນວ່າ ຈຳນວນຜູ້ຕິດເຊືອໂຣກ HIV ໃນແຂວງ ທີ່ທຳການສຳຣວດ ນີ້ມີຫລາຍ, ທາງສູນຕ້ານໂຣກເອສ ກໍຈະວາງແຜນ ເປີດສະຖານ ທີ່ແຈກຢາຍຢາຕ້ານ ໂຣກເອສ arv ຕື່ມອີກ
(ສຽງ) "ໃນປີ 2008 ຈະຂະຫຍາຍ ເພີ້ມສູນປິ່ນປົວດ້ວຍຢາ arv ອີກສອງສູນ ຄືຈຳປາສັກ ແລະຫລວງພະບາງ ເພື່ອໃຫ້ຄົນເຈັບ ຢູ່ທາງພາກເໜືອ ບໍ່ຕ້ອງເດີນທາງ ມາສວັນະເຂດ ຫລືພາກເໜືອ."
ເຈົ້າໜ້າທີ່ລາວວ່າ ການແຜ່ຂະຫຍາຍ ຂອງໂຣກເອສ ໃນລາວເພີ້ມຂື້ນ ຢູ່ທັງໃນຕົວເມືອງ ແລະໃນເຂດຊົນະບົດ ໂດຍສະເພາະ ໃນເຂດໂຄງການ ກໍ່ສ້າງໃຫ່ຽໆ ເຊັ່ນວ່າ ໂຄງການສ້າງຖນົນ ສາຍເໜືອ ຂອງລາວ, ໂຄງການຂຸດຄົ້ນຄຳ ແລະທອງ ແດງ ໃນເຂດພິເສດໄຊສົມບູນເປັນຕົ້ນ.
ຍິງສາວບໍ່ຣິການ ໂດຍມາກ ກໍໄປຈາກຕົວເມືອງ, ເມື່ອໄປຢູ່ໃນເຂດ ໂຄງການກໍ່ສ້າງ ແລ້ວກໍຊັກຊວນ ເອົານຸ່ມສາວ ຢູ່ໃນເຂດ ຊົນະບົດ ເຂົ້າຮ່ວມຂະບວນ ການຄ້າປະເວນີນຳ. ຍິງສາວນຸ່ມນ້ອຍ ໃນເຂດຊົນະບົດ ຕົກເປັນຜູ້ສ່ຽງສູງ ຕໍ່ການຕິດເຊື້ອໂຣກ hiv ຍ້ອນວ່າ ຂາດຄວາມເຂົ້າໃຈ ດ້ານການປ້ອງກັນເຊື້ອໂຣກ.
ສົມເນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ບັນຫາການສໍ່ລາດ ບັງຫລວງ ໃນລາວ ໂດຍສະເພາະ ໃນດ່ານຂົວມິຕະພາບ ລາວ-ໄທ ແຫ່ງທີ່ນຶ່ງ ຍັງດຳເນີນ ກັນຢູ່ຢ່າງກ້ວາງຂວາງ ຍ້ອນວ່າມາຕະການ ຕໍ່ຕ້ານ ການສໍ່ລາດບັງຫລວງ ຂອງທາງການລາວ ບໍ່ເອົາຈິງເອົາຈັງ
- ບໍຣິສັດຂຸດຄົ້ນຄຳ Pan Australia ລາຍງານ ໃນ ວັນທີ 25 ກຸມພາ ນີ້ວ່າທາງບໍຣິສັດ ໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ ທາງບໍຣິສັດ ໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ 378 ແມດ
- ສາຍການບິນ ລາວແອລາຍສັ່ງຈອງຍົນ ATR ອີກນຶ່ງລຳ ຈາກບໍຣິສັດ ATR
- ກາຣທີ່ໄທຽຈະອອກພັນທະບັຕຫລື”ບອນດ໌”ໃຫ້ແກ່ ສປປລາວ ສຳຫລັບໂຄງກາຣ ກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 2 ຍັງບໍ່ມີຄວາມຄືບໜ້າ ເທື່ອໃນປັຈຈຸບັນ.
- ສານພິດ ທໍາລາຍໃບໄມ້ ທີ່ເປັນອັນຕະລາຍ ຍັງມີຫລົງເຫລືອ ແລະ ປະປົນ ຢູ່ໃນສະພາບແວດລ້ອມ ໃນແຂວງສວັນນະເຂດຢູ່
- ນັກ ທຸຣະກິດໄທ ທີ່ສົ່ງສິນຄ້າ ໄປລາວ ມີຄວາມເປັນຫ່ວງ ໃນຂະນະທີ່ ສິນຄ້າຈີນ ກໍາລັງຕີຕລາດ ໃນສປປລາວ
- ການສົ່ງ ຊາວເຜົ່າມົ້ງ ບ້ານຫ້ວຍ ນໍ້າຂາວ ກັບຄືນ ສປປລາວ ຍັງຈະຖືກນໍາຂຶ້ນ ປຶກສາຫາລື ທີ່ກອງປະຊຸມ ໃນເດືອນມີນາ ຈະມາເຖິງນີ້
- ຂະແໜງ ກະສິກັມ ແລະປ່າໄມ້ ແຂວງຄຳມ່ວນ ແນະນຳໃຫ້ປະຊາຊົນ ສືບຕໍ່ປູກພືດກະສິກັມ
- ກຸ່ມບໍຣິສັດ ພະລັງງານໄຟຟ້າ ເອກະຊົນ EGCO ໃນປະເທດໄທ ກຳລັງພະຍາຍາມ ລົງທຶນໃສ່ໂຮງງານຜລິດ ໄຟຟ້າ 3 ແຫ່ງ ໃນ ສປປ ລາວ ແລະ ວຽດນາມ
- ມີຊາວບ້ານປະມານ 90 ຄອບຄົວ ຈະໄດ້ຮັບຜົນກະທົບ ຈາກໂຄງການ ສ້າງເຂື່ອນ ຜລິດກະແສໄຟຟ້າ ເຊກະຕໍ່າ ໃນ ແຂວງຈຳປາສັກ