ການບັງຄັບແມ່ ຍິງໃຫ້ເປັນໂສເພນີ ເປັນບັນຫານຶ່ງ ທີ່ໜ້າເປັນຫ່ວງ ຢູ່ ສ.ປ.ປ.ລາວ
ຕາມການສຳຫລວດ ຂອງມະຫາວິທະ ຍາໄລແຫ່ງຊາດ ແລະກະຊວງແຮງງານ ແລະສະຫວັດດີການ ສັງຄົມຂອງ ສ.ປ.ປ.ລາວ ກ່ຽວກັບຄົນງານ ທີ່ເປັນເພດຍິງ
-
ຈຳປາທອງ
2009-01-14 -
-
-
Your browser doesn’t support HTML5 audio
ຕາມການສຳຫລວດ ຂອງມະຫາວິທະ ຍາໄລແຫ່ງຊາດ ແລະກະຊວງແຮງງານ ແລະສະຫວັດດີການ ສັງຄົມຂອງ ສ.ປ.ປ.ລາວ ກ່ຽວກັບຄົນງານ ທີ່ເປັນເພດຍິງ ແລະເດັກນ້ອຍ ໃນຂະແໜງ ບໍລິການເຫັນວ່າ ໃນປີຜ່ານມາຄາດ ວ່າໃນຈຳນວນແມ່ຍິງ ແລະເດັກນ້ອຍທັງໝົດ 4,200 ກວ່າຄົນທີ່ເຮັດວຽກ ຢູ່ຕາມສະຖານທີ່ ບໍລິການ 73 ແຫ່ງ ໃນ12 ເມືອງ ຂອງ 4 ແຂວງຂອງລາວ ນັ້ນມີຜູ້ຍຶດອາຊີບ ໃຫ້ການບໍລິການ ທາງເພດເຖິງ 35.7 ສ່ວນຮ້ອຍ ສາເຫດຕົ້ນຕໍ ທີ່ພາໃຫ້ເກີດມີໂສເພນີ ຫລາຍຄືແນວນັ້ນ ກ່ອນອື່ນໝົດ ກໍແມ່ນເກີດຍ້ອນ ສະພາບຊີວິດ ການເປັນຢູ່ຂອງພວກເຂົາເຈົ້າມີຄວາມ ຫຍູ້ງຍາກຫລາຍ, ຂາດຄວາມອົບອຸ່ນ ຈາກຄອບຄົວແລະ ຖືກຕົວະຍົວະຫລອກລວງນອກນັ້ນ ກໍມີພັນທະລ້ຽງ ດູຄອບຄົວແລະມີ ຄວາມກົດດັນທາງ ການເງິນ ທັງໝົດນັ້ນ ເຮັດໃຫ້ແມ່ຍິງລາວ ຈຳຕ້ອງຕັດສິນໃຈຫາເງິນເພິ່ມ ດ້ວຍການເຮັດວຽກ ຢູ່ຮ້ານອາຫານ, ຮ້ານບັນເທີງ ແລະໂຮງແຮມ ຊຶ່ງສ່ວນໃຫຍ່ ມີໜ້າທີ່ໃຫ້ການ ບໍລິການແກ່ລູກຄ້າ ອັນເຮັດໃຫ້ພວກເຂົາເຈົ້າມີຄວາມສ່ຽງສູງ ໃນການທີ່ຈະ ຖືກກົດຂີ່ຂູດຮີດ ທາງເພດຈາກລູກຄ້າ.ຍ້ອນຄວາມຈຳ ເປັນທາງດ້ານເສດຖະກິດ, ການເງິນ, ຈຳນວນວຽກງານ ກໍຈຳກັດແລະຄ່າ ແຮງງານກໍຕ່ຳ ເຮັດໃຫ້ແມ່ຍິງລາວທີ່ມີອາຍຸ ລະຫວ່າງ 17 ປີ ຫາ 45 ປີ ທີ່ມີການສຶກສາ ຕ່ຳຈຳນວນ ຫລວງຫລາຍຈຳ ເປັນຕ້ອງໄດ້ລັກ ລອບໄປຊອກວຽກເຮັດ ງານທຳຢູ່ປະເທດເພື່ອນ ບ້ານໂດຍສະເພາະ ແມ່ນຢູ່ປະເທດໄທ ຊຶ່ງມີຫລາຍຄົນ ຖືກຂູດຮີດແຮງງານ, ຖືກຂາຍເປັນໂສເພນີ, ຕິດພະຍາດ ເປັນຕົ້ນ ຕິດເຊື້ອ HIV/AIDS.ເຖິງແມ່ນວ່າ ໃນປີ 2004 ສະພາແຫ່ງຊາດຂອງລາວ ໄດ້ຮັບຜ່ານກົດໝາຍວ່າດ້ວຍການພັດທະນາ ແລະປົກປ້ອງແມ່ຍິງ ຊຶ່ງໃນບາງມາດຕາ ລະບຸໄວ້ວ່າບຸກ ຄົນໃດຫາກິນດ້ວຍການຂາຍປະເວນີ ຫລືຫາລາຍໄດ້ ດ້ວຍການຄ້າປະເວນີ ຈະໃນຮູບການໃດ ກໍຕາມຈະຖືກລົງໂທດຕາມກົດໝາຍ ແຕ່ໃນຄວາມເປັນ ຈິງແລ້ວໃນສັງຄົມ ຢູ່ ສ.ປ.ປ.ລາວ ປັດຈຸບັນ ກໍຍັງ ມີຈຳນວນໂສເພນີ ຫລາຍເພີ່ມຂື້ນນຳເລື້ອຍໆ.