ຂະບວນການຄ້າເດັກນ້ອຍ ຂ້າມຊາດ
ປະເທດ ໃນພູມີພາກ ແມ່ນໍ້າຂອງ ຢາກໃຫ້ປາບປາມ ຂະບວນການຄ້າ ເດັກນ້ອຍ ຂ້າມຊາດ ຢ່າງເດັດຂາດ.
-
ໂພໄຊສວັດ
2010-11-01 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ກະຊວງພັທນາ ສັງຄົມ ແລະ ຄວາມໝັ້ນຄົງ ຂອງມະນຸດໄທ ກັບອົງການ ຊ່ວຍເຫລືອ ເດັກນ້ອຍ ແລະອົງການ ຮ່ວມມື ຕໍ່ຕ້ານການ ຄ້າມະນຸດ ໃນພູມີພາກ ແມ່ນ້ຳຂອງ ໄດ້ຮ່ວມກັນ ຈັດກອງປະຊຸມ ຜູ້ນຳເດັກນ້ອຍ ແລະ ເຍົາວະຊົນ ຈາກປະເທດ ໃນພູມີພາກ ແມ່ນ້ຳຂອງ ກ່ຽວກັບການ ຍຸຕິການ ຄ້າມະນຸດ ແລະ ການໂຍກຍ້າຍ ຖິ່ນຖານ. ໃນກອງປະຊຸມ ທີ່ຈັດຂຶ້ນ ຢູ່ບາງກອກ ປະເທດໄທ ມື້ວັນທີ 29 ຕຸລາ 2010 ເທື່ອນີ້ໄດ້ ມີຜູ້ຕາງ ໜ້າເດັກນ້ອຍ ແລະ ເຍົາວະຊົນ ພ້ອມທັງ ຜູ້ຕາງໜ້າ ຈາກຝ່າຍ ຣັຖບານຂອງ 6 ປະເທດ ພູມີພາກ ແມ່ນ້ຳຂອງ ຊຶ່ງມີ ລາວ ກຳພູຊາ ຈີນ ວຽດນາມ ພະມ້າ ແລະໄທ ເຂົ້າຮ່ວມ. ຕາມລາຍງານ ຂອງແຫລ່ງຂ່າວ ທ້ອງຖິ່ນ. ນາງສາວ ທິພັດສອນ ຫລວງສະອາດ ອາສາສມັກ ຈາກອົງການ Lows Use Union ຜູ້ຕາງໜ້າ ເຍົາວະຊົນ ລາວ ເວົ້າໃນກອງ ປະຊຸມວ່າ:
“ເດັກນ້ອຍໃນ ຫລາຍປະເທດ ໄດ້ຮັບຜົນ ກະທົບຈາກ ຂະບວນການ ຄ້າມະນຸດ ແລະ ການໂຍກຍ້າຍ ຖິ່ນຖານທີ່ ບໍ່ປອດພັຍ. ສໍາລັບຢູ່ລາວ ກໍມີບັນຫາ ຫລາຍຮູບແບບ, ເດັກນ້ອຍລາວ ສ່ວນໃຫຍ່ ຈະເຂົ້າໄປ ເຮັດວຽກເປັນ ຄົນຮັບໃຊ້ ໃນໄທ, ຕ້ອງເຮັດວຽກ ໜັກໂດຍ ບໍ່ມີເວລາ ພັກຜ່ອນ ຊ້ຳບໍ່ໜຳຍັງ ຖືກທຳຮ້າຍ ຮ່າງກາຍ ບາງກໍຣະນີ ຈົນເສັຍ ອົງຄະກໍມີ. ດັ່ງນັ້ນຈຶງ ຢາກຮຽກຮ້ອງ ໃຫ້ໜ່ວຍງານ ກ່ຽວຂ້ອງ ເຂົ້າມາເບິ່ງແຍງ ແກ້ໄຂ ປາບປາມໂດຍ ເດັດຂາດ”.
ທ່ານ ຈັກກຣິດຈັນແສງ ຜູ້ປະສານງານ ອົງການ ປົກປັກຮັກສາ ເດັກນ້ອຍ ຈາກການ ຄ້າມະນຸດ ພູມີພາກ ແມ່ນ້ຳຂອງ ເວົ້າວ່າ:
“ສະຖານະການ ໃນປັດຈຸບັນ ມີເດັກນ້ອຍ ທີ່ຕົກເປັນ ຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ ຖືກບັງຄັບ ໃຊ້ແຮງງານ ຫລາຍກວ່າການ ຄ້າປະເວນີ, ໃນເວລາ ດຽວກັນ ຂະບວນການ ນາຍໜ້າ ຄ້າມະນຸດ ກໍມີຄວາມ ຊັບຊ້ອນ ຫຍຸ້ງຍາກຫລາຍ ຂຶ້ນກວ່າເກົ່າ, ຈາກການຖືກ ຄົນຮູ້ຈັກກັນ ໄປຕົວະຕົ້ມ ຫລອກລວງ ສົ່ງຕໍ່ໄປເລື້ອຍໆ ເຮັດໃຫ້ການ ຈັບກຸມ ນາຍໜ້າກຸ່ມ ຄ້າມະນຸດ ຍາກຂຶ້ນ".
ນອກຈາກນັ້ນ ໃນກອງປະຊຸມ ຜູ້ຕາງໜ້າ ເດັກນ້ອຍແລະ ເຍົາວະຊົນ 6 ປະເທດ ພູມີພາກ ແມ່ນ້ຳຂອງ ຍັງໄດ້ຍື່ນ ຂໍ້ສເນີຫາ ເຈົ້າໜ້າທີ່ ຣັຖບານຂອງ 6 ປະເທດ ເພື່ອຂໍໃຫ້ ເລັ່ງແກ້ໄຂ ບັນຫາການ ຄ້າມະນຸດ ແລະ ການອົພຍົບ ໂຍກຍ້າຍ ຖິ່ນຖານທີ່ ບໍ່ປອດພັຍ ສຳລັບ ເດັກນ້ອຍ ແລະ ເຍົາວະຊົນ ເຊັ່ນການຂໍໃຫ້ ຊ່ວຍຄົ້ນຫາ ຜູ້ທີ່ຫາຍສາບສູນ ໄດ້ກັບຄືນ ສູ່ຄອບຄົວ, ຈັດຕັ້ງສູນ ຊ່ວຍເຫລືອ ແຮງງານ ໃນທຸກລະດັບ ສຳລັບ ເດັກນ້ອຍຄວບຄູ່ ໄປກັບຜູ້ໃຫຍ່ ແລະ ຈັດບົດຮຽນ ບົດສອນ ກ່ຽວກັບຜົນຮ້າຍ ຈາກການ ຄ້າມະນຸດ ໃນບົດຮຽນ ຂອງໂຮງຮຽນ ເປັນຕົ້ນ.