ການຍົກຣະດັບ ສິດທິແມ່ຍິງ ໃນເຂດຊົນນະບົດ ຍັງບໍ່ທົ່ວເຖິງ

ຍານາງ ສີໃສ ລືເດດມູນສອນ, ປະທານ ສູນກາງ ສະຫະພັນ ແມ່ຍິງລາວ ຮັບຮູ້ວ່າ ການພັດທະນາ ເພື່ອຍົກລະດັບ ສິດທິ ໃນດ້ານຕ່າງໆ ຂອງຜູ້ຍິງລາວ ໃນເຂດຊົນະບົດ ຍັງປະຕິບັດ ໄດ້ຕໍ່າກ່ວາ ເປົ້າໝາຍ ທີ່ໄດ້ວາງໄວ້ ຢ່າງຫລວງຫລາຍ.

ການປະຕິບັດແຜນການ ໄດ້ດໍາເນີນໄປ ຢ່າງຊັກຊ້າແລະ ບໍ່ທົ່ວເຖິງ ເຮັດໃຫ້ສິດທິ ຂອງສັຕຣີ ບໍ່ສາມາດ ທຽທົ່າ ກັບເພດຊາຍ ເລີຽ. ສິດທິ ຂອງຜູ້ຍິງໃນເຂດຊົນະບົດ ໃນທຸກໆ ດ້ານ ຕໍ່າກ່ວາ ຜູ້ຍິງໃນເຂດຕົວເມືອງ ຫລາຍ. ຜູ້ຍິງລາວ ຢູ່ໃນເຂດຊົນະບົດມີໂອກາດນ້ອຍ ທີ່ໄດ້ຮຽນໜັງສື ແລະ​ ​ໄດ້ຮັບການຝືກແອບວິຊາຊີບ. ມີຈໍານວນ ບໍ່ນ້ອຍ ຕ້ອງເດີນທາງ ເຂົ້າມາ ໃນຕົວເມືອງ ​​ເພື່ອປະກອບ ອາຊີບ ໃນສະຖານທີ່ ບັນເທິງ ປະເພດຕ່າງໆ ອັນເຮັດໃຫ້ ເກີດບັນຫາ ປະກົດການ ຍໍ່ທໍ້ທາງ ດ້ານສັງຄົມ ເພີ້ມຂື້ນ, ດັ່ງ​​ໃນຄໍາຖະແຫລງ ຕອນນື່ງ:


ການພັດທະນາຜູ້ຍິງ ຊົນະບົດ ໃນເຂດສອກຫລີກ ຍັງບໍ່ສາມາດ ໄປໄດ້ຢ່າງທົ່ວເຖິງ. ​ແມ່ຍິງ  ຈໍານວນນ້ອຍໆ ຍັງຂາດ ໂອກາດ ແລະ ບໍ່ມີເງື່ອນໄຂ ໃນການພັດທະນາຕົນເອງ ທັງດ້ານ ການສືກສາ ການຮັກສາ ສຸຂະພາບ ການຝືກອົບຮົມ ອາຊີບ ການພັດທະນາ ຝີມື ແຮງງານ ກໍຄືການຊອກແຫລ່ງ ລາຍຮັບ ໃຫ້ແກ່ຄອບຄົວ.”


ກ່ຽວກັບ ເຣື້ອງນີ້ ເຈົ້າໜ້າທີ່ ອົງການແຮງງານສາກົນໃຫ້ທັດສະນະວ່າ ການບໍ່ສາມາດ ປະຕິບັດໄດ້ຕາມແຜນການ ແລະ ເປົ້າໝາຍ ທີ່ວາງໄວ້ ເຮັດໃຫ້ ຜູ້ຍິງລາວ ໃນເຂດຊົນະບົດ ອົພະຍົບເຂົ້າໄປ ໃນຕົວເມືອງໃຫ່ຽ ຫລາຍຂື້ນທຸກໆວັນ ໂດຍສະເພາະລັກລອບເຂົ້າໄປ ຫາວຽກເຮັດງານທໍ ຢູ່ໃນປະເທດໄທ. ອົງການ ແຮງງານສາກົນປະເມີນວ່າ ໃນຈໍານວນ ຄົນງານລາວ 3 ​ແສນກ່ວາຄົນ ທີ່​​ເຂົ້າໄປເຮັດວຽກ ຢູ່ໃນ ປະເທດໄທນັ້ນ 55% ​ເປັນຜູ້ຍິງ. ຜູ້ຍິງ ຈໍານວນນີ້ຕົກຢູ່ໃນ ຄວາມສ່ຽງ ​​ໃນການເປັນເຍື່ອ ຂອງຂະບວນ ການຄ້າມະນຸດ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org