ແລ່ງຂ່າວມາເລເຊັຽວ່າ ອາຊ໊ຽນ ຄວນແກ້ບັນຫາມົ້ງລາວ
ໜັງສືພີມມາເລເຊັຽ ຢາກໃຫ້ອາຊ໊ຽນ ແກ້ໄຂບັນຫາ ຊາວມົ້ງລາວ ຢ່າງເອົາຈິງເອົາຈັງ.
-
ຫວາດ ສີມູນ
2010-01-04 -
-
-
Your browser doesn’t support HTML5 audio
ໜັງສືພິມ Utusan ຂອງມາເລເຊັຽ ທີ່ນຳອອກທາງເວ໊ບໄຊຕ໌ ໃນມື້ວັນເສົາທີ່ 2 ມົກກະຣານີ້ ໄດ້ຮຽກຮ້ອງໃຫ້ ອາຊ໊ຽນ ເອົາໃຈໃສ່ພິຈາຣະນາ ເບິ່ງບັນຫາຂອງຊາວ ອົພຍົພລາວມົ້ງ ຢ່າງເອົາຈິງເອົາຈັງ ເພາະເປັນບັນຫາ ຄືກັນກັບທີ່ທາງກາຣໄທຽ ໄດ້ສົ່ງຊາວອົພຍົພ ໂຣຫິ໊ງຍາ Rohingya ກັບຄືນພະມ້າ ໃນປີທີ່ຜ່ານມາ.
ໜັງສືພິມມາເລເຊັຽວ່າ ກາຣທີ່ທາງກາຣໄທຽ ເອົາມາຕກາຣຈັດສົ່ງ ຊາວມົ້ງລາວກວ່າ 4,000 ຄົນ ຈາກສູນຊົ່ວຄາວ ທີ່ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັສບຸນ ແລະຈາກ ດ່ານກວດຄົນເຂົ້າເມືອງ ຢູ່ເມືອງໜອງຄາຍ ໃຫ້ແກ່ທາງກາຣ ສປປລາວ ໃນມື້ວັນຈັນທີ່ 28 ທັນວາຜ່ານມານີ້ ເປັນກາຣສົ່ງມອບແບບ ບັງຄັບ ຕາມຂໍ້ຕົກລົງກັບ ທາງກາຣລາວເທົ່ານັ້ນ ທັ້ງໆທີ່ທາງຫ້ອງກາຣ ຂ້າຫລວງໃຫຍ່ສະຫະປະຊາຊາຕ ດ້ານຜູ້ອົພຍົພຫລື UNHCR ບໍ່ເຫັນພ້ອມນຳ ທັ້ງໆທີ່ປະເທສ ຕາເວັນຕົກຫລາຍປະເທສ ຕົກລົງທີ່ຈະຮັບເອົາ ເຂົາເຈົ້າໄປຕັ້ງຖິ່ນຖານໃໝ່ ໃນປະເທສທີ່ສາມເຊັ່ນ ສະຫະຣັຖ ການາດາ ຝຣັ່ງ ແລະອົສເຕຣເລັຽ ແລ້ວ ນັ້ນກໍຕາມ.
ທາງໜັງສືພິມ Utusan ດັ່ງກ່າວໄດ້ເນັ້ນວ່າ: ອາຊ໊ຽນຄວນຈະມີບົດບາທ ໃຫ້ຄວາມຄຸ້ມຄອງ ແກ່ຊາວອົພຍົພທຸກຄົນ ເພື່ອມະນຸສຍະທັມ ແລະ ຄວນຈະກົດດັນບໍ່ ໃຫ້ທາງກາຣໄທຽໄດ້ ສົ່ງຊາວໂຣຫິ໊ງຍ໋າ ກັບຄືນໄປຍັງພະມ້າ ໃນປີທີ່ຜ່ານມາ ແລະຄວນຈະເຂົ້າກີດກັ້ນ ບໍ່ໃຫ້ສົ່ງຊາວເຜົ່າມົ້ງ ໃຫ້ແກ່ທາງກາຣລາວ ແຕ່ຢ່າງໃດ ໃນສັປດາຜ່ານມາ.