ທ່ານ Jim Webb ປຶກສາບັນຫາ ມົ້ງ ກັບທາງການລາວ

ສະມາຊິກສະພາສູງ ສະຫະຣັຖ ອາເມຣິກາ ຈາກຣັຖ Virginia ທ່ານ Jim Webb ທີ່ໄດ້ເດີນທາງໄປ ຢ້ຽມຢາມສປປລາວ ເມື່ອວັນພຣະຫັດ ວັນທີ 13 ຜ່ານມາ ແລະໄດ້ກັບຈາກ ການໄປຢ້ຽມຢາມ ປະເທດພະມ້າ ໃນຕອນບ່າຍຂອງ ວັນອາທິດ ວັນທີ່ 16 ນີ້.

ຊາວມົ້ງລາວທີ່ສູນກັກຂັງຊົ່ວຄາວບ້ານຫ້ວຍນ້ຳຂາວ Photo: RFA

ທ່ານ Jim Webb ໄດ້ຕອບຄໍາຖາມ ຂອງນັກຂ່າວ ເອເຊັຽເສຣີ ທີ່ຖາມວ່າເມື່ອເວລາ ທ່ານພົບປະກັບ ເຈົ້າໜ້າທີ່ທາງການລາວ ຢູ່ທີ່ ນະຄອນຫລວງ ວຽງຈັນນັ້ນ ທ່ານໄດ້ຍົກເອົາປັນຫາ ສິດທິມະນຸດ ຂື້ນມາເວົ້າກັບ ທາງການລາວຫລືບໍ່ ໂດຍສະເພາະປັນຫາ ການສົ່ງຊາວມົ້ງລາວ ກັບຄືນປະເທດ ທ່ານກໍຕອບສັ້ນໆວ່າ:

ພວກທ່ານໄດ້ສົນທະນາ ກັນໃນເຣື້ອງນີ້ ຂ້າພະເຈົ້າຄວນ ບອກກັບທ່ານວ່າ ສະຖານທູດ ສະຫະຣັຖ ປະຈໍາລາວກໍາລັງ ເຮັດວຽກກ່ຽວກັບເຣື້ອງ ນີ້ຢ່າງຈິງຈັງ ປັນຫາ ໃຫ່ຽໆທີ່ທ່ານ Webb ໃຫ້ສັມພາດແກ່ ສື່ມວນຊົນຢູ່ທີ່ ບາງກອກ ປະເທດໄທ ໃນຕອນບ່າຍຂອງ ວັນທີ 16 ສິງຫາ ນີ້. ສ່ວນໃຫ່ຽແມ່ນ ປັນຫາກ່ຽວກັບ ການເດີນ ທາງຂອງທ່ານໄປ ປະເທດພະມ້າ. ດັ່ງທີ່ທ່ານໄດ້ ຟັງຄໍາຕອບຂອງ ທ່ານ Jim Webb ແລ້ວວ່າປັນຫາ ສິດທິມະນຸດ ໂດຍສະເພາະປັນຫາ ການສົ່ງຊາວມົ້ງລາວ ຢູ່ສູນບ້ານ ຫ້ວຍນໍ້າຂາວ ແຂວງເພັດສະບູນ ຂອງໄທ ກັບຄືນປະເທດນັ້ນ ກໍແມ່ນນຶ່ງໃນຫລາຍ ປັນຫາກ່ຽວກັບ ການເຮັດວຽກຮ່ວມ ກັນກັບເຈົ້າໜ້າທີ່ ລາວໃນ ຫລາຍຣະດັບ ໃນຂັ້ນຕໍ່ໆໄປ.

ປັດຈຸບັນນີ້ ຊາວມົ້ງລາວປະມານ 4,700 ຄົນ ຢູ່ສູນ ບ້ານຫ້ວຍນໍ້າຂາວ ກໍາລັງຢູ່ ໃນຂັ້ນຕອນ ຂອງການຖືກສົ່ງ ກັບຄືນປະເທດ. ຫລາຍອົງການ ສິດທິມະນຸດຊົນ ມີຄວາມເປັນຫ່ວງ ຢ້ານວ່າຊາວມົ້ງ ຈໍານວນນຶ່ງອາດຖືກ ທາງການລາວ ປະຫັກປະຫານ ແລະບໍ່ຄວນສົ່ງ ຊາວມົ້ງກັບຄືນ ປະເທດແບບບັງຄັບ.

ເມື່ອວັນທີ 7 ສິງຫາຜ່ານມາ ທ່ານ ພົນຈັຕະວາ ບົວສ້ຽງ ຈໍາປາພັນ ເຈົ້າໜ້າທີ່ຂັ້ນສູງ ຂອງລາວທີ່ເດີນທາງ ມາບ້ານຫ້ວຍນໍ້າຂາວ ໄດ້ກ່າວວ່າ ຮັຖບານລາວ ມີນະໂຍບາຍ ໃຫ້ອາພັຍໂທດ ແກ່ຊາວມົ້ງທຸກໆຄົນ ແລະວ່າຈະບໍ່ເອົາໂທດ ເອົາໂພຍຜູ້ໃດໝົດ ຂໍໃຫ້ແຕ່ຊາວມົ້ງ ກັບຄືນປະເທດ ຂອງຕົນກໍແລ້ວກັນ ແລະວ່າ ຣັຖບານ ຈະຊ່ວຍເຫລືອຕາມ ຄວາມສາມາດທີ່ມີຢູ່.

ສົມເນ  RFA ລາຍງານຈາກ ບາງກອກ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org