ໄທຽເລື່ອນກາຣ ສົ່ງຊາວມົ້ງລາວ ກັບຄືນ
ທາງກາຣ ທະຫາຣໄທຽ ເລື່ອນກາຣສົ່ງ ຊາວມົ້ງລາວ ກັບຄືນປະເທສ ອອກໄປຕື່ມອີກ ຈົນຮອດທ້າຍ ເດືອນມົກຣານີ້
-
ຫວາດ ສີມູນ
2009-01-28 -
-
-
Your browser doesn’t support HTML5 audio
ກາຣທີ່ທາງ ເຈົ້າໜ້າທີ່ ທະຫາຣໄທຽ ມີກຳໜົດ ທີ່ຈະຈັດ ສົ່ງຊາວມົ້ງ ລາວຈຳນວນ 90 ຄົນໃຫ້ແກ່ ທາງກາຣ ສປປລາວ ໃນວັນທີ່ 22 ມົກຣານີ້ນັ້ນ ປາກົດວ່າ ມີກາຣເລື່ອນ ເວລາອອກໄປ ມື້ໃໝ່ໂດຽ ບໍ່ແຈ້ງສາເຫຕ ແຕ່ຢ່າງໃດ ຫລືຈະສົ່ງກັບ ຄືນເມືອງລາວ ມື້ໃດກັນແທ້ ແຕ່ກໍມີ ແນວໂນ້ມທີ່ວ່າ ຈະເລື່ອນໄປ ຈົນຮອດທ້າຍ ເດືອນມົກຣາ 2009 ນີ້ເຊັ່ນກັນ ກ່ຽວກັບເຣື່ອງນີ້ ຊາວມົ້ງລາວ ທີ່ບ້ານຫ້ວຍນ້ຳຂາວ ຜູ້ໜື່ງທີ່ ບໍ່ປະສົງ ອອກຊື່ໄດ້ ແຈ້ງຕໍ່ທາງ ວິທຍຸ ເອເຊັຽເສຣີວ່າ:
ທີແຣກເຫັນ ບອກວ່າຈະ ສົ່ງໄປໃນ ວັນທີ່ 22 ແຕ່ກໍໄດ້ ເລື່ອນເວລາ ອອກໄປເປັນ ວັນທີ່ 30 ເດືອນມັງກອນ ແລະຕອນນີ້ ຄືວ່າມີ ສອງຮ້ອຍກວ່າ (ຄົນ) ແລ້ວ” ຊາວມົ້ງລາວ ຜູ້ນີ້ໄດ້ແຈ້ງ ເພີ່ມວ່າ: ທາງກາຣ ທະຫາຣໄທຽ ເມືອງເຂົາຄໍ້ ທີ່ຮັບຜິດຊອບ ໄດ້ເປີດຮັບ ຜູ້ສະມັກ ໃຈກັບຄືນ ປະເທສລາວ ໂດຽບໍ່ຈຳ ກັດຈຳນວນ ຊື່ງເປັນກາຣ ປະຕິບັຕຕາມ ຂໍ້ຕົກລົງ ຂອງທາງເຈົ້າ ໜ້າທີ່ ກັມມະກາຣ ຮ່ວມມືລາວ-ໄທຽໃນກາຣ ສົ່ງຜູ້ລັກລອບ ເຂົ້າເມືອງໂດຽ ຜິດກົດໝາຍ ແລະນອກຈາກ ນັ້ນຍັງມີ ຈຳພວກທີ່ ລັກໜີອອກ ຈາກເຂຕ ບ້ານຫ້ວຍນ້ຳຂາວ ແລ້ວທາງເຈົ້າ ໜ້າທີ່ທະຫາຣ ໄທຽຈັບໄດ້ ແລະຕ້ອງສົ່ງ ກັບຄືນຮວມ ເປັນທັງໝົດ ປະມານ 200 ຄົນແລ້ວໃນ ປັຈຈຸບັນນີ້.
ສຳລັບ ຊາວມົ້ງທີ່ ຂັດຂືນບໍ່ ຢາກກັບຄືນ ເມືອງລາວນັ້ນ ກໍຍັງມີຢູ່ ເປັນກຸ່ມສ່ວນໃຫຍ່ ທີ່ພຍາຍາມ ຮຽກຮ້ອງຂໍ ຄວາມຊ່ວເຫລືອ ຈາກທາງອົງກາຣ ຂ້າຫລວງໃຫຍ່ ສະຫະປະຊາຊາຕ ດ້ານຜູ້ ອົພຍົພຫລື UNHCR ແຕ່ກໍບໍ່ ມີເຈົ້າໜ້າ ທີ່ຈາກອົງ ກາຣໃດໆເຂົ້າ ໄປໄດ້ ຖ້າບໍ່ໄດ້ ຮັບອະນຸຍາຕ ຈາກກອງທັພ ພາຄທີ່ 3 ເສັຽກ່ອນ. ພ້ອມດຽວກັນ ກໍເຮັດໃຫ້ ຊາວມົ້ງຫລາຍໆ ຄົນຢ້ານກົວ ແລະພຍາຍາມ ລັກໜີຢູ່ເລື້ອຽໆ ທຸກຄືນ ເຂົາເຈົ້າຈະໜີ ຕອນກາງຄືນ ຕອນນີ້ ມັນໜີໄປ ທຸກມື້ທຸກວັນ ຈົນຈຳບໍ່ໄດ້ ຢ່າງໃດກໍຕາມ ທາງກາຣໄທຽ ໄດ້ສົ່ງກຳ ລັງທະຫາຣ ບໍ່ຕໍ່າກວ່າ 250 ຄົນເພື່ອໃຫ້ ຄວາມເບີ່ງແຍງ ພ້ອມກັບເປັນ ກາຣປ້ອງກັນ ບໍ່ໃຫ້ຊາວ ມົ້ງລາວລັກ ໜີອອກໄປໄດ້!