ທາງການໄທຽ ວ່າບໍ່ມີການ ທໍາຮ້າຍມົ້ງລາວ

ທາງການໄທຽ ປະຕິເສຕວ່າ ບໍ່ມີກາຣຊ້ອມ ທຳຮ້າຍຮ່າງກາຍ ຊາວມົ້ງລາວແຕ່ຢ່າງໃດ ໃນຂະນະທີ່ຈັດສົ່ງ ໃຫ້ແກ່ທາງກາຣ ສປປລາວ.

ເຈົ້າໜ້າທີ່ໄທຽ ປະຕິເສດຂໍ້ກ່າວຫາ ແລະວ່າບໍ່ມີກາຣຊ້ອມ ຫລືທຳຮ້າຍຮ່າງກາຍ ຊາວມົ້ງລາວກວ່າ 350 ຄົນ ໃນຣະຫວ່າງທີ່ ຈັດສົ່ງມອບໃຫ້ແກ່ທາງກາຣ ສປປລາວ ໃນສັປດາຜ່ານມານີ້ ແຕ່ຢ່າງໃດ.

ທ່ານປະນິທານ ວັທນາຍາກອນ ຮອງເລຂາທິກາຣ ນາຍົກຣັຖມົນຕຣີ ໄດ້ແຈ້ງຕໍ່ສື່ມວລຊົນ ທ້ອງຖິ່ນໃນມື້ວັນເສົາທີ່ 2 ມົກຣາ 2010 ນີ້ ກ່ຽວກັບກໍຣະນີທີ່ທ່ານ Phillip Smith ຕົນແທນຂອງອົງກາຣ ອະດີດນັກຣົບເກົ່າລາວ-ອະເມຣິກັນ ທີ່ວ່າໄດ້ຮັບຣາຍງານ ທາງໂທຣະສັພ ແລະວ່າ ມີຊາວມົ້ງຜູ້ຊາຍ 350 ກວ່າຄົນ ຖືກເຈົ້າໜ້າທີ່ໄທຽ ຊ້ອມທຳຮ້າຍຮ່າງກາຍ ເຮັດໃຫ້ບາງຄົນ ມີອາກາຣສາຫັດ ໃນຂະນະທີ່ສົ່ງມອບ ໃຫ້ເຈົ້າໜ້າທີ່ລາວນັ້ນ ແມ່ນບໍ່ມີມູລ ຄວາມຈິງແຕ່ປະກາຣໃດ.

ກາຣກ່າວຫາດັ່ງກ່າວ ກໍມັກຈະເກີດຂຶ້ນເລື້ອຍໆ ແມ້ແຕ່ໃນສມັຍ ຣັຖບາລຂອງທ່ານສຸຣະຍຸດ ຈຸລານົນ ທີ່ມີນະໂຍບາຍຈັດສົ່ງ ຊາວມົ້ງລາວກັບຄືນປະເທສ ກໍມີຂ່າວກາຣຣາຍງານ ແບບນີ້ເຊັ່ນກັນ.

ພ້ອມດຽວກັນນີ້ ທ່ານປະນິທານ ກໍຢືນຢັນວ່າ ມີກາຣບັນທຶກຮູບພາບວິດີໂອ ຕລອດຣະຍະກາຣຈັດສົ່ງ ຊາວມົ້ງລາວກັບຄືນປະເທສ ຄັ້ງຫລ້າສຸດນີ້ໄວ້ເປັນ ຫລັກຖານເຊັ່ນກັນ, ສະນັ້ນຖ້າຫາກມີກາຣ ກ່າວຫາຕື່ມຕໍ່ໄປ ທາງກາຣກ່ຽວຂ້ອງຂອງໄທຽ ກໍອາຈຈະໄດ້ເອົາວີດີໂອ ດັ່ງ ກ່າວອອກມາເຜີຽແຜ່ ເພື່ອເປັນກາຣຢືນຢັນ ກາຣດຳເນີນວຽກງານ ຂອງເຈົ້າໜ້າທີ່ ໃນຂັ້ນຕໍ່ໄປ ກໍເປັນໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org