ນາຍພົນບົວສ້ຽງວ່າ ມົ້ງລາວຢາກຢູ່ລາວ

ທາງການລາວ ຢືນຢັນວ່າ ຍັງບໍ່ມີຊາວມົ້ງລາວ ສເນີຂໍໄປຕັ້ງ ຖິ່ນຖານ ຢູ່ປະເທດ ທີສາມເທື່ອ.

ນັກການທູຕ ຕ່າງປະເທດປະຈໍາລາວ ກໍາລັງພຍາຍາມ ໂອ້ລົມສັມພາດ ຊາວມົ້ງລາວທີ່ບ້ານໂພນຄໍາ ໃນວັນທີ 26 ມິນາ 2010 ແຕ່ຖືກເຈົ້າໜ້າທີ່ ທາງການລາວ ເຂົ້າກີດກັນໄວ້ ຫ້າມບໍ່ໃຫ້ຊາວມົ້ງ ໂອ້ລົມນໍານັກຂ່າວ ຫລືການທູຕໂດຍກົງ Photo: RFA

ພົລຈັດຕະວາ ບົວສ້ຽງ ຈຳປາພັນ ຮອງຫົວໜ້າກົມໃຫຍ່ ເສນາທິການ ກອງທັບ ຢືນຢັນ ໃນມື້ວັນທີ 26 ມີນາ 2010 ຕໍ່ໜ້າເຈົ້າໜ້າທີ່ ລະດັບສູງຈາກ ສະຖານທູດ ແລະສື່ມວນຊົນ ຕ່າງຊາດທີ່ມາ ຢ້ຽມຢາມ ບ້ານໂພນຄຳ ແຂວງບໍລິຄຳໄຊ ວ່າຍັງບໍ່ທັນ ມີຊາວມົ້ງລາວ ທີ່ກັບມາຈາກໄທ ຄົນໃດສເນີ ມາຫາ ທາງການລາວ ເພື່ອຂໍໄປ ຕັ້ງຖິ່ນຖານ ຢູ່ປະເທດ ທີສາມເທື່ອ. ທ່ານເວົ້າ ໃນຕອນນຶ່ງວ່າ:

"ຈາກທີ່ວ່າຈຳນວນນຶ່ງ ມີຄວາມຢ້ານກົວ ແລ້ວກໍຢາກຍ້າຍໄປ ປະເທດອື່ນ ປະເທດທີສາມ ນັບຕັ້ງແຕ່ມື້ມາ ຈົນເຖິງມື້ນີ ເຂົາເຈົ້າບໍ່ມີຜູ້ໃດ ມາສເນີນຳ ຂ້າພະເຈົ້າວ່າ ຂໍຍ້າຍ ໄປປະເທດນີ້ ຂໍຍ້າຍໄປປະເທດນັ້ນ ມີແຕ່ວ່າຂໍຢູ່ ທີ່ນີ້ ຂໍຢູ່ບ້ານເກີດ ເມືອງນອນ ຂໍຢູ່ປະເທດລາວ ເທົ່ານັ້ນ".

ສ່ວນຊາວມົ້ງລາວ ຫລາຍຄົນ ເມື່ອພົບພໍ້ກັບ ເຈົ້າໜ້າທີ່ຈາກ ສະຖານທູດ ແລະສື່ມວນຊົນນາໆຊາດ ກໍພະຍາຍາມ ທີ່ຈະເຂົ້າມາ ເວົ້າລົມ ດ້ວຍຄຳເວົ້າຄ່ອຍໆ ແຕ່ວ່າເຈົ້າໜ້າທີ່ ທະຫານລາວ ສັ່ງຫ້າມໃຫ້ບໍ່ໃຫ້ ເວົ້າກັບ ສື່ມວນຊົນ ແລະເຈົ້າໜ້າທີ່ຈາກ ສະຖານທູດ ໂດຍກົງ.

ກ່ອນການມາ ຢ້ຽມຢາມໝູ່ບ້ານ ໂພນຄຳແຂວງ ບໍລິຄຳໄຊ ຂອງເຈົ້າໜ້າທີ່ ຈາກສະຖານທູດ ແລະສື່ມວນຊົນ ນາໆຊາດ ຄັ້ງວັນທີ 26 ມີນາ 2010 ນີ້ ກໍໄດ້ມີເຈົ້າໜ້າທີ່ ລະດັບສູງຂອງ ທາງການລາວ ເຂົ້າມາໃນໝູ່ບ້ານ ເພື່ອຊີ້ແຈງແລະ ຕັກເຕືອນບໍ່ໃຫ້ເວົ້າ ສິ່ງທີ່ຈະສ້າງ ຄວາມເສັຍຫາຍແກ່ ທາງການລາວ, ແຕ່ຜົນປາກົດວ່າ ເມື່ອຮອດ ມື້ພົບພໍ້ກັນ ຊາວມົ້ງລາວ ກໍພຍາຍາມ ຕິດຕໍ່ໂອ້ລົມກັບ ຄະນະຜູ້ມາ ຢ້ຽມຢາມໃຫ້ໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org