ຣັຖສະພາ ຮຽກຮ້ອງ ຣັຖມົນຕຣີ ຕ່າງປະເທດ ຊ່ວຍປົກປ້ອງ ຊາວມົ້ງ ຢູ່ໃນ ປະເທດໄທ.

ສະມາຊິກ ຣັຖສະພາສະຫະຣັຖ ຮຽກຮ້ອງ ໃຫ້ຣັຖມົນຕຣີການ ຕ່າງປະເທດສະຫະຣັຖ ໃຫ້ການ ຊ່ວຍເຫລືອແລະ ປົກປ້ອງຊາວລາວ ເຜົ່າມົ້ງທີ່ອາໃສຢູ່ສູນ ໃນປະເທດໄທ.

ຈຳນວນນື໋ງ ຂອງຊາວມົ້ງ ເດັກນ້ອຍ ແລະຜູ້ໃຫຍ່ ທິ໋ບ້ານ ຫ້ວຍນໍ໊າຂາວ ປະເທດໄທ RFA

ເມື່ອວັນທີ່ 25 ກຸມພາທີ່ຜ່ານມາ ສະມາຊິກ ຣັຖສະພາ ສະຫະຣັຖ 19 ທ່ານ ໄດ້ຂຽນຈົດໝາຍເຖິງ ຍານາງ Hillary Clinton ຣັຖມົນຕຣີການ ຕ່າງປະເທດ ສະຫະຣັຖ ຮຽກຮ້ອງໃຫ້ ຣັຖບານ ສະຫະຣັຖ ຊ່ວຍປົກປ້ອງ ຊາວລາວເຜົ່າມົ້ງ ທີ່ມີຢູ່ກວ່າ 5000  ຄົນທີ່ຍັງອາໃສ ຢູ່ສູນ ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງ ເພັດສະບູນ ຂອງໄທ. ຈົດໝາຍສະບັບ ນັ້ນຂຽນວ່າ ຊາວລາວເຜົ່າມົ້ງ ເຫລົ່ານີ້ ເຄີຍຕໍ່ສູ້ເພື່ອ ຜົນປະໂຍດຂອງ ສະຫະຣັຖ ແລະຈະຖືກສົ່ງ ກັບຄືນ ປະເທດລາວ ພາຍໃນ ສາມສີ່ເດືອນ ຂ້າງໜ້າ. ຢູ່ລາວ ພວກເຂົາອາດຈະ ຖືກປາບປາມ ຫລືເຂັນຂ້າ.

ໃນຈົດໝາຍ ສະບັບດັ່ງກ່າວ ສະມາຊິກ ຣັຖສະພາ ສະຫະຣັຖ ຂໍຮຽກຮ້ອງໃຫ້ ຣັຖບານ ສະຫະຣັຖ ກົດດັນ ຣັຖບານໄທ ອະນຸຍາດໃຫ້ ເຈົ້າໜ້າ ທີ່ຫ້ອງການ ອົບພະຍົບ ສະຫະປະຊາຊາດ ເຂົ້າໄປສຳຣວດ ເບິ່ງຢ່າງຄັກແນ່ ວ່າຊາວລາວ ເຜົ່າມົ້ງ ຜູ້ໃດມີສິດ ເປັນອົບພະຍົບ.

ຍານາງ Doris Matsui ສະມາຊິກ ສະພາຕ່ຳຂອງ ສະຫະຣັຖຈາກ ຣັຖຄາລີຟໍເນັຍ ຊຶ່ງເປັນຣັຖ ທີ່ມີຊາວລາວ ເຜົ່າມົ້ງ ອາໃສຢູ່ຫລາຍ ກ່າວວ່າ ການບັງຄັບສົ່ງ ຊາວເຜົ່າມົ້ງ ຈາກສູນ ບ້ານຫ້ວຍນ້ຳຂາວ ກັບຄືນ ປະເທດລາວ ຈະເປັນການຈັດ ສົ່ງພວກເຂົາເຈົ້າ ໄປຕາຍ. ເຊັ່ນດຽວກັນ ທ່ານ Ron Kind ສະມາຊິກ ສະພາຕ່ຳ ສະຫະຣັຖຈາກ ຣັຖວິສກອນຊິນ ເວົ້າວ່າ ຊາວລາວເຜົ່າມົ້ງ ໃນຣັຖວິສກອນຊິນ ຫລາຍໆຄົນ ມີຄວາມເປັນຫ່ວງ ຕໍ່ຊະຕາກັມ ຂອງພໍ່ແມ່ ພີ່ນ້ອງ ຂອງພວກເຂົາເຈົ້າ ທີ່ຍັງຢູ່ໄທ ເພາະວ່າຣັຖບານລາວ ຍັງຈຳແນກແລະ ປາບປາມ ຊາວເຜົ່າມົ້ງ ຢູ່ໃນລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org