ຊາວລາວຮ່ວມດ້ວຍ ຊົນເຜົ່າມົ້ງປະທ້ວງ

ນັກເຄື່ອນໄຫວ ຊາວລາວຮ່ວມດ້ວຍ ຊົນເຜົ່າມົ້ງ ໃນສະຫະຮັດ ປະທ້ວງ ການພົວພັນຂອງ ສະຫະຣັຖ ກັບ ສປປລາວ.

ທ່ານທອງລຸນສີສຸລີດ(ຊ້າຍ) ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີຕ່າງ ປະເທດສປປລາວ ຢ້ຽມຢາມສະຫະຣັດ ໃນວັນທີ່ 13 ກໍຣະກະດາ 2010 ຖືກຕ້ອນຮັບໂດຍມາດາມ Hillary Clinton ຣັຖມົນຕຣີຕ່າງ ປະເທດສະຫະຣັດ ຊື່ງເຮັດໃຫ້ຊາວ ລາວ-ອະເມຣິກັນ ຊາວມົ້ງລາວ-ອະເມຣິກັນ ມີຄວາມກັງວົນ ໃນການພົວພັນ ຣະຫວ່າງຣັຖບານລາວ ແລະສະຫະຣັດ AFP Photo/Paul J. Richards

ຄນະຜູ້ຕາງໜ້າ ຊາວລາວ ແລະຊົນເຜົ່າມົ້ງ ໃນສະຫະຮັຖ ໄດ້ສະແດງອອກ ເຖີງຄວາມກັງວົນ ໃນມື້ວັນສຸກທີ 16 ກໍຣະກະດາ 2010 ຜ່ານມາ ກ່ຽວກັບຂ່າວທີ່ ທາງການ ສະຫະຣັຖ ມີຄວາມພົວພັນ ໃກ້ຊິດກັບ ທາງການລາວຫລາຍຂື້ນ ແລະຍັງໄດ້ຮຽກຮ້ອງ ໃຫ້ຣັຖບານລາວ ປັບປຸງການເບິ່ງແຍງ ຊົນເຜົ່າກຸ່ມນ້ອຍ ໃນລາວ ອີງຕາມລາຍງານ ຂອງແຫລ່ງຂ່າວ AFP ວັນທີ 16 ກໍຣະກະດາ 2010.

ຊາວມົ້ງລາວ ອະເມຣິກັນ ຮ່ວມກັບຊາວລາວ ອະເມຣິກັນ ທີ່ບໍ່ນິຍົມ ຣັຖບານວຽງຈັນ ໄດ້ອອກຖແລງການຮ່ວມ ສະແດງເຖິງການ ຕໍ່ຕ້ານການມາ ຢ້ຽມຢາມຂອງ ຣັຖມົນຕຣີລາວ ເມື່ອອາທິດທີ່ ຜ່ານມານີ້.

ກຸ່ມປະທ້ວງ ໄດ້ຮຽກຮ້ອງໃຫ້ ທາງການລາວປັບປຸງ ການເບິ່ງແຍງ ປະຊາຊົນລາວ ຮວມທັງຊາວມົ້ງລາວ 158 ຄົນ ທີ່ ນາໆຊາດຮັບຮູ້ ວ່າເປັນອົພຍົບ ໃຫ້ສາມາດ ອອກໄປ ຕັ້ງຖິ່ນຖານໃໝ່ ໃນຕ່າງປະເທດ.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກະຊວງ ການຕ່າງປະເທດ ສະຫະຣັຖ ກ່າວວ່າມາດາມ Clinton ຣັຖມົນຕຣີການ ຕ່າງປະເທດສະຫະຣັຖ ໄດ້ຍົກປະເດັນ ການປະຕິບັດ ຕໍ່ຊາວມົ້ງລາວ ຂື້ນມາປຶກສາຫາລືກັບ ດຣ. ທອງລຸນ ສີສຸລິດ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີວ່າການ ກະຊວງຕ່າງປະເທດ ສປປລາວ ແລະກໍພຍາຍາມ ຮ່ວມມືກັບ ລາວ ໂດຍມີການ ລົງນາມໃນສັນຍາ ເອກກະສານ ການຮ່ວມມືກັນ ຫລັງຈາກຫລາຍທົດສວັດ ທີ່ຄວາມສຳພັນ ໄດ້ຈືດຈາງໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org