UNHCR ປະສົງທີ່ຈະໄປ ຢ້ຽມຢາມຊາວມົ້ງ

ເຈົ້າໜ້າທີ່ UNHCR ປະສົງທີ່ຈະເຂົ້າໄປ ຢ້ຽມຢາມຊາວມົ້ງ ທີ່ຖືກສົ່ງກັບລາວ ເພື່ອຢາກຮູ້ໃນ ຈຸດປະສົງທີ່ແທ້ຈິງຂອງພວກຂະເຈົ້າ.

ມາດາມ Kitty MCkinsey ໂຄສົກຫ້ອງການ ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບ ຫລືUNHCR ໃນບາງກອກ ໃຫ້ສັມພາດຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 13 ມົກກະຣາ 2010 ນີ້ ກ່ຽວກັບຊາວມົ້ງລາວ ທີ່ຖືກສົ່ງກັບຄືນ ສປປລາວ ໂດຍສະເພາະ 158 ຄົນ ຈາກສູນກັກຂັງ ດ່ານກວດຄົນເຂົ້າເມືອງ ໜອງຄາຍ ວ່າທາງ UNHCR ປະສົງທີ່ຈະໄປ ຊ່ວຍພວກຂະເຈົ້າ ໄປຕັ້ງຖິ່ນຖານໃໝ່ ຢູ່ປະເທດຕ່າງໆ. ທັງນີ້ ກໍເປັນເພາະວ່າ ປະເທດເຫລົ່ານັ້ນ ຍັງສເນີຮັບເອົາ ພວກຂະເຈົ້າ ໄປຕັ້ງຖິ່ນຖານຢູ່:

"ນາງວ່າ ເທື່ອລ່າສຸດ ທີ່ພວກທ່ານໄປຢ້ຽມ ຊາວມົ້ງລາວເຫລົ່ານັ້ນ ກໍຍັງບອກວ່າ ຕ້ອງການ ໄປຕັ້ງຖິ່ນຖານໃໝ່ ໃນປະເທດທີສາມ".

ແລະຕາມຄໍາເວົ້າຂອງ ນາຍພົລຈັຕວາ ບົວສ້ຽງ ຈໍາປາພັນ ຮອງຫົວໜ້າກົມໃຫຍ່ ເສນາທິການ ກອງທັບ ປະຊາຊົນລາວ ເມື່ອວັນທີ 12 ມົກກະຣາ ນີ້ ຊາວມົ້ງລາວ 158 ຄົນຈາກໜອງຄາຍນັ້ນ ໄດ້ຂຽນໜັງສືຢັ້ງຢືນ ປ່ຽນໃຈ ບໍ່ຢາກໄປຢູ່ປະເທດ ທີສາມອີກແລ້ວ ຢາກຢູ່ນໍາພີ່ນ້ອງ ຄອບຄົວ ແລະວ່າ ກ່ອນການສັມພາດ ຊາວມົ້ງ ເຫລົ່ານີ້ ຢາກໄປຕັ້ງຖີ່ນຖານໃໝ່ ຢູ່ປະເທດທີສາມ ເພາະບໍ່ຮູ້ວ່າ ຣັຖບານລາວ ມີນະໂຍບາຍ ຊ່ວຍເຫລືອດີ ຕ້ອນຮັບດີ ຄືແນວນີ້ ວ່າແຊ້ນ. ແຕ່ເຖິງຢ່າງໃດ ທາງ UNHCR ກໍຍັງຢາກ ເຂົ້າໄປຢ້ຽມຊາວມົ້ງ 158 ຄົນນັ້ນຢູ່ລາວ. ມາດາມ McCkinsey ກ່າວຢືນຢັນວ່າ:

"ພວກທ່ານ ຢາກໄປຢ້ຽມຢາມ ແລະໂອ້ລົມ ກັບພວກຂະເຈົ້າ ທີ່ປະເທດລາວ ເພື່ອຮູ້ເຖິງຄວາມ ມູ້ງຫວັງທີ່ແທ້ຈິງ ຂອງພວກເຂົາເຈົ້າ".

ຊາວມົ້ງ 158 ຄົນຈາກໜອງຄາຍ ທີ່ຖືກສົ່ງກັບ ໃນຊຸດດຽວກັນ ກັບຊາວມົ້ງລາວ ຈາກບ້ານຫ້ວຍນໍ້າຂາວ ນັ້ນສ່ວນໃຫຍ່ໄດ້ ຮັບຖານະຜູ້ອົພຍົບ ຈາກ UNHCR ໃນຖານະເປັນ ບຸກຄົນທີ່ໜ້າ ເປັນຫ່ວງດ້ານຄວາມປອດພັຍ ຖ້າຖືກສົ່ງກັບຄືນລາວ.

ສໍາລັບຊາວມົ້ງ ທີ່ຫ້ວຍຂວາງ ແລະຣົບບູຣີຂອງໄທ ຊຶ່ງມີຂ່າວວ່າ ທາງການທະຫານໄທ ຈະສົ່ງກັບຄືນລາວ ຄືກັນພາຍຫລັງທີ່ ສົ່ງຊາວມົ້ງ ສອງກຸ່ມໃຫຍ່ຈາກ ບ້ານຫ້ວຍນໍ້າຂາວ ແລະໜອງຄາຍນັ້ນແລ້ວ ມາດາມ McCkinsey ກໍວ່າທາງ UNHCR ບໍ່ທັນມີສັນຍານ ແນວໃດ ຈາກທາງຝ່າຍໄທ ທີ່ວ່າ ຈະສົ່ງຊາວມົ້ງ ກຸ່ມໃດໆ ກັບຄືນລາວອີກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org