UNHCR ເປັນຫ່ວງ ຊາວເຜົ່າມົ້ງ ຖືກສົ່ງກັບ

ສໍານັກງານ ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານອົພຍົບ ເປັນຫ່ວງ ແລະ ກັງວົນ ກ່ຽວກັບ ຄວາມຈະແຈ້ງ ໂປ່ງໃສ ໃນການສົ່ງ ຊາວລາວ ເຜົ່າມົ້ງ ກັບຄືນ ສປປລາວ.

ເຈົ້າໜ້າທີ່ ສຳນັກງານ ຂ້າຫຼວງໃຫຍ່ ສະຫະ ​ປະຊາຊາດ ຝ່າຍຄົນອົພຍົບ ປະຈຳປະເທດໄທ, ຍານາງ Kitty Mackensy ​ໃຫ້ສຳພາດຕໍ່ນັກຂ່າວເອເຊັຍເສຣີ ວ່າ UNHCR ເປັນຫ່ວງແລະ ກັງວົນ ທີ່ທາງການໄທໄດ້ ສົ່ງ ຊາວລາວເຜົ່າມົ້ງ ຈາກບ້ານຫ້ວຍນ້ຳຂາວ ກວ່າ 800 ຄົນ ກັບ ສປປລາວເມື່ອບໍ່ດົນມານີ້ ດັ່ງເພິ່ນໄດ້ກ່າວວ່າ:

ພວກເຮົາ ເປັນຫ່ວງແລະ ກັງວົນໃນວິທີການ ທັງໝົດທີ່ບໍ່​​ເຄີຍມີຄວາມຈະແຈ້ງ ກ່ຽວກັບບັນຫາ ຊາວລາວ ເຜົ່າມົ້ງໂດຍສະເພາະວິທີການ ​ກວດສອບແລະ ການຕັດສີນວ່າ ພວກໃດຕ້ອງການ ການຄຸ້ມຄອງຂອງ ນາໆຊາດແລະ ພວກເຮົາກໍບໍ່ຮູ້ຈັກ ຫຍັງໝົດ ກ່ຽວກັບການສົ່ງກັບ ພວກເຮົາບໍ່ຮູ້ວ່າ ພວກຂະເຈົ້າ ໄປຍ້ອນຄວາມສມັກໃຈ ຫຼື ຍ້ອນວ່າ ມາດຕະຖານ ຫຼື ກົດເກນ ນາໆຊາດ.”

ຍານາງ Kitty ກ່າວຕໍ່ໄປວ່າເຖິງພວກຂະເຈົ້າ ຈະສະມັກໃຈ ກັບຄືນ ກໍມີສິດ ທີ່ຈະປ່ຽນໃຈໄດ້ ຍານາງ ອະທິບາຍ ຂັ້ນຕອນ ການສົ່ງກັບແບບສມັກໃຈ ຕາມວິທີສາກົນ ວ່າ:

ການສົ່ງກັບ ຕ້ອງມີ ຄຳຮ້ອງ ຕ້ອງມີ ເອກກະສາ ກ່ຽວກັບ ການຂໍກັບ ພ້ອມຮູບປະກອບແລະ ລາຍເຊັນ ຂອງເຈົ້າໜ້າທີ່ ຜູ້ອະນຸຍາດ ສົ່ງກັບແລະ ພວກທີ່ ສະມັກໃຈ ທີ່ຈະກັບ ປະເທດ ກໍມີສິດ ທີ່ຈະປ່ຽນໃຈເວລາໃດ ກໍໄດ້

ເຖິງຢ່າງໃດກໍຕາມ ຍານາງ ກ່າວໃນຕອນທ້າຍ ວ່າ UNHCR ບໍ່ໄດ້ຄັດຄ້ານ ຫຼືປະທ້ວງ ແຕ່ຢ່າງໃດ ພຽງແຕ່ຢາກສະແດງຄວາມຫ່ວງໃຍ ຕໍ່ຣັຖບານໄທໃຫ້ຮັບຮູ້ ກ່ຽວກັບ ເຣື້ອງດັ່ງກ່າວ.

ຣັຖບານລາວແລະ ຣັຖບານໄທ ມີຂໍ້ຕົກລົງ ຮ່ວມກັນ ຢ່າງເປັນເອກກະພາບ ເຣື້ອງກ່ຽວກັບ ຊາວລາວເຜົ່າມົ້ງ ຈາກບ້ານຫ້ວຍນ້ຳຂາວ ວ່າ ຫຼົບໜີເຂົ້າເມືອງ ຢ່າງຜິດກົດໝາຍແລະ ຈະຕ້ອງໄດ້ສົ່ງກັບ ທັງໝົດໃນປີ 2008 ນີ້,ແຕ່ UNHCR ມີນະໂຍບາຍ ທີ່ຕ່າງກັນ ວ່າໃນຈຳນວນ ຊາວລາວເຜົ່າມົ້ງເລົ່ານີ້ ຫາກມີຄວາມສມັກໃຈ ຢາກກັບຄືນລາວ ຢ່າງຈິງໃຈ ກໍບໍ່​​ມີບັນຫາແຕ່ສຳລັບພວກທີ່ມີ ບັນຫາແທ້ ກໍຄວນໄດ້ຮັບ ການພິຈາຣະນາ ຢ່າງເປັນທັມແລະເໝາະສົມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org