ໄທ ຈະສົ່ງຊາວເຜົ່າມົ້ງ ກັບຄືນ ສປປລາວ ຕື່ມອີກ
ໄທ ຈະສົ່ງ ຊາວລາວ ເຜົ່າມົ້ງ ກັບຄືນ ສປປລາວ ອີກ 215 ຄົນ ໃນສັບປະດາໜ້າ ໂດຍ ຜ່ານຂົວ ມິດຕະພາບ ລາວ-ໄທ ແຫ່ງທີ່ນຶ່ງ.
-
ອາວະຣີ ຣາຍງານ
2008-07-05 -
-
-
ອົງການຂ່າວ ແຫ່ງຊາດ ຂອງໄທ ຣາຍງານວ່າ ໄທ ຈະສົ່ງ ຊາວລາວ ເຜົ່າມົ້ງ ກັບຄືນລາວ ອີກ ໃນສັບປະດາໜ້າ ເທື່ອນີ້ ຈະສົ່ງ 215 ຄົນ ແລະ ຈະສົ່ງ ກັບຄືນ ຜ່ານຂົວ ມິດຕະພາບ ລາວ-ໄທ ແຫ່ງທີ່ນຶ່ງ ຊຶ່ງເປັນຂົວ ຂ້າມແມ່ນ້ຳຂອງ ຣະຫວ່າງ ນະຄອນຫລວງວຽງຈັນ ແລະ ເມືອງໜອງຄາຍ ຂອງໄທ.
ນາຍພົນ ນິພັດ ທອງເລັກ ຫົວໜ້າກົມຊາຍແດນ ກອງທັບໄທ ກ່າວວ່າ ທາງການໄທ ຈະຈັດສົ່ງຊາວລາວເຜົ່າມົ້ງ ຈາກສູນ ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັດສະບູນ ຂອງໄທ ຈຳນວນ 215 ນັ້ນ ກັບຄືນ ສປປລາວ ໃນວັນພະຫັດ ສັບປະດາໜ້າ.
ນາຍພົນ ນິພັດ ກ່າວຢ້ຳ ວ່າ ຊາວລາວເຜົ່າມົ້ງ ເຫລົ່ານີ້ ຈະຖືກ ສົ່ງກັບຄືນ ລາວ ໂດຍຄວາມສມັກໃຈ ຂອງພວກ ເຂົາເຈົ້າ. ນັກການທູດ ຕ່າງປະເທດ ຈາກຫົກ ປະເທດ ຄື ຈາກສະຫະຣັຖ ອະເມຣິກາ ອອສເຕຣເລັຍ ອັງກິດ ການາດາ ຝຣັ່ງເສດ ແລະ ເນເທີແລ່ນ ໄດ້ໄປ ຢ້ຽມຢາມ ຊາວເຜົ່າມົ້ງເຫລົ່ານັ້ນ ເມື່ອວັນພຸດ ທີ່ຜ່ານມາ ແລະ ນັກການທູດ ຕ່າງປະເທດ ຕ່າງທັງໝົດ ກໍພໍໃຈ ທີ່ບໍ່ເຫັນ ມີການລ່ວງລະເມີດ ສິດທິມະນຸດ ຕໍ່ຊາວລາວ ເຫລົ່ານີ້ ແຕ່ຢ່າງໃດ.
ນາຍພົນ ພິນັດ ອະທິບາຍ ວ່າ ທາງການໄທ ອະນຸຍາດ ໃຫ້ນັກການທູດ ຕ່າງປະເທດ ໄປຢ້ຽມຢາມຊາວລາວເຜົ່າມົ້ງ ທີ່ຈະຖືກ ສົ່ງກັບຄືນ ປະເທດລາວ ຄັ້ງນີ້ ກໍເພາະວ່າ ເມື່ອ ເວລາ ໄທຈັດສົ່ງ ຊາວເຜົ່າມົ້ງ 837 ຄົນ ກັບຄືນລາວ ເມື່ອວັນທີ່ 23 ເດືອນ ທີ່ແລ້ວ, ເຈົ້າໜ້າທີ່ ອົງການ ແລະ ຣັຖບານ ຕ່າງປະເທດ ໄດ້ສະແດງ ຄວາມວິຕົກ ກັງວົນ ຢ້ານວ່າ ຊາວເຜົ່າມົ້ງ ຖືກບັງຄັບ ໃຫ້ກັບຄືນ ປະເທດລາວ. ແຕ່ເຖິງຢ່າງໃດ ກໍຕາມ ຊາວເຜົ່າມົ້ງ ຫລາຍໆຄົນ ທີ່ອາໃສ ຢູ່ໃນສູນ ບ້ານຫ້ວຍນ້ຳຂາວ ນັ້ນ ປະກາດ ຢູ່ເລື້ອຍໆ ວ່າ ພວກເຂົາເຈົ້າ ຈະບໍ່ຍອມ ກັບຄືນ ປະເທດລາວ ຢ່າງເດັດຂາດ.