ຊາວເຜົ່າມົ້ງ ຫ້ວຍນໍ້າຂາວ ຖືກສົ່ງກັບຄືນ ຕື່ມອີກ
ທາງການໄທ ໄດ້ສົ່ງ ຊາວມົ້ງ ຈາກບ້ານຫ້ວຍນ້ຳຂາວ ກັບຄືນ ສປປລາວ ອີກ ໃນທ້າຍອາທີດນີ້, 30 ຄອບຄົວ ຮວມທັງຫມົດ 119 ຄົນ.
-
ຊິດນີ ຣາຍງານ
2008-09-01 -
-
-
ເຈົ້າຫນ້າທີ່ ກ່ຽວຂ້ອງ ຈາກຫນ່ວຍງານ ດ້ານຄວາມປອດພັຍ ສປປລາວ ໃຫ້ລາຍລະອຽດ ວ່າ ເມື່ອວັນທີ 30 ເດືອນສີງຫາ ຄື ໃນມື້ວັນເສົາ ທີ່ຜ່ານມາ ທາງການ ທະຫານໄທ ໄດ້ຈັດສົ່ງ ຊາວມົ້ງ ທີ່ອາສັຍ ຢູ່ບ້ານຫ້ວຍນ້ຳຂາວ ກັບຄືນ ສປປລາວ ອີກໃຫມ່ ໃນຈຳນວນ 30 ຄອບຄົວ ຮວມທັງຫມົດ 119 ຄົນ ດັ່ງທ່ານ ກ່າວໃນຕອນນື່ງ ວ່າ:
“30 ຄອບຄົວ 119 ຄົນ ຍັງຢູ່ ສູນຮັບຕ້ອນ ເມື່ອຂ້າພະເຈົ້າ ຊັກປວັດ ລະອຽດແລ້ວ ມາຈາກ ແຂວງໃດ ເມືອງໃດ ແລ້ວໃຫ້ ພີ່ນ້ອງ ເຂົາມາຮັບເອົາ.”
ພິທີມອບ ຊາວມົ້ງ ໄດ້ຈັດຂື້ນ ທີ່ສະໂມສອນ ຕຳຣວດ ໂພນພະເນົາ ຣະຫວ່າງ ພັນເອກ ສີພັນ ພຸດທະວົງ ຫົວຫນ້າ ກົມຊາຍແດນ ກອງທັບ ປະຊາຊົນລາວ ຮອງປະທານ ອະນຸ ກັມມະການ ຊາຍແດນ ລາວ-ໄທ ແລະ ພັນເອກ ໄພໂລດ ວີໄລລັດ ຜູ້ອຳນວຍການ ດ້ານຊາຍແດນ ກົມກິຈການ ທະຫານ ກອງທັບໄທ.
ປັດຈຸບັນ ຊາວມົ້ງ ກຸ່ມດັ່ງກ່າວ ອາສັຍ ຢູ່ໃນສູນພັກຟື້ນ ທີ່ນະຄອນຫລວງວຽງຈັນ ເພື່ອລໍຖ້າ ການສືບສວນ ເຖີງ ທີ່ມາທີ່ໄປ ຂອງພວກຂະເຈົ້າ. ທ່ານກ່າວ ວ່າ:
“ຊາວມົ້ງ ກຸ່ມນີ້ສ່ວນໃຫຍ່ ມາຈາກ ແຂວງບໍຣີຄຳໄຊ ແຂວງຊຽງຂວາງແລະແຂວງວຽງຈັນ ແຕ່ວ່າ ຂ້າພຣະເຈົ້າຍັງບໍ່ທັນຮູ້ລາຍລະອຽດ ເພາະວ່າອີກປະມານ 2-3 ວັນ ເຂົາຈະລາຍງານໃຫ້ຂ້າພຣະເຈົ້າຮູ້ ເພາະຈາກຫລາຍພກາສ່ວນ ຈະໄປຢູ່ບ້ານເດີມຫມົດບໍຫລືຈະໄປຢູ່ນຳຍາດພີ່ນ້ອງ ສຳລັບພວກທີ່ຂາຍດີນຂາຍນາໄປແລ້ວຫລື ຈະເອົາໄປໃວ້ໃນສູນພັທນາ.”
ລາວ ແລະໄທ ໄດ້ມອບເງີນ ແລະ ສີ່ງຂອງ ທີ່ຈຳເປັນ ຈຳນວນນື່ງ ໃຫ້ແກ່ ແຕ່ລະຄອບຄົວ ເພື່ອການເລີ້ມຕົ້ນ ຊີວີດໃຫມ່ ຂອງພວກຂະເຈົ້າ.