ໄທ ບໍ່ໃຫ້ ອົງການແພດ ເອົາອາຫານ ໄປແຈກ ອົພຍົບມົ້ງ
ໄທ ບໍ່ອານຸຍາດໃຫ້ ອົງການແພດ ບໍ່ມີພົມແດນ Medecins sans frontier ນໍາເອົາອາຫານ ການກິນໄປແຈກຢາຍ ໃຫ້ຊາວ ອົພຍົບມົ້ງ ທີ່ອາໃສຢູ່ ໃນສູນບ້ານ ຫ້ວຍນໍ້າຂາວ ແຂວງເພດສະບູນ
-
ສົມເນ
2009-03-10 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ທະຫານໄທ ທີ່ຮັບຜິດຊອບ ສູນອົພຍົບ ລາວເຜົ້າມົ້ງ ຢູ່ບ້ານ ຫ້ວຍນໍ້າຂາວ ແຂວງເພດສະບູນ ຂອງໄທ ບໍ່ອານຸຍາດໃຫ້ ອົງການແພດ ບໍ່ມີພົມແດນ Medecins sans frontier ນໍາເອົາອາຫານ ການກິນ ໄປແຈກຢາຍໃຫ້ ຊາວອົພຍົບມົ້ງ ທີ່ອາໃສຢູ່ ໃນສູນນັ້ນ ຕັ້ງແຕ່ວັນສຸກ ເຖິງວັນອາທິດ ຜ່ານມານີ້ ຊື່ງຊາວມົ້ງ ກ່າວອ້າງວ່າ ເຈົ້າໜ້າທີ່ ທະຫານໄທ ກົດດັນເຂົາເຈົ້າ ເພື່ອໃຫ້ ເຂົາເຈົ້າເຂົ້າຮ່ວມ ໃນໂຄງການ ກັບຄືນ ປະເທດ.
ຕາມລາຍງານ ຂອງອົງການຂ່າວ deutche Presse ລາຍງານ ທີ່ອ້າງຕາມ ຄໍາເວົ້າ ຂອງຜູ້ຕາງໜ້າ ອົງການ ນາຍແພດບໍ່ມີ ພົມແດນ ທ່ານ Gilles isard ວ່າ ໃນວັນສຸກ ຜ່ານມາ ເຈົ້າໜ້າທີ່ ທະຫານໄທ ຫ້າມບໍ່ໃຫ້ ເຈົ້າໜ້າທີ່ຂອງ ອົງການ ແພດບໍ່ມີພົມແດນ ນໍາເອົາອາຫານ ໄປແຈກຢາຍ ໃຫ້ຊາວມົ້ງ ແຕ່ວ່າໃນ ວັນຈັນ ນີ້ ເຈົ້າໜ້າທີ່ໄທ ໄດ້ອານຸຍາດ ໃຫ້ນໍາເອົາ ອາຫານ ໄປແຈກຢາຍ ໄດ້ແລ້ວ ທ່ານ Isard ບໍ່ໄດ້ໃຫ້ລາຍ ລະອຽດ ແນວໃດວ່າ ເປັນດ້ວຍເຫດໃດ ເຈົ້າໜ້າທີ່ທະຫານ ໄທ ຈື່ງບໍ່ອານຸຍາດ ໃຫ້ນໍາ ເອົາອາຫານ ໄປແຈກຢາຍ ໃຫ້ຊາວມົ້ງ ລາຍງານ ທີ່ອ້າງຕາມ ໜັງສືພິມ the nation ຂອງໄທ ບອກວ່າ ຜູ້ນໍາຂອງ ຊາວເຜົ້າມົ້ງ ທ່ານ Lee Sue ໄດ້ຮຽກຮ້ອງໃຫ້ ກັມມາທິການ ສິດທິມະນຸດ ແຫ່ງຊາດຂອງໄທ ສືບສວນ ການດໍາເນີນງານ ຂອງເຈົ້າໜ້າທີ່ ທະຫານໄທ ກ່ຽວກັບເຣື້ອງນີ້.
ເຈົ້າໜ້າທີ່ ທະຫານໄທ ທີ່ບໍ່ປະສົງ ອອກຊື່ ກ່າວກັບນັກຂ່າວ ຂອງ ໜັງສືພິມ the nation ວ່າ ທະຫານໄທ ບໍ່ໄດ້ເຂົ້າໄປ ແຊກແຊງ ການແຈກຢາຍ ອາຫານ ໃຫ້ແກ່ຊາວມົ້ງ ແຕ່ຢ່າງໃດ ທ່ານວ່າ ຊາວມົ້ງ ຜູ້ໃຫ່ຽທຸກຄົນ ໄດ້ຮັບເຂົ້າ ຜູ້ນື່ງ 6kg ຕໍ່ອາທິດ ແລະເດັກນ້ອຍ ໄດ້ຮັບຜູ້ນື່ງ 3 kg ຕໍ່ອາທິດ ໃນຂະນະ ດຽວກັນ ພະນັກງານ ທີ່ເຮັດວຽກກັບ ອົງຊ່ວຍເຫລືອ ກ່າວວ່າ ມີບັນຫາ ທາງດ້ານ ເທັກນິກ ນ້ອຍດຽວ ໃນເວລາແຈກ ຢາຍເຂົ້າ ໃນວັນສຸກນັ້ນ ເຈົ້າໜ້າທີ່ ທະຫານໄທໄດ້ ນັບຫົວຄົນ ທີ່ມາລັບ ເອົາເຂົ້າ ແຕ່ຊາວມົ້ງ ພາກັນແຕກຕື່ນ ແລະບໍ່ຍອມ ໃຫ້ນັບ ເພາະຄິດວ່າ ເປັນວິທີການ ທີ່ຈະສົ່ງ ເຂົາເຈົ້າກັບຄືນ ປະເທດ ຊາວມົ້ງອ້າງວ່າ ເຈົ້າໜ້າທີ່ ທະຫານໄທ ຕັດການ ລໍາລຽງສະບຽງ ອາຫານ ຂອງຊາວເຜົ້າມົ້ງ ແມ່ນເພື່ອໃສ່ໂທດ ຊາວມົ້ງ ທີ່ປະຕິເສດ ບໍ່ຢາກໃຫ້ ນັບຊື່ເຂົ້າ ເພື່ອກັບຄືນໄປລາວ.
ຊາວມົ້ງ ທີ່ອາໃສຢູ່ ໃນສູນ ບ້ານຫ້ວຍນໍ້າຂາວ ອ້າງວ່າ ເຈົ້າໜ້າທີ່ໄທ ໄດ້ໃຊ້ ຍຸທວິທີ ໃໝ່ເພື່ອຊັກຊວນ ໃຫ້ຊາວເຜົ້າມົ້ງ ກັບຄືນ ປະເທດລາວ ໂດຍທໍາການ ຈັບກຸມ ຊາວມົ້ງ ທີ່ກະທໍາ ຄວາມຜິດເລັກໆ ນ້ອຍໆເຊັ່ນວ່າ ຫລີ້ນການພະນັນ ເມື່ອເດືອນ ຜ່ານມານີ້ ເຈົ້າໜ້າທີ່ໄທ ໄດ້ເຊື້ອເຊີນ ເຈົ້າໜ້າທີ່ ທາງການຂອງລາວ ໄປຢ້ຽມ ຢາມສູນບ້ານ ຫ້ວຍນໍ້າຂາວ ເພື່ອຊັກຊວນໃຫ້ ຊາວມົ້ງລາວ ກັບຄືນປະເທດ ພ້ອມທັງ ຢືນຢັນວ່າ ການກັບຄືນ ປະເທດລາວ ຕ້ອງເປັນໄປ ດ້ວຍຄວາມ ສມັກໃຈຂອງ ຊາວເຜົ້າມົ້ງເອງ ບໍ່ມີການ ບັງຄັບ ແຕ່ຢ່າງໃດ.
ທາງການ ລາວແລະໄທ ຖືວ່າ ຊາວເຜົ້າມົ້ງ ຈໍານວນ 5,000 ກ່ວາຄົນນີ້ ເປັນຄົນເຂົ້າເມືອງ ແບບຜິດກົດໝາຍ ຕ້ອງຖືກສົ່ງກັບ ຄືນປະເທດ ສ່ວນຊາວ ເຜົ້າມົ້ງ ອ້າງວ່າ ພວກຕົນເຄີຽ ຕໍ່ສູ້ກັບຝ່າຍ ປະເທດລາວ ຖ້າກັບຄືນ ປະເທດ ກໍຢ້ານບໍ່ມີ ຄວາມປອດໄພ.