ໄທ ສົ່ງມົ້ງ ກັບລາວ

ໄທ ສົ່ງຊາວມົ້ງລາວ 298 ຄົນ ໃຫ້ທາງການລາວ.

ທາງການໄທ ສົ່ງຊາວມົ້ງລາວ ທີ່ບ້ານ ຫ້ວຍນ້ຳຂາວ ແຂວງ ເພັດສະບູນ ຂອງໄທ ຈຳນວນ 68 ຄວບຄົວ ລວມມີ 298 ຄົນ ໃຫ້ທາງການລາວ ທີ່ຂົວ ມິຕພາບ ລາວ-ໄທ ວຽງຈັນ ໜອງຄາຍ ໃນວັນທີ 29 ເມສາ 2009.

ຕາມຂ່າວຂອງ ທາງການລາວ ວ່າຫລັງຈາກ ໄດ້ຮັບຊາວມົ້ງ ຈຳນວນ ດັ່ງກ່າວແລ້ວ ທາງການລາວ ຈະນຳໄປ ສຶກສາອົບຮົມ ແລ້ວກໍຈະສົ່ງ ກັບຄືນບ້ານເດີມ ຫລືວ່າຈັດຫາ ທີ່ຢູ່ບ້ານພັກ ທີ່ດິນທຳກິນ ແລະຊ່ວຍ ພວກເຂົາເຈົ້າ ຈົນສາມາດ ເພີ່ງຕົນເອງໄດ້.

ໃນການມອບຮັບ ຊາວມົ້ງລາວ ຄັ້ງນີ້ ກໍຄືຄັ້ງ ທີ່ຜ່ານໆມາ ມີພຽງແຕ່ ທາງການລາວ ແລະທາງການໄທ ທີ່ຕ້ອງການສົ່ງ ຊາວລາວເຜົ່າມົ້ງ ຢູ່ໄທທັງໝົດ ກັບຄືນ ປະເທດລາວ ເທົ່ານັ້ນ ປະກາດວ່າ ຊາວມົ້ງລາວ ຈຳນວນ 298 ຄົນນັ້ນ ສມັກໃຈກັບ ຄືນລາວ.
ກ່ຽວກັບບັນຫາ ການສົ່ງ ຊາວມົ້ງລາວ ກັບຄືນ ປະເທດນັ້ນ ທ່ານ ກະສິດ ພິຣົມ ຣັຖມົນຕຣີ ການຕ່າງປະເທດ ຂອງໄທເຄີຍ ໃຫ້ສັມພາດ ສື່ມວນຊົນວ່າ:

ທ່ານວ່າ ສ່ວນອີກ ຈຳນວນນຶ່ງ ທີ່ຢູ່ ເພັດສະບູນ ທ່ານຈະ ພະຍາຍາມ ສົ່ງກັບໄປ ປະເທດລາວ ໃນທ້າຍປີນີ້. ເມື່ອກັບໄປລາວ ແລ້ວກໍຕ້ອງຢູ່ ດ້ວຍຄວາມປອດໄພ ແລະມີ ຊີວິດທີ່ດີ.

ສຳລັບເຫດຜົນ ຂອງທາງການໄທ ໃນການທີ່ ຈະສົ່ງຊາວ ລາວເຜົ່າມົ້ງ ຈຳນວນປະມານ 5,000 ຄົນກັບຄືນ ສປປລາວ ໃຫ້ໝົດ ໃນປີ 2009 ນັ້ນ ຣັຖມົນຕຣີ ການຕ່າງປະເທດ ຂອງໄທກ່າວວ່າ:

ທ່ານວ່າເພາະວ່າ 5,000 ຄົນ ມາຢູ່ເມືອງໄທ ດ້ວຍເຫດຜົນ ທາງເສຖກິດ ແລະບໍ່ຢູ່ໃນ ບັນຫາທາງ ການເມືອງ ແລະການຄຸກຄາມ ທາງດ້ານການເມືອງ ເພາະສະນັ້ນ ຈະຕ້ອງກັບໄປ ເລີ່ມຕົ້ນທີ່ ປະເທດລາວ.

ສ່ວນຊາວມົ້ງລາວ ທີ່ ບ້ານຫ້ວຍນ້ຳຂາວ ຊ້ຳພັດກ່າວວ່າ ຢູ່ບ້ານ ຫ້ວຍນ້ຳຂາວ ບໍ່ມີການ ຍຸຍົງບໍ່ໃຫ້ກັບ ແລະບໍ່ມີການ ຄັດຄ້ານ ບໍ່ໃຫ້ກັບ ຢູ່ບ້ານ ຫ້ວຍນ້ຳຂາວ ມີທັງຜູ້ ສມັກໃຈກັບ ຄືນລາວ ແລະມີທັງຜູ້ ບໍ່ຕ້ອງການ ກັບຄືນລາວ. ສຳລັບຜູ້ບໍ່ ຕ້ອງການກັບ ຄືນລາວ ມີເຫດຜົນວ່າ ພວກຕົນ ມີຄວາມສ່ຽງ ຕໍ່ຊີວິດ ຖ້າຫາກຖືກກັບ ຄືນລາວ ແລະຂໍໃຫ້ພາກ ສ່ວນກ່ຽວຂ້ອງ ພິຈາຣະນາ ຄືນໃໝ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org