UNHCR ຢາກໄປຢ້ຽມຢາມ ເຜົ່າມົ້ງ ທີ່ກັບຄືນ ລາວ

ທາງກາຣໄທຽ ວ່າ ເຈົ້າໜ້າທີ່ ອົງກາຣ ສະຫະ ປະຊາຊາຕ ດ້ານຜູ້ອົພຍົບ ຮຽກທວງ ຂໍເດີນທາງ ໄປຢ້ຽມຢາມ ຊາວມົ້ງ ທີ່ຖືກສົ່ງ ກັບຄືນ ໄປປະເທດລາວ.

ຄະນະ ຜູ້ແທນ ຂອງສຳນັກງານ ຂ້າຫລວງໃຫຍ່ ສະຫະປະຊາຊາຕ ດ້ານຜູ້ອົພຍົບ ຫລື UNHCR ​ປະຈຳໄທຽ ໄດ້​​ແສດງ ກາຣຮຽກຮ້ອງ ຕໍ່ທາງກະຊວງກາຣຕ່າງປະເທດ ຂອງໄທຽ ຫວ່າງມໍ່ໆມານີ້ເພື່ອໃຫ້ຊ່ວຍ ປະສານງານ ກັບທາງກາຣ ສປປລາວ ທີ່ວ່າ ຍອມອະນຸຍາຕ ໃຫ້ທາງຄະນະ ເຈົ້າໜ້າທີ່ ຈາກສຳນັກງານ ຂ້າຫລວງໃຫຍ່ ສະຫະປະຊາຊາຕ ໄດ້ມີໂອກາດເດີນທາງ ເຂົ້າໄປຢ້ຽມຢາມ ຊາວ​​ເຜົ່າມົ້ງ ທີ່ຖືກສົ່ງກັບຄືນ ​​ໄປປະເທດລາວ ແລ້ວນັ້ນ.

ກ່ຽວ
ກັບ ເຣື່ອງນີ້ທາງກາຣໄທຽ ກໍໄດ້ຮັບປາກ ທີ່ຈະຊ່ວຍ ປະສານງານໃຫ້ ​​ແລະ​ ​ເຊື່ອວ່າ ທາງ ກາຣລາວ ຄົງຈະຍອມໃຫ້ອະນຸຍາຕ ຕາມກາຣຂໍຮ້ອງ ດັ່ງກ່າວນີ້ ດັ່ງທີ່ ທ່ານ ນົພດົລ ປັທມະ ຣັຖມົນຕຣີ ກາຣຕ່າງ ປະເທດຂອງໄທຽໄດ້ກ່າວວ່າ:

ທ່ານວ່າ: ຕົວແທນ ຂ້າຫລວງໃຫຍ່ ສະຫະ ປະຊາຊາຕ ໄດ້ແສດງ ຄວາມສົນໃຈ ທີ່ຢາກຈະໄປ ຢ້ຽມຢາມ ຊາວມົ້ງ ທີ່ຖືກສົ່ງ ກັບຄືນໄປ ປະເທດລາວ ແລ້ວນັ້ນ ວ່າ ມີສະພາບ ຄວາມເປັນຢູ່ກັນ ຢ່າງໃດ ຊື່ງກໍເຊື່ອວ່າ ທາງກາຣລາວ ກໍຄົງຈະບໍ່ຂັດ ຂ້ອງ ໃນກາຣທີ່ ຈະອະນຸຍາຕ ໃຫ້ທາງ ເຈົ້າໜ້າທີ່ ກ່ຽວຂ້ອງ ດັ່ງກ່າວນີ້ ເຂົ້າໄປຢ້ຽມຢາມ ເຂົາເຈົ້າ

ພ້ອມດຽວກັນນີ້ ທາງຣັຖມົນຕຣີ ກາຣຕ່າງປະເທດ ຂອງໄທຽ ກໍບໍ່ໄດ້ກ່າວເຖີງ ເຣື່ອງທີ່ວ່າ ທາງກາຣໄທຽ ຈະຍອມອະນຸຍາຕ ໃຫ້ຄະນະຕົວແທນ ຂອງ UNHCR ໄດ້ມີ ໂອກາດ ເດີນທາງ ເຂົ້າໄປກວດ ແລະ ຢ້ຽມຢາມ ຊາວມົ້ງ ເກືອບ 8,000 ຄົນ ທີ່ປະທ້ວງ ຢູ່ຕາມ ຖນົນ ເຂຕບໍຣິເວນ ຂອງປະຕູ ເຂົ້າສູນ ຮອງຮັບ ຊົ່ວຄາວ ທີ່ບ້ານ ຫ້ວຍນ້ຳຂາວ ຫລືບໍ? ຊື່ງເຂົາເຈົ້າ ກໍຢືນຢັນ ທີ່ຈະດຳເນີນ ກາຣປະທ້ວງ ຕໍ່ໄປ ແລະ ວ່າ ຈະບໍ່ຍອມ ກັບຄືນ ເມືອງລາວ ເຖີງແມ່ນ ທາງກາຣໄທຽ ຈະບັງຄັບ ກໍຕາມ.
2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org