ຊາວມົ້ງລາວ ໃນຣັຖ ວິສຄອນຊິນ ມີຂໍ້ຮຽກຮ້ອງ
ຊາວມົ້ງລາວ ໃນເມືອງ La Crosse ຣັຖວິສຄອນຊິນ ໃນພາກເໜືອ ຂອງສະຫະຣັຖ ອະເມຣິກາ ໂຮມຊຸມນຸມ ຮຽກຮ້ອງໃຫ້ ທາງການ ລາວແລະໄທ ຍຸຕິການ ຈັດສົ່ງຊາວມົ້ງລາວ ປະມານ 5,000 ຄົນ ທີ່ອາໃສຢູ່ ສູນບ້ານຫ້ວຍ ນ້ຳຂາວມືອງເຂົາຄໍ້ ແຂວງເພັດສະບູນ ຂອງໄທກັບຄືນ ປະເທດລາວ.
-
ອາວະຣີ
2009-05-18 -
-
-
Your browser doesn’t support HTML5 audio
ການໂຮມຊຸມນຸມ ດັ່ງກ່າວ ມີຂື້ນເມື່ອ ວັນສຸກ ສັປດາ ທີ່ຜ່ານມາ ທີ່ຫໍປະຊຸມ ເມືອງ La Crosse ໃນຂະນະ ທີ່ມີການ ໂຮມຊຸມຢູ່ນັ້ນ ຊາວລາວເຜົ່າມົ້ງ ອີກຈຳນວນນຶ່ງ ໄດ້ພາກັນ ຖືປ້າຍຍົກຂື້ນ ຢູ່ຕາມສີ່ແຍກ ແລະ ຖນົນຫົນທາງ; ປ້າຍບາງອັນ ຂຽນວ່າ “ຂໍໃຫ້ສນັບສນູນ ຊາວເຜົ່າມົ້ງ ທີ່ເປັນ ພັນທະມິດ ຂອງສະຫະຣັຖ.” ອາຈານ ຮົ່ວມົ່ວ ຜູ້ນຳຄະນະ ຈັດໂຮມຊຸມນຸມ ຄັ້ງນີ້ເວົ້າວ່າ “ຊາວເຜົ່າມົ້ງຢູ່ ອະເມຣິກາ ຢາກໃຫ້ຊາວລາວ ເຜົ່າມົ້ງ ທີ່ສູນບ້ານ ຫ້ວຍນ້ຳຂາວ ນັ້ນມີໂອກາດ ໄດ້ໄປຕັ້ງ ຖິ່ນຖານ ຢູ່ປະເທດ ທີ່ສາມ ຖ້າພວກເຂົາ ມີເງື່ອນໄຂເປັນ ອົພຍົບຕາມ ກົດໝາຍສາກົນ; ແຕ່ຜ່ານມາ ບໍ່ເປັນດັ່ງນັ້ນ ພວກເຂົາຖືກ ກົດດັນໃຫ້ກັບ ຄືນປະເທດລາວ ຊາວເຜົ່າມົ້ງ ໂດຍສະເພາະ ພວກທີ່ ໂຮມຊຸມນຸມ ເທື່ອນີ້ຢາກໃຫ້ ສະຫະປະຊາຊາດ ເຂົ້າສຳຣວດ ເບິ່ງວ່າຜູ້ໃດ ໃນຈຳນວນ 5,000 ຄົນ ທີ່ສູນບ້ານ ຫ້ວຍນ້ຳຂາວນັ້ນ ມີເງື່ອນໄຂ ເປັນອົພຍົບ ແລະ ຖ້າເຫັນວ່າເປັນ ອົພຍົບ ຢ່າງແທ້ຈິງ ພວກເຂົາກໍຄວນ ມີສິດຂໍໄປ ຕັ້ງຖິ່ນຖານ ຢູ່ປະເທດອື່ນ. ສຳລັບ ຊາວເຜົ່າມົ້ງ 158 ຄົນ ທີ່ຍັງຖືກກັກຂັງ ຢູ່ສູນ ຄົນເຂົ້າເມືອງ ທີ່ເມືອງໜອງຄາຍ ຂອງໄທນັ້ນ ກໍເຊັ່ນດຽວກັນ ພວກເຂົາກໍຄວນ ໄດ້ໄປປະເທດ ທີ່ສາມ ເພາະສະຫະ ປະຊາຊາດ ແລະທາງການໄທ ກໍຮັບຮູ້ ແລ້ວວ່າ ພວກເຂົາເປັນ ອົພຍົບ ຢ່າງແທ້ຈິງ.