ຊົນເຜົ່າຂະມຸ ໄດ້ຮັບການຊ່ອຍເຫລືອ ຢ່າງຮອບດ້ານ

ອົງການ Norwegian Church Aid ໃຫ້ການຊ່ອຍເຫລືອ ຊົນເຜົ່າຂະມຸ ໃນແຂວງບໍ່ແກ້ວ ຢ່າງຮອບດ້ານ ເພື່ອຍົກຣະດັບ ຊີວິດການເປັນຢູ່ ໃຫ້ດີຂຶ້ນ.

ຊົນ​ເຜົ່າ​ຂະມຸ ​ໃນ​ແຂ​ວງບໍ່​ແກ້ວ ຖື​ເປັນ ຊົນ​ເຜົ່າ​ນຶ່ງ ທີ່​ທຸກ​ຍາກ ​ແລະ ຂາດ​ເຂີນ​ຫລາຍ​ທີ່​ສຸດ, ດັ່ງ​ນັ້ນ ​ເພື່ອ​ຍົກຣະດັບ ຊີວິດ ການ​ເປັນ​ຢູ່ ​ຂອງ​ຂະ​ເຈົ້າ ໃຫ້​ດີ​ຂຶ້ນ, ອົງການ Norwegian Church Aid ປະ​ຈໍາ​ລາວ ຈຶ່ງ​​ຈັດ​ຕັ້ງ​ໂຄງ​ຊ່ອຍ​ເຫລືອ ຂະ​ເຈົ້າ ​​ເປັນ​ເວລາ 3 ປີ.

ຍານາງ ມີນາ​ວັນ ພົນ​ເສນາ, ຫົວໜ້າ ອົງການ ດັ່ງກ່າວ, ຊີ້​ແຈງ ​ໃນຕອນ​ນຶ່ງ ວ່າ:

“ນອກຈາກ ຈະ​ສ້າງ​ເສ​ຖກິດ ຄອບຄົວ​ແລ້ວ, ​ເຮົາ ກໍ​ຍັງ​ຈະ​ພັທນາ ຮອບດ້ານ ​ແກ່​ຊົນ​​​ເຜົ່າຂະມຸ ຢູ່​ເມືອງ​ຜາ​ອຸດົມ, ງົບ​ໂຕ​ນີ້ ທັງ​ໝົດ 3 ປີ ກໍ​ປະມານ 500,000 ດອນ​ລາ ສະຫະຣັດ, ກໍ​ໃຫ້​ຂະ​ເຈົ້າ ມີ​ຄວາມ​ເຂັ້ມ​ແຂງ ກຸ້ມ​ຕົນ​ເອງ ຢູ່​ໄດ້ ​ດ້ວຍ​ຕົນ​ເອງ.”

​ໃນຣະຫວ່າງ ປີ 2008 ຫາ 2010 ​ນີ້, ອົງການ ດັ່ງກ່າວ ຈະ​ໃຫ້ການ ຊ່ອຍ​ເຫລືອ ​ແກ່ ຊົນ​ເຜົ່າ​ຂະມຸ ​ໃນ 7 ໝູ່ບ້ານ ​ໃນ​ເຂດ​​ເມືອງ​ຜາ​ອຸດົມ, ປະກອບ​ດ້ວຍ 1,700 ຄອບຄົວ, ​ໃຫ້​ມີ​​ຊີວິດການ​ເປັນ​ຢູ່ ດີ​ຂຶ້ນ. ການ​ຊ່ອຍ​ເຫລືອ ດັ່ງກ່າວ ຮວມທັງ ການ​ສຶກສາ, ສຸຂພາບ ຂັ້ນ​ພື້ນຖານ, ສົ່ງ​ເສີມ​ ການ​ປູກຝັງ, ລ້ຽງສັດ ​ແລະ ການ​ປ່ອຍ​ສິນ​ເຊື່ອ ​ເພື່ອ​ສົ່ງ​ເສີມ ​ເສຖກິດ ຄອບຄົວ ​​ໃຫ້​ແກ່​ຂະ​ເຈົ້າ, ​ໂດຍ​ມີ​ ທຶນຮອນ ​ໃນ​ການ​ໃຊ້​ຈ່າຍ ທັງ​ໝົດ ປະມານ ​5 ​ແສນ​ດອນ​ລາ ສະຫະຣັດ.

ປັດຈຸບັນ ສະພາບ ຊີວິດ ການ​ເປັນ​ຢູ່ ຂອງ​ຊົນ​ເຜົ່າ​ຂະມຸ ຍັງ​ທຸກ​ຍາກ​ຫລາຍ ​ເພາະ​ມີ​ອາຊີ​ບ​ ​ແບບ​ບໍ່​ຄົງ​ທີ່, ອາສັຍ ​ແຕ່​ການ​ເກັບ​ເຄຶ່ອງປ່າ​ຂອງ​ດົງ​ ​​​ເປັນ​ການ​ລ້ຽງຊີບ. ນອກຈາກ​ນັ້ນ, ຣະດັບ​ການ​ສຶກສາ ຂອງ​ຂະ​ເຈົ້າ ກໍຍັງ​ຕໍ່າ, ຜູ້​ທີ່​ອ່ານໜັງສື ​ບໍ່​ອອກ ຂຽນ​ບໍ່​ໄດ້ ຍັງ​ມີ​ຫລາຍ​ຢູ່.

​ນອກຈາກ ​ໂຄງການ​ນີ້​ແລ້ວ, ອົງການ​ດັ່ງກ່າວ ຍັງ​ວາງ​ແຜນ ​ເພື່ອ​ເຂົ້າ​ໄປ ຊ່ອຍ​ເຫລືອ ຊີວິດການ​ເປັນ​ຢູ່ ​ໃຫ້​ແກ່​ຊົນ​ເຜົ່າ ອາ​ຄ່າ, ​ໃນ​ເຂດ​​ເມືອງ​ລອງ ​ແຂວງ​ຫລວງ​ນໍ້າ​ທາ ນໍາ​ອີກ, ​ໂດຍ​ເບື້ອງ​ຕົ້ນ, ຈະ​ແນ​ໃສ່ ​ເຣື້ອງການ​ສຶກສາ ​ແລະ ສຸຂສຶກສາ ​ເຣື້ອງພະຍາດຣະບາດ ຮ້າຍ​ແຮງ​ຕ່າງໆ ​ເປັນຫລັກ, ກ່ອນ ທີ່​ຈະ​ສນອງ ​ເຣື້ອງອາຊີບ ​ແບບ​ໝັ້ນຄົງ ​ແກ່​ຂະ​ເຈົ້າ ຕໍ່​ໄປ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org