ຊາວມົ້ງກັບຈາກໄທ ໄດ້ແຈກຢາຍກັນຢູ່

ທາງການລາວ ຈັດສົ່ງຊາວມົ້ງ ທັງໝົດ 4,000 ກວ່າຄົນ ທີ່ຖືກສົ່ງກັບຈາກໄທ ກັບຄືນບ້ານເດີມ ແລະ ໄປຢູ່ຕາມເຂດທີ່ ທາງການລາວ ຈັດຫັນໃຫ້ນັ້ນແລ້ວ.

ທາງການລາວ ໄດ້ຈັດສົ່ງຊາວມົ້ງ ທັງໝົດ 4,000 ກວ່າຄົນ ທີ່ຖືກສົ່ງມາຈາກ ສູນກັກຂັງຊົ່ວຄາວ ຂອງຊາວມົ້ງລາວ ແລະ 158 ຄົນຈາກ ສູນກັກຂັງ ຕຳຣວດກວດຄົນເຂົ້າເມືອງ ແຂວງໜອງຄາຍ ຂອງໄທ ກັບຄືນບ້ານເດີມ ແລະໄປຢູ່ບ້ານ ທີ່ທາງການລາວ ຈັດສັນໃຫ້ນັ້ນແລ້ວ ດັ່ງ ພົນຈັຕວາ ບົວສ້ຽງ ຈຳປາພັນ ຮອງຫົວໜ້າກົມໃຫຍ່ ເສນາທິການ ກອງທັບປະຊາຊົນລາວ ໄດ້ເວົ້າວ່າ:

"ກັບໝົດແລ້ວ ຮຽບຮ້ອຍ ໄປບ້ານໄປເມືອງ ໝົດແລ້ວເດີ ມັນມີຫລາຍແຂວງນະ ບໍລິຄຳໄຊ ນະຄອນຫລວງ ແຂວງວຽງຈັນ ຊຽງຂວາງ ຫລວງພຣະບາງ ໄຊຍະບູຣີ ອຸດົມໄຊ ຢູ່ໃສກໍໄປ ເຂົາກໍສມັກໄປ ຢູ່ນຳທ້ອງຖິ່ນດິນນາ ແລ້ວກໍແລ້ວໄປ".

ກ່ອນຈະໄດ້ຈັດສົ່ງ ພວກເຂົາເຈົ້າ ໄປແຕ່ລະບ່ອນ ຮວມທັງໄປຢູ່ ບ້ານພັທນາໃໝ່ ບ້ານນ້ຳປານ ບ້ານທ່າເບືອກ ແຂວງບໍຣິຄຳໄຊ ແລະບ້ານຜາຫລັກ ແຂວງວຽງຈັນ ນັ້ນ ທາງການລາວ ໄດ້ທຳການສືບສວນ ສອບສວນກ່ອນ.

ສຳລັບຢູ່ ແຕ່ລະບ່ອນ ທີ່ທາງການລາວ ໄດ້ຈັດສົ່ງພວກເຂົາເຈົ້າ ໄປຢູ່ນັ້ນ ແມ່ນຍັງບໍ່ທັນຮູ້ ຈຳນວນທີ່ແນ່ນອນ ດັ່ງທ່ານ ບົວສ້ຽງ ເວົ້າວ່າ:

"ຕົວນີ້ ບໍ່ທັນໄດ້ສລຸບ ໄດ້ວ່າ ຢູ່ບ້ານພັທນາໃໝ່ ຈັກຄົນ ແຕ່ລະແຂວງຈັກຄົນ ເພາະອ້າຍນ້ອງ ບໍ່ທັນສົ່ງ ຂໍ້ມູນມາໃຫ້ ຂ້າພະເຈົ້າລະອຽດ ຈຳນວນນຶ່ງ ສົ່ງໄປຜາຫລັກ ຈຳນວນນຶ່ງນຶ່ງ ສົ່ງໄປບ່ອນໃໝ່ ຈຳນວນນຶ່ງ ກັບທ້ອງຖິ່ນ ສ່ວນຫລາຍກັບທ້ອງຖິ່ນ".

ໝາຍຄວາມວ່າ ມາເຖິງປັດຈຸບັນນີ້ ທາງການລາວ ໄດ້ຈັດສົ່ງ ຊາວມົ້ງລາວທັງໝົດ 7,000 ກວ່າຄົນ ທີ່ລັກລອບ ອົພຍົບຈາກ ສປປລາວ ໄປປະເທດໄທ ແລະ
ຖືກທາງການໄທ ຈັດສົ່ງກັບຄືນ ຕາມຂໍ້ຕົກລົງ ຣະຫວ່າງລາວ-ໄທ ໃນທ້າຍປີ 2009 ນັ້ນໄປຢູ່ຕາມ ແຂວງຕ່າງໆແລ້ວ ແລະ ທາງການໄທ ກໍໄດ້ປິດສູນ ທີ່ວ່າມາ ນັ້ນແລ້ວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org