ຊາວມົ້ງບາງສ່ວນຄືນສູ່ ພູມລຳເນົາເດີມ
ທາງກາຣລາວ ຈັດສົ່ງຊາວມົ້ງຄືນສູ່ ພູມລຳເນົາເດີມ ແລະເຂຕຈັດສັນໃໝ່ ເປັນທີ່ຮຽບຮ້ອຍແລ້ວ 2,000 ກວ່າຄົນ ຫລັງຈາກຖືກ ສົ່ງກັບຄືນປະເທສ.
-
ຫວາດ ສີມູນ
2010-01-08 -
-
-
Your browser doesn’t support HTML5 audio
ກະແສຂ່າວຣາຍງານ ຈາກນະຄອນຫລວງວຽງຈັນ ຕໍ່ທາງວິທຍຸເອເຊັຽເສຣີ ໃນມື້ວັນທີ່ 7 ມົກກະຣານີ້ວ່າ ຊາວມົ້ງລາວ 4,000 ກວ່າຄົນ ທີ່ທາງກາຣໄທຽ ຈັດສົ່ງໃຫ້ ແກ່ທາງກາຣລາວ ໝວດສຸດທ້າຍໃນສັປດາ ຜ່ານມານີ້ນັ້ນ ຖືກຈັດສົ່ງກັບຄືນສູ່ ພູມລຳເນົາເດີມ ແລະໄປຢູ່ຕາມເຂຕ ຈັດສັນໃຫ້ໃໝ່ ເປັນທີ່ຮຽບຮ້ອຍ ໄປແລ້ວປະ ມານ 2,000 ຄົນ.
ກາຣຈັດສົ່ງດັ່ງກ່າວ ໄດ້ເຣີ່ມຂຶ້ນແຕ່ມື້ ວັນທີ່ 2-6 ມົກຣາ 2010 ນີ້ ໂດຽມີສ່ວນໜຶ່ງ ປະມານ 80 ຄົນຈາກ 15 ຄອບຄົວ ໃຫ້ໄປຢູ່ “ຖິ່ນຖານເກົ່າ” ໃນເຂຕເມືອງ ໄຊສົມບຸນ ສ່ວນວ່າເຂຕຈັດສັນນັ້ນ ກໍແມ່ນເຂຕພັທນາໃໝ່ ທີ່ບ້ານຜາຫລັກ ເມືອງກາສີ ແຂວງວຽງຈັນ ທີ່ຮັບເອົາຊາວມົ້ງ ໝວດໃໝ່ຮ້ອຍກວ່າ ຄອບຄົວ ຮວມເປັນຈຳນວນ ບໍ່ຕໍ່າກວ່າ 2,000 ຄົນ ເພື່ອໄປຢູ່ອາສັຍ ກັບຊາວລາວມົ້ງ ທີ່ຖືກສົ່ງໄປຈາກ ສູນອົພຍົພຊົ່ວຄາວ ທີ່ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັສບຸນ ຫລາຍພັນຄົນ ໃນເມື່ອກ່ອນເຊັ່ນກັນ.
ໃນຂະນະດຽວກັນນີ້ ທາງກາຣລາວ ກໍຢືນຢັນວ່າ ຊາວເຜົ່າມົ້ງທຸກໆຄົນ ແມ່ນໄດ້ຮັບຄວາມ ເອົາໃຈໃສ່ ຕາມນະໂຍບາຍ ຂອງທາງຣັຖບາລ ເປັນຢ່າງດີ ແຕ່ສ່ວນທາງ ອົງກາຣຂ້າຫລວງໃຫຍ່ ສະຫະປະຊາຊາຕ ດ້ານຜູ້ອົພຍົພຫລື UNHCR ຍັງມີຄວາມເປັນຫ່ວງ ນຳສະພາບກາຣ ແລະຄວາມປອດພັຍ ຂອງຊາວລາວມົ້ງ ທຸກຄົນ ທີ່ຖືກສົ່ງກັບຄືນລາວ ທີ່ທາງອົງກາຣ ບໍ່ໄດ້ຮູ້ເຫັນນຳ ແຕ່ຢ່າງໃດນັ້ນ ໂດຽສະເພາະຊາວມົ້ງ 158 ຄົນ ທີ່ຖືກກັກຢູ່ດ່ານ ກວດຄົນເຂົ້າເມືອງ ແຂວງໜອງຄາຍມາໄດ້ ຫລາຍປີແລ້ວນັ້ນ ແຕ່ກໍຖືກສົ່ງກັບຄືນ ໃຫ້ທາງກາຣ ສປປລາວ ໃນພ້ອມດຽວກັນນັ້ນ.