ລາວແຈ້ງ ໄດ້ຮັບມົ້ງ 452 ຄົນຈາກໄທ

ທາງການລາວ ໃຫ້ການວ່າ ພວກຕົນ ໄດ້ຮັບຊາວມົ້ງ ຈຳນວນ 452 ຄົນຈາກເຈົ້າຫນ້າທີ່ໄທ ໃນການສົ່ງກັບລາວ ຊຸດນີ້ ໃນຂນະທີ່ແຫລ່ງຂ່າວ ຈາກສູນບ້ານຫ້ວຍນ້ຳຂາວ ຈາກຊາວມົ້ງ ບອກວ່າ ໄທໄດ້ສົ່ງຊາວມົ້ງ ກັບລາວເທື່ອນີ້ 492 ຄົນ ແຕ່ 40 ຄົນລັກຫນີກ່ອນ.

ໃນມື້ວັນທີ 26 ເດືອນມີນາ ທາງການລາວ ແລະໄທໄດ້ສົ່ງ ມອບຊາວມົ້ງ ຈາກບ້ານ ຫ້ວຍນ້ຳຂາວໄ ປລາວອີກ ຊຸດໃຫມ່ໂດຍ ຜ່ານດ່ານກວດຄົ້ນ ເຂົ້າເມືອງທີ່ ເມືອງ ປາກຊັນ ຈຳນວນ 452 ຄົນ 112 ຄອບຄົວ ຕາມຂໍ້ຕົກລົງ ຣະຫວ່າງ ສອງປະເທດ.

ທ່ານ ເຄນທອງ ນວນທະສີງ ຜູ້ຮັກສາການ ໂຄສົກກະຊວງ ການຕ່າງປະເທດ ສປປລາວ ໄດ້ເປີດເຜີຍຕໍ່ ເອເຊັຍເສຣີ ວ່າຊາວມົ້ງທີ່ ຖືກຮັບມອບ ທັງຫມົດເທື່ອນີ້ ມີຢູ່ 452 ຄົນ ກຸ່ມດັ່ງກ່າວຈະ ໄປພັກຟື້ນ ຊົ່ວຄາວທີ່ແຂວງ ບໍຣິຄຳໃຊກ່ອນ, ກ່ອນຈະສົ່ງກັບ ຄືນບ້ານເກີດ ເມືອງນອນຂອງ ພວກຂະເຈົ້າ ແລະວ່າ ຊາວມົ້ງທັງຫມົດ ກັບ ລາວດ້ວຍຄວາມ ສມັກໃຈ. ແຕ່ແຫລ່ງຂ່າວ ຈາກຊາວມົ້ງ ທີ່ບ້ານ ຫ້ວຍນ້ຳຂາວ ບອກວ່າ ໃນເວລາ ຕອນເຊົ້າຂອງ ວັນທີ 26 ເດືອນມີນາ ເວລາ 5 ໂມງ 30 ທາງການ ໄທໄດ້ນຳ ຊາວມົ້ງ 492 ຄົນຂື້ນຣົຖ ຮ່ວມທັງຫມົດ 10 ຄັນສົ່ງໄປລາວ. ດັ່ງຊາວມົ້ງ ນາຍນື່ງ ໃຫ້ການວ່າ:

ມື້ນີ້ຕອນ 5:30 ຕອນເຊົ້າ ທະຫານໄທ ເຂົ້າມາ ປະກາດວ່າ ມົ້ງກັບຄັ້ງນີ້ ມີຢູ່ 492 ຄົນຫາຍໄປ 40 ຄົນ ຈີ່ງໆແລ້ວ ຄອບຄົວທີ່ ເຂົາສມັກໃຈ ມີປະ ມານ 20 ກ່ວາ ຄອບຄົວ ແຕ່ຄົນທີ່ບໍ່ ສມັກໃຈເປັນ 16 ຄອບຄົວ ໂດນທະຫານໄທ ບັງຄັບ.

ເຖີງຢ່າງໃດ ກໍຕາມ ການສົ່ງມົ້ງ ກັບລາວຈາກບ້ານ ຫ້ວຍນ້ຳຂາວເ ທື່ອນີ້ ເປັນຄັ້ງທີ 13 ທັງສອງຝ່າຍ ລາວ-ໄທ ກໍ່ບອກວ່າ ມີຈຳນວນ 452 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org