ຊາວມົ້ງລາວຄືນສູ່ ພູມລໍາເນົາເດີມ

ທາງການລາວໄດ້ຈັດສົ່ງ ຊາວມົ້ງລາວ ກວ່າສາມພັນຄົນ ກັບໄປສູ່ຖິ່ນຖານທີ່ເດີມ ຂອງພວກຂະເຈົ້າແລ້ວ.

ຫລັງຈາກ ທີ່ທາງການລາວ ໄດ້ຮັບມອບຊາວມົ້ງລາວ ຈາກທາງການໄທ ຄັ້ງສຸດທ້າຍ ເມື່ອທ້າຍເດືອນ ທັນວາ ທີ່ຜ່ານມາກວ່າ 4 ພັນຄົນ ຊື່ງໃນຂນະນີ້ ທາງການ ລາວ ໄດ້ຈັດສົ່ງຊາວມົ້ງ ກຸ່ມດັ່ງກ່າວ ກັບຄືນສູ່ພູມລຳເນົາເດີມ ຂອງພວກຂະເຈົ້າໄປແລ້ວ ກວ່າສາມພັນຄົນ ທີ່ຍັງເຫລືອ ນື່ງພັນກວ່າຄົນ ຈະທຳການຈັດສັນ ສົ່ງກັບບ້ານເດີມ ໃຫ້ສຳເຣັດໃນໄວໄວນີ້ ດັ່ງທ່ານ ຈະເຣີນ ເຢັຽປາວເຮີ ຣັຖມົນຕຣີກະຊວງຍຸຕິທັມ ສປປລາວ ກ່າວກ່ຽວກັບເຣື້ອງນີ້ວ່າ:

"ດຽວນີ້ເອົາໄປຢູ່ ຫລາຍບ່ອນຫລາຍຈຸດ ສ່ວນຫລາຍໄປຢູ່ ບ້ານເກີດເມືອງນອນ ຜູ້ໃດມີພໍ່ມີແມ່ ມີພີ່ນ້ອງ ບ້ານເກີດເມືອງນອນ ຢູ່ໃສ ພີ່ນ້ອງໄປຮັບ ໄປສົ່ງຢູ່ຫັ້ນ ດັ່ງນັ້ນ ຍັງເຫລືອເທົ່າໃດ ຖ້າບໍ່ຢາກໄປບ້ານເກີດ ເມືອງນອນ ກໍ່ໄປຢູ່ບ້ານພັທນາໃຫມ່."

ກຸ່ມທີ່ຖືກສົ່ງກັບຄືນ ໄປບ້ານເກີດເມືອງນອນ ແລ້ວນັ້ນ ມີຢູ່ 250 ຄອບຄົວຫລືປະມານ ສາມພັນກວ່າຄົນ ສ່ວນໃຫຍ່ ຈະໄປຢູ່ ແຂວງຊຽງຂວາງ ບໍຣິຄຳໄຊ ວຽງຈັນ ແລະແຂວງຫລວງພຣະບາງ ບາງສ່ວນ ກໍ່ໄປຕັ້ງຖີ່ນຖານ ຢູ່ບ້ານພັທນາຜາຫລັກ ແຂວງວຽງຈັນ ແລະບ້ານພັທນາຄຳເກີດ ທີ່ເມືອງປາກຊັນ ແຂວງບໍຣິຄຳໄຊ.

ຊາວມົ້ງກຸ່ມທີ່ເຫລືອ ທີ່ຍັງອາສັຍຢູ່ ໃນສູນພັກເຊົາຊົ່ວຄາວນັ້ນ ຍັງຢູ່ໃນຂັ້ນຕອນ ການສຳພາດແລະ ຝືກອົບຣົມແນວຄິດໃຫມ່ ກ່ອນຈະສົ່ງກັບບ້ານ ຄາດວ່າເດືອນ ຫນ້າ ຈະສົ່ງກັບໃຫ້ຫມົດ. ຫລັງຈາກນັ້ນ ກໍ່ຈະອະນຸຍາດ ໃຫ້ອົງການອິສຣະ ຈາກນານາຊາດເຂົ້າ ໄປເບີ່ງແຍງແລະຢ້ຽມຢາມ ຂະເຈົ້າ ຕາມເຂດບ້ານຕ່າງໆ ທີ່ເຂົາອາສັຍຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org