ມົ້ງລາວ ຫ້ວຍນ້ຳຂາວ ຮ້ອງຂໍຕໍ່ ສປຊ

ຕົວແທນຊາວມົ້ງ ທີ່ບ້ານຫ້ວຍນ້ຳຂາວ ຂໍຮ້ອງໃຫ້ອົງການ ສະຫະປະຊາຊາດ ເຂົ້າມາຊ່ວຍແກ້ໄຂ ບັນຫາຂອງພວກຂະເຈົ້າ ແລະຢືນຢັນວ່າ ຈະບໍ່ກັບຄືນລາວ ໂດຍເດັດຂາດ.

ຊາວມົ້ງລາວບ້ານຫ້ວຍນ້ຳຂາວທີ່ຈະຕ້ອງກັບສປປລ ແບບສມັກໃຈຫລືຈະຕ້ອງຖືກບັງຄັບໃຫ້ກັບ. (ຮູປຖ່າຍເດືອນສິງຫາ2009) Photo:RFA

ຫລັງຈາກຝ່າຍລາວ ສຳເຣັດການຢ້ຽມຢາມ ຊາວມົ້ງທີ່ບ້ານ ຫ້ວຍນ້ຳຂາວ ເມື່ອວັນທີ7 ສີງຫາ ທີ່ຜ່ານມາດ້ວຍການ ຂໍຮ້ອງໃຫ້ຝ່າຍໄທ ດຳເນີນການສົ່ງ ຊາວມົ້ງ ກັບລາວໃຫ້ຫົມດ ພາຍໃນປີ2009 ເພາະຊາວມົ້ງເປັນ ຄົນເຂົ້າເມືອງທີ່ຜີດ ກົດຫມາຍໃນໄທ. ໃນຂນະດຽວກັນຊາວມົ້ງ ກໍ່ໃຫ້ຄຳຢືນຢັນວ່າ ພວກຂະເຈົ້າຈະບໍ່ກັບ ຄືນລາວໂດຍເດັດຂາດ ແລະ ບໍ່ເຊື່ອໃນນະໂຍບາຍ ຂອງຣັຖບານລາວ ທີ່ຈະໃຫ້ອະພັຍໂທດ ແກ່ຊາວມົ້ງຫມົດທຸກຄົນ.

ຊາວມົ້ງຕ້ອງການຢາກໃຫ້ ອົງການ ສະຫະປະຊາຊາດ ເຂົ້າມາຊ່ອຍ ແກ້ບັນຫາ ດັ່ງຕົວແທນຊາວມົ້ງ ທ່ານນື່ງ ໄດ້ໃຫ້ສຳພາດຕໍ່ວີທຍຸ ເອເຊັຽ ເສຣີໃນມື້ວັນທີ 7 ສີງຫາ ທີ່ຜ່ານມາວ່າ:

"ຊູ່ມື້ນີ້ ບົວສ້ຽງເວົ້າວ່າ ມົ້ງນີ້ກັບຄືນ ຈະປ່ຽນນະໂຍບາຍ ແຕ່ພວກເຮົາບໍ່ເຊື່ອ ເລື້ອງນີ້ເຮົາກໍ່ຢາກຂໍ ສະຫະປະຊາຊາດ ມາຕັດສີນເລື້ອງ ພວກເຮົາມານີ້ ພວກເຮົາຜິດ ພວກເຮົາຍອມກັບ ພວກເຮົາບໍ່ຜີດ ພວກເຮົາບໍຍອມກັບ."

ສ່ວນຄຳຄິດຄວາມເຫັນ ຂອງທາງຝ່າຍລາວ ທ່ານ ບົວສ້ຽງ ຈຳປາພັນ ຫົວຫນ້າຝ່າຍລາວ ເວົ້າວ່າ ລາວແລະໄທ ຈະສົ່ງຊາວມົ້ງ ກັບລາວໃຫ້ໝົດ ໃນທ້າຍປີນີ້ ແລະ ກຸ່ມຊາວມົ້ງດັ່ງກ່າວ ເປັນກຸ່ມທີ່ບໍ່ຮູ້ເຖີງ ແນວທາງພັທນາ ຂອງຣັຖບານຢາກ ໂຕນຫນີມາກໍ່ມາ ແລ້ວມາສ້າງເລື້ອງວ່າ ຢ້ານອັນຕຣາຍ ດັ່ງທ່ານກ່າວກ່ຽວ ກັບເຮື້ອງນີ້ ໃນຕອນນື່ງວ່າ:

"ມັນບໍຮູ້ແນວທາງ ນະໂຍບາຍຣັຖບານ ເປັນແນວໃດຈະພັທນາ ບ້ານເມືອງແນວໃດ ມີຄົນມາຊວນກໍ່ມາ ພວກນີ້ທີ່ວ່າ ເມື່ອຮູ້ແລ້ວມີ ຄວາມຢ້ານກົວ ກັບຄືນເມືອຢ້ານ ບໍ່ປອດພັຍ ກັບຄືນເມືອຢ້ານ ມີໂທດ."

ເຖີງຢ່າງໃດກໍ່ຕາມ ກ່ຽວກັບບັນຫາມົ້ງ ທີ່ບ້ານຫ້ວຍນ້ຳຂາວ ທາງຝ່າຍໄທກໍ່ຍັງ ຢືນຢັນໃນຈຸດເດີມວ່າ ຈະສົ່ງກັບໃຫ້ຫມົດ ພາຍໃນປີ2009ນີ້ ຕາມຂໍ້ຕົກລົງກັບ ຝ່າຍລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org