ໄທ ແລະ ສະຫະຣັດ ປຶກສາບັນຫາ ມົ້ງ

ຣັຖມົນຕຣີ ຕ່າງປະເທດໄທ ໄດ້ປຶກສາ ຫາລືກັບ ຣັຖມົນຕຣີ ຕ່າງປະເທດ ສະຫະຣັດ ກ່ຽວກັບ ບັນຫາ ຊາວມົ້ງລາວ ໃນໄທ

ທ່ານ ກະສິດ ພິຣົມ ຣັຖມົນຕຣີ ກະຊວງການ ຕ່າງປະເທດໄທ ແລະ ຍານາງ Hillary Clinton ຣັຖມົນຕຣີ ກະຊວງການ ຕ່າງປະເທດ ສະຫະຣັດ ໄດ້ພົບປະ ຫາລືກັນ ທີ່ນະຄອນຫລວງ ວໍຊິງຕັນ ສະຫະຣັດ ອາເມຣິກາ.

ໃນການພົບ ປະກັນນັ້ນ ສ່ວນໃຫຍ່ແມ່ນ ໄດ້ປຶກສາ ກັນເຖິງບັນຫາ ຊາວມົ້ງລາວ ທີ່ບ້ານຫ້ວຍ ນ້ຳຂາວຢູ່ ປະເທດໄທ. ດັ່ງ ທ່ານ ກະສິດ ພິຣົມ ໄດ້ກ່າວວ່າ:

ທ່ານວ່າຄືເລື່ອງ ຂອງບັນຫາ ຊາວມົ້ງລາວ ກັບຄືນ ປະເທດລາວ ທ່ານຢືນຢັນ ກັບຍານາງ Hillary Clinton ວ່າຣັຖບານໄທ ຮ່ວມມືກັບ ຣັຖບານລາວ ດ້ວຍຄວາມໂປ່ງໃສ ໃນການ ດຳເນີນງານ ຂອງໄທກໍດີ ຂອງລາວກໍດີ.

ທ່ານໄດ້ຢືນຢັນ ກັບຍານາງວ່າ ຈະເຮັດໃຫ້ ມີຄວາມໂປ່ງໃສ  ມີຄວາມປອດໄພ ແລະກໍກວດ ສອບໄດ້ ທ່ານໄດ້ຢືນຢັນ ວ່າອົງການ ນາໆຊາດເຊັ່ນ ຂ້າຫລວງໃຫຍ່ ສະຫະ ປະຊາຊາດ ດ້ານຜູ້ ອົພຍົບ UNHCR ສາມາດເຂົ້າ ໄປກວດສອບ ໄດ້ແລະຖ້າຫາກ ຊາວມົ້ງລາວ ຢາກໄປຕັ້ງ ຖິ່ນຖານຢູ່ ອາເມຣິກາ ກໍສາມາດ ເຮັດໄດ້ແຕ່ ຂໍໃຫ້ຊາວ ມົ້ງລາວທີ່ ບ້ານຫ້ວຍນ້ຳຂາວ ແຂວງເພັດສະບູນ ຂອງໄທ ກັບຄືນລາວ ຕາມແຜນການ ຮ່ວມມືລາວ-ໄທ ໃຫ້ສຳເຣັດ ກ່ອນແລ້ວຈຶ່ງ ເຮັດເອກກະສານ ໜັງສືເດີນທາງ ຈາກປະ ເທດລາວ ຕາມຣະບຽບ ຂັ້ນຕອນກໍ ສາມາດເຮັດໄດ້.

ທ່ານວ່າຈະສົ່ງ ຊາວມົ້ງລາວ ທີ່ບ້ານຫ້ວຍ ນ້ຳຂາວ ທີ່ຍັງຕົກຄ້າງ ຫລາຍກວ່າ 5,000 ຄົນ ກັບຄືນລາວ ໃຫ້ໝົດໃນ ທ້າຍປີ 2009 ແລະສາມາດ ກວດສອບຄວາມ ປອດໄພຂອງ ຊາວມົ້ງ ທັງໝົດ ນັ້ນໄດ້.

ສຳລັບ ຊາວມົ້ງລາວ 150 ກວ່າຄົນທີ່ ຢູ່ດ່ານກວດ ຄົນເຂົ້າເມືອງ ໜອງຄາຍ ຂອງໄທນັ້ນ ທ່ານ ກະສິດ ພິຣົມ ກໍກ່າວວ່າ:

ທ່ານວ່າໄດ້ ແຍກຊາວມົ້ງລາວ ທີ່ປະເທດໄທ ອອກເປັນ 2 ກຸ່ມ. ອີກ 150 ຄົນຈັດວ່າ ເປັນຜູ້ລີ້ໄພ ທາງການເມືອງ. ເພາະສະນັ້ນ ພວກເຂົາເຈົ້າ ສາມາດຂໍໄປ ຕັ້ງຖິ່ນຖານ ໃນສະຫະຣັດ ອາເມຣິກາ ຈາກປະເທດ ໄທໄດ້ໂດຍກົງ ມີປະມານ 150 ຄົນ ແລະລູກ ອີກ 6 ຄົນ.

ເມື່ອປີ 2006 ທາງການໄທ ໄດ້ອະນຸຍາດໃຫ້ UNHCR ເຂົ້າໄປເຖິງ ຊາວມົ້ງລາວ ຢູ່ສູນບ້ານ ຫ້ວຍນ້ຳຂາວ ຄັ້ງຫລ້າສຸດ ຫລັງຈາກ UNHCR ໄດ້ອະນຸມັດ ຖານະເປັນ ອົພຍົບລີ້ ໄພການເມືອງ ໃຫ້ແກ່ຊາວມົ້ງ 150 ຄົນ ທີ່ຖືກຂັງຢູ່ ສູນກວດ ຄົນເຂົ້າເມືອງ ແຂວງໜອງຄາຍ ຍ້ອນຖືວ່າ ເປັນບຸກຄົນ ທີ່ໜ້າເປັນຫ່ວງ.

ນັບແຕ່ນັ້ນມາ ທາງການໄທ ບໍ່ໄດ້ ອະນຸຍາດໃຫ້ UNHCR ເຂົ້າໄປເຖິງ ຊາວມົ້ງລາວ ທີ່ຢູ່ສູນບ້ານ ຫ້ວຍນ້ຳຂາວ ນັ້ນອີກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org