ຊາວມົ້ງລາວ ທີ່ຖືກສົ່ງກັບໄດ້ຍ້າຍ ເຂົ້າບ້ານໃໝ່ແລ້ວ
ຊາວມົ້ງລາວ ທີ່ຖືກສົ່ງກັບ ຈາກປະເທດໄທ ເກືອບທັງໝົດ ໄດ້ໂຍກຍ້າຍ ໄປຢູ່ບ້ານໃໝ່ ທີ່ຣັຖບານ ຈັດສັນໃຫ້ແລ້ວ.
-
ຈໍາປາທອງ
2010-02-22 -
-
-
Your browser doesn’t support HTML5 audio
ຊາວມົ້ງລາວ ທີ່ຖືກສົ່ງກັບ ຈາກປະເທດໄທ ເກືອບທັງໝົດ ໄດ້ໂຍກຍ້າຍ ໄປຢູ່ບ້ານໃໝ່ ທີ່ຣັຖບານ ຈັດສັນໃຫ້ແລ້ວ ຄືບ້ານ ໂພນຄຳ ກຸ່ມພັທນາ ຜັກເບືອງ ທີ່ເມືອງ ບໍຣິຄັນ ແຂວງ ບໍຣິຄຳໄຊ ຊຶ່ງຂນະນີ້ ພາກສ່ວນກ່ຽວຂ້ອງ ຂອງແຂວງ ບໍຣິຄຳໄຊ ກຳລັງເລັ່ງ ຈັດສັນບ້ານເຮືອນ ແລະ ເນື້ອທີ່ດິນ ເພື່ອການຜລິດ ສຳລັບປະມານ 600 ຄອບຄົວ.
ກ່ຽວກັບເຣື້ອງນີ້ ທ່ານ ເຄນ ລອງມະນີ ຮອງເຈົ້າເມືອງ ບໍຣິຄັນ ເວົ້າວ່າ:
"ທາງເມືອງ ພວກເຮົາກໍໄດ້ ປຸກເຮືອນ ຢູ່ອາສັຍ ໃຫ້ເຂົາເຈົ້າ ໄດ້ຈັດເຂົ້າຢູ່ແລ້ວ 546 ຫລັງຄາເຮືອນ ແລະ ຍັງຈຳນວນ50 ກວ່າຄອບຄົວ ຈະສືບຕໍ່ຈັດສັນ ເຂົ້າໃນຈຳນວນ ເຮືອນທີ່ໄດ້ປຸກ ໄປແລ້ວ 600 ກວ່າຫລັງ".
ທ່ານວ່າ ມາເຖິງ ປັດຈຸບັນນີ້ ໄດ້ຈັດສັນ ຊາວມົ້ງລາວ ສ່ວນໃຫຍ່ 600 ຄອບຄົວ ຫລືປະມານ 3,000 ກວ່າຄົນ ເຂົ້າໄປຢູ່ ອາສັຍແລ້ວ ຍັງເຫລືອບາງກຸ່ມ ທີ່ກຳລັງ ລໍຖ້າເຮືອນ ທີ່ຍັງສ້າງ ບໍ່ທັນແລ້ວ ແຕ່ທັງໝົດ ຈະເຂົ້າຢູ່ໄດ້ ໃນທ້າຍເດືອນ 2 ນີ້.
ສຳລັບດິນ ເພື່ອການຜລິດ ນັ້ນ ຍັງຈັດສັນ ບໍ່ທັນແລ້ວ ແຕ່ກໍວ່າ ຈະໃຫ້ແລ້ວ ໃນໄວໆນີ້ ເພື່ອໃຫ້ພວກ ເຂົາເຈົ້າ ເລີ່ມລົງມື ທຳການຜລິດ ປູກເຂົ້າ ແລະ ພືດຜັກໄດ້ ໃນຊ່ວງໜ້າຝົນ ທີ່ຈະມາເຖິງນີ້ ແລະ ຍ້ອນວ່າທາງການ ຊ່ວຍເຂົ້າໃຫ້ ພຽງແຕ່ກຸ້ມ ປີດຽວເທົ່ານັ້ນ.
ມີຂ່າວວ່າ ຊາວມົ້ງລາວ ທີ່ສມັກໃຈ ກັບຄືນບ້ານເດີມ ຂອງພວກເຂົາເຈົ້າ ຈຳນວນເຄິ່ງນຶ່ງ ຍັງບໍ່ສາມາດ ຕິດຕໍ່ຫາໄດ້ ຍ້ອນຢູ່ຮ່າງໄກ ແລະ ຍັງມີບາງຄົນ ກໍກັບເຂົ້າ ໄປຢູ່ໃນປ່າ ຂາດການຕິດຕໍ່ ໄປເລີຍກໍມີ.