ມົ້ງຫ້ວຍນໍ້າຂາວ ຢືນຢັນ ການກັກຂັງ ຫົວໜ້າ ເຜົ່າມົ້ງ
ຊາວມົ້ງ ທ່ານນຶ່ງ ຜູ້ທີ່ ບໍ່ປະສົງອອກ ຊື່ ທີ່ບ້ານຫ້ວຍນ້ຳຂາວ ກ່າວຢືນຢັນ ກ່ຽວກັບ ການກັກຕົວ ຜູ້ນຳຊາວມົ້ງ ຜູ້ທີ່ຖືກ ສົ່ງກັບລາວ ວ່າງວັນທີ 22 ເດືອນມີຖຸນາ ທີ່ຜ່ານມາວ່າ:
-
ຊິດນີ ຣາຍງານ
2008-10-29 -
-
-
“ຕອນນີ້ ຜູ້ນຳບຸກຄົນ ສຳຄັນ 8 ຄົນ ຍັງຖືກກັກຂັງ ບໍ່ມີໃຜໄປປ່ອຍໄດ້ ຕອນນີ້ ຢູ່ໃນຄ້າຍຄຸມຂັງໃຫຍ່ ທີ່ສຸດ ຢູ່ໃນເມືອງປາກຊັນ”
ຫົວຫນ້າ ມົ້ງ 8 ຄົນ ທີ່ຖືກກັກຕົວນັ້ນ ມີຜູ້ຊາຍ 6 ຄົນ ຜູ້ຍິງ 2 ຄົນ ຊື່ງມີການຢືນຢັນ ວ່າ ທັງຫມົດ ແມ່ນ ຣະດັບ ຜູ້ນຳຊາວມົ້ງ ທີ່ບ້ານຫ້ວຍນ້ຳຂາວ ທີ່ຈັດການປະທ້ວງ ທີ່ສູນອົພຍົບ ບ້ານຫ້ວຍນ້ຳຂາວ ກ່ອນຈະຖືກ ສົ່ງກັບລາວ ຮ່ວມກັບ ກຸ່ມຊາວມົ້ງ ທົ່ວໄປ ໃນເຊົ້າມືດ ຂອງວັນທີ 22 ເດືອນມີຖຸນາປີ 2008.
ເຖີງຢ່າງໃດ ກໍ່ຕາມ ຜູ້ສື່ຂ່າວ ເອເຊັຽເສຣີ ກໍ່ໄດ້ສືບຖາມ ໄປຍັງ ເຈົ້າຫນ້າທີ່ ກ່ຽວຂ້ອງ ຂອງລາວ ດັ່ງທ່ານຢົ້ງ ຈັນທະລັງສີ ໂຄສົກກະຊວງການຕ່າງປະເທດລາວ ທ່ານ ກໍ່ປະຕິເສດ ກ່ຽວກັບ ເຣື້ອງດັ່ງກ່າວ ທ່ານວ່າ ບໍ່ມີການຈັບກຸມ ຊາວມົ້ງ ແຕ່ຢ່າງໃດ. ຮວມໄປດ້ວຍ ນາຍພົລ ບົວສ້ຽງ ຈຳປາພັນ ຮອງຫົວຫນ້າ ເສນາທິການ ກອງທັບ ປະຊາຊົນລາວ ຜູ້ທີ່ຮັບຜິດຊອບ ກ່ຽວກັບ ການສົ່ງ ຊາວມົ້ງກັບ ຈາກໄທ ທ່ານບອກວ່າ ມົ້ງລາວ ທັງຫມົດ ທີ່ຖືກສົ່ງກັບ ຈາກໄທນັ້ນ ປອດພັຍດີ ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
“ມັນຊີ່ຫາບໄປໃສ ມັນກໍ່ໄປຫາຍໄປຢູ່ເຮືອນມັນນັ້ນແຫລະ ຖືກຈັບຖືກຂ້າ ອີ່ສັງ ໂອ້ຍ ຄົນໃສ່ຮ້າຍ ປ້າຍສີ ຮັບມາເທົ່າໃດ ກໍ່ສົ່ງໄປເທົ່ານັ້ນ ສົ່ງໄປໃຕ້ ໄປເຫນືອ ບໍ່ຟັງຄຳເຂົາ ທັງຫມົດ ປອດພັຍ ທັງຫມົດ ບໍ່ໄດ້ຫນີໄປໃສ.”
ບັນຫາຊາວມົ້ງ ທີ່ບ້ານຫ້ວຍນ້ຳຂາວ ໃນເວລານີ້ ທາງການໄທ ກໍ່ມີແຜນການ ທີ່ຈະສົ່ງກັບລາວ ເທື່ອລະນ້ອຍ ກຸ່ມທີ່ຖືກກັບກ່ອນນັ້ນ ສ່ວນນື່ງ ກໍ່ໄປຕັ້ງຖີ່ນຖານ ທີ່ບ້ານພັທນາຜາຫລັກ ແຂວງວຽງຈັນ ແລະ ບາງສ່ວນ ກໍ່ສົ່ງກັບບ້ານເດີມ ຂອງພວກຂະເຈົ້າ.