ທະຫານໄທ ເຣີ້ມສົ່ງ ຊາວລາວເຜົ່າມົ້ງ ທີ່ຍັງເຫລືອ

ທາງການໄທ ໄດ້ສົ່ງ ຊາວລາວເຜົ່າມົ້ງ ຜູ້ສມັກໃຈ ກັບຄືນລາວ ຊຸດທຳອິດ 448 ຄົນ ເມື່ອເວລາ ປະມານ 9 ໂມງເຊົ້າ ຂອງວັນຈັນ ວັນທີ່ 28 ທັນວານີ້, ອີງຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ທະຫານໄທ.

ຣົຖບັນທຸກ ທີ່ພວມຂົນສົ່ງ ຊາວເຜົ່າມົ້ງ ອອກຈາກ ສູນຫ້ວຍນໍ້າຂາວ RFA

ພັນເອກ ທະນະ ຈາຣຸວັດ,ເສນາທິການ ກອງອຳນວຍການ ຮັກສາຄວາມໝັ້ນຄົງພາຍໃນ ຂອງ​​ໄທ, ກ່າວ​ວ່າ:

ຈຳນວນທີ່ແນ່ນອນ ສຳຣັບຊຸດທີ່ນຶ່ງ ຊຶ່ງເດີນທາງກັບໄປຮຽບຮ້ອຍແລ້ວ ກໍມີຈຳນວນ 448 ຄົນເປັນຊາຍ 248 ຄົນ ຍິງ 200 ຄົນ.”

ຂະບວນ ຣົບັນທຸກ 16 ຄັນ ຂົນເອົາຊາວລາວເຜົ່າມົ້ງ ເຫລົ່ານີ້ ອອກຈາກສູນບ້ານຫ້ວຍນ້ຳຂາວແຂວງເພັດສະບູນ ຂອງໄທ ຜ່ານນັກຂ່າວ ຄະນະຜູ້ຕາງໜ້າທາງການລາວແລະ ຊາວມົ້ງໄທ 100 ກວ່າຄົນ ທີ່ຢືນໂບກມືຢູ່ແຄມທາງເພື່ອໃຫ້ກຳລັງໃຈ. ຂະບວນຣົດ ດັ່ງກ່າວ ມຸ້ງໜ້າໄປທີ່ ຂົວມິດຕະພາບລາວ-​ໄທທີ່ເມືອງໜອງຄາຍ ຂອງໄທແລ້ວຈະຂ້າມໄປ ນະຄອນຫລວງວຽງຈັນ ຫລັງຈາກນັ້ນ ຊາວມົ້ງຈະຖືກສົ່ງໄປ ທີ່ບ້ານຕ້ອນຮັບ ຊົ່ວຄາວທີ່ແຂວງບໍຣິຄຳໄຊ.

ພັນເອກ ທະນະ ຈາຣຸວັດ ກ່າວຢ້ຳວ່າ ຊາວລາວເຜົ່າມົ້ງ ທີ່ຖືກສົ່ງກັບຄືນລາວ ​​ເທື່ອນີ້ເປັນພວກທີ່ສມັກໃຈ. ປັດຈຸບັນ ມີຜູ້ສມັກໃຈ ກັບຄືນລາວ ປະມານ 2,100 ຄົນ ໃນຈຳນວນ ທັງໝົດ 4,382 ຄົນ. ​ໃນຂະນະນີ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງໄທ ກຳລັງ​​ເກັ້ຍກ່ອມ ໃຫ້ຊາວລາວເຜົ່າມົ້ງ ທີ່ບໍ່ສມັກໃຈນັ້ນ ສມັກໃຈກັບຄືນ ປະເທດລາວ ໂດຍດີ.

ສ່ວນຊາວລາວເຜົ່າມົ້ງ 158 ຄົນທີ່ຖືກກັກຂັງ ຢູ່​​ເມືອງໜອງຄາຍນັ້ນ ພັນເອກ ທະນະເວົ້າວ່າ ຊາວມົ້ງພວກນີ້ ເປັນຄວາມຮັບຜິດຊອບຂອງກອງທັບ ພາກທີ່ 2 ຂອງໄທ ວ່າ ຈະດຳເນີນການແນວໃດ ກັບພວກຂະ​ເຈົ້າ​.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org