ອອສເຕຣເລັຍ ຈະຮັບ ເອົາຊາວເຜົ່າມົ້ງ ຈໍານວນນຶ່ງ
ປະເທດ ອອສເຕຣເລັຍ ຈະຮັບເອົາ ຊາວລາວເຜົ່າມົ້ງ 20 ຄົນ ຈາກສູນ ຊົ່ວຄາວ ທີ່ບ້ານຫ້ວຍນ້ຳ ຂາວ ເມືອງເຂົາຄໍ້ ແຂວງເພັດສະບູນ ຂອງໄທ ໄປຕັ້ງ ຖິ່ນຖານ ຢູ່ອອສເຕຣເລັຍ.
-
ອາວະຣີ ຣາຍງານ
2008-07-07 -
-
-
ຫລັງຈາກ ພົບປະຫາລື ກັບ ທ່ານ ນົບພະດົນ ປັດຕະມະ ຣັຖມົນຕຣີ ກະຊວງ ການຕ່າງປະເທດໄທ ເມື່ອວັນສຸກ ທີ່ຜ່ານມາ ທ່ານ Stephen Smith ຣັຖມົນຕຣີ ກະຊວງ ການຕ່າງປະເທດອອສເຕຣເລັຍ ໄດ້ກ່າວ ຕໍ່ກອງປະຊຸມ ນັກຂ່າວ ຢູ່ບາງກອກ ວ່າ ອອສເຕຣເລັຍ ຢາກຮັບເອົາ ຊາວເຜົ່າມົ້ງ ຈຳນວນນຶ່ງ ທີ່ໄດ້ຮັບ ການສຳຣວດ ຮຽບຮ້ອຍແລ້ວ ວ່າ ເປັນບຸກຄົນ ທີ່ມີສິດ ແລະ ຄວນໄດ້ຮັບ ການປົກປ້ອງ ນັ້ນ ໄປຕັ້ງຖິ່ນຖານ ຢູ່ອອສເຕຣເລັຍ.
ສ່ວນ ທ່ານ ນົມພະດົນ ປັດຕະມະ ກ່າວ ກອງປະຊຸມ ນັກຂ່າວ ວ່າ ປະເທດໄທ ບໍ່ໄດ້ ບັງຄັບ ໃຫ້ຊາວລາວເຜົ່າມົ້ງ ກັບຄືນປະເທດ; ແຕ່ ຊາວເຜົ່າມົ້ງ ເຫລົ່ານີ້ ຫລາຍໆຄົນ ອ້າງວ່າ ພວກເຂົາ ຢ້ານຖືກປາບປາມ ຖ້າຫາກ ກັບຄືນ ໄປປະເທດລາວ.
ໃນຣະຍະນີ້ ທາງການລາວ ແລະ ໄທ ກຳລັງ ຂຸ້ນຂ້ຽວ ຈັດສົ່ງຊາວເຜົ່າມົ້ງ ຈາກສູນ ບ້ານຫ້ວຍນ້ຳຂາວ ທີ່ມີ ທັງໝົດ ເກືອບ 8,000 ຄົນນັ້ນ ກັບຄືນ ປະເທດລາວ ແລະ ຈະຈັດສົ່ງ ໃຫ້ສຳເຣັດ ໝົດພາຍໃນ ທ້າຍປີນີ້.
ເມື່ອວັນທີ່ 23 ເດືອນມິຖຸນາ ທີ່ຜ່ານມາ ທາງການໄທ ກໍໄດ້ຈັດສົ່ງ ຊາວເຜົ່າມົ້ງ ເຖິງ 837 ຄົນ ກັບຄືນລາວ ແລະ ເມື່ອວັນສຸກ ອົງການ ຂ່າວສານ ແຫ່ງຊາດ ຂອງໄທ ກໍຣາຍງານ ວ່າ ທາງການໄທ ຈະສົ່ງຊາວລາວ ເຜົ່າມົ້ງ ກັບຄືນລາວ ອີກ 215 ຄົນ ໃນສັບປະດານີ້.