ການບໍຣິການຂອງໂຮງໝໍເມືອງ ແລະສຸກສາລາ ຢູ່ຕ່າງແຂວງແລະພື້ນທີ່ຫ່າງໃກ ນອກຈາກບໍ່ໄດ້ ມາຕຖານແລ້ວ-ຍັງຊຸດໂຊມນໍາອີກ

ເຖີງແມ່ນວ່າການຂະຫຍາຍຕາໜ່າງ ສາທາຣະນະສຸກໄດ້ກວມເອົາປະມານ 90ສ່ວນຮ້ອຍໃນທົ່ວປະເທດແລ້ວ ແຕ່ການໃຫ້ບໍຣິການຂອງໂຮງໝໍເມືອງ ແລະສຸກສາລາຫລື ສູນອານາໄມຢູ່ຕ່າງແຂວງແລະພື້ນທີ່ຫ່າງໄກ ສ່ວນໃຫຍ່ແມ່ນບໍ່ໄດ້ມາຕຖານແລ້ວ ຍັງມີສະພາບຊຸດໂຊມນໍາອີກ -ຕາມຄໍາເວົ້າຂອງເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ໃນວັນທີ27ກຸມພາ2008ນີ້. ບາງແຫ່ງ ມີສຸກສາລາແຕ່ຂາດພະນັກງານ-ແພດໝໍແລະ ອຸປະກອນ-ເຄື່ອງມືການແພດແລະຢາປົວພະຍາດ ອັນຈໍາເປັນ-ຍັງຂາດເຂີນ. ສຸກສາລາບາງແຫ່ງ ຈົນເກືອບບໍ່ມີຜູ້ເຂົ້າໄຊ້ບໍຣິການ ເນື່ອງຈາກວ່າບາງຄັ້ງ ບໍ່ມີພະນັກງານແພດປະຈໍາເລີຍ ແລະບາງແຫ່ງກໍເປ່ເພ-ບໍ່ເປັນລະບຽບ ຍ້ອນຂາດຄວາມຮັບຜິດຊອບ ໃນການປົກປັກຮັກສາຂອງທ້ອງຖີ່ນ. ສ່ວນໂຮງໝໍເມືອງ ກໍເຊັ່ນດຽວກັນ ໂດຍສະເພາະໂຮງໝໍເມືອງທີ່ຕັ້ງຢູ່ແຂວງ ທີ່ບໍ່ຄ່ອຍຈະເຣີນແລະພື້ນທີ່ຫ່າງໃກສອກຫລີກ.

ແລະເມື່ອນໍາບັນຫາຕ່າງໆ ຂຶ້ນສູ່ກະຊວງສາທາຣະນະສຸກ ທາງກະຊວງກໍຈະວ່າ ທັງໝົດນີ້-ຍ້ອນການຂາດເຂີນງົບປະມານ ຫລືແຫລ່ງທຶນເພື່ອມາຊື້ອຸປະກອນການແພດ, ຢາປົວພະຍາດແລະ ປົກປັກ ຮັກສາສະຖານທີ່. ນອກຈາກນີ້ ດ້ານບຸກຄະລາກອນ-ແພດໝໍ-ກໍບໍ່ພຽງພໍ ຊຶ່ງຄໍາຕອບຈາກກະຊວງສາທາຣະນະສຸກນີ້ ກໍແມ່ນໄດ້ກ່າວມາເປັນເວລາສີບໆປີ ມາແລ້ວ-ກໍຍັງບໍ່ມີຫຍັງດີຂຶ້ນ. ສ່ວນດ້ານບຸກຄະລາກອນ-ແພດໝໍບໍ່ພຽງພໍນັ້ນ ອະດີດທ່ານໝໍຫລືແພດຊົນນະບົດ ທ່ານນຶ່ງ ກໍບອກວ່າ ນັກສຶກສາແພດສາດແຕ່ລະປີຮຽນຈົບ ມີຈໍານວນຫລາຍແລະພ້ອມ ທີ່ຈະອອກໄປປະຕິບັດງານໃນເຂດຊົນນະບົດ. ແຕ່ເງິນເດືອນ ນອກຈາກຈະໜ້ອຍແລ້ວ ຍັງຂາດໆເຂີນໆ -ຄືບາງເດືອນກໍໄດ້ຮັບ ບາງເດືອນກໍບໍ່ໄດ້ຮັບ ແລະບາງຄັ້ງ-3-4ເດືອນ ຈຶ່ງໄດ້ຮັບເງິນເດືອນເທື່ອນຶ່ງ ແລະນີ້ກໍຄືສາເຫດຕົ້ນຕໍຂອງການຂາດບຸກຄະລາກອນ ດ້ານແພດ ແລະ ຖ້າທາງການບໍ່ເອົາໃຈໃສ່ ບັນຫາທັງໝົດທີ່ເວົ້າມານັ້ນ ກໍຄົງຈະຍືດຍາວຕໍ່ໄປ -ທ່ານກ່າວໃນທີ່ສຸດ.

ມະນີຈັນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org