ແມ່ຍິງແລະເດັກນ້ອຍ ຈະໄດ້ຮັບວັກຊິນ
ຫ້ອງການ ແມ່ຍິງແລະເດັກນ້ອຍ ສປປລາວ ມີນະໂຍບາຍ ສັກຢາວັກຊີນ ແລະແຈກຢາຍຢາ ໃຫ້ແກ່ ແມ່ຍິງ ແລະ ເດັກນ້ອຍ ໃນລາວ ເພື່ອຫລຸດຜ່ອນ ອັຕຣາການຕາຍ ຂອງຄົນກຸ່ມນີ້ລົງ.
-
ສິດນີ
2010-01-15 -
-
-
Your browser doesn’t support HTML5 audio
ປັດຈຸບັນ ຄນະກັມມະທິການ ແມ່ຍິງແລະເດັກນ້ອຍ ໃນລາວ ມີນະໂຍບາຍ ຈະໃຫ້ການສັກຢາ ແລະແຈກຢາຍຢາ ຮ່ວມດ້ວຍການ ບໍຣິການທາງແພດ ປະເພດຕ່າງໆ ແກ່ ຜູ້ຍິງແລະເດັກນ້ອຍ ໃນເຂດເປົ້າຫມາຍ ເພື່ອຫລຸດຜ່ອນການຕາຍ ຂອງແມ່ແລະເດັກໃນລາວລົງ. ດັ່ງນາງ ຂັນທະລີ ສຸດທິຈັກ ຫົວຫນ້າເລຂາທິການ ຄນະກັມມະທິການ ແມ່ແລະເດັກ ແຫ່ງຊາດລາວ ກ່າວໃນຕອນນື່ງວ່າ:
"ສັກຢາແລະຢອດຢາກັນ ພຍາດແມ່ຍີງ ແລະເດັກນ້ອຍ ແຈກຢາວິຕາມີນເອ ແລະຢາຂ້າແມ່ທ້ອງ ໃຫ້ກັບເດັກນ້ອຍ ກຸ່ມເປົ້າຫມາຍ ເພື່ອຫລຸດຜ່ອນອາການ ການຕາຍຂອງ ແມ່ແລະເດັກ".
ນາງກ່າວຕໍ່ໄປວ່າ ໃນການ ປະຕິບັດງານ ດັ່ງກ່າວ ຂອງຫນ່ວຍງານ ສາທາຣະນະສຸຂ ໃນເຂດເປົ້າຫມາຍ ນອກຈາກການສັກຢາ ແລະ ແຈກຢາຍຢາແລ້ວ ຫນ່ວຍງານດັ່ງກ່າວ ຍັງຈະຊ່ອຍ ປັບປຸງໂຮງຫມໍ ສຸຂສາລາ ໃນເຂດບ້ານ ປະຊາຊົນທີ່ຍັງຂາດ ສະຖານທີ່ສຳລັບ ການບໍຣິການ ທາງດ້ານ ສາທາຣະນະສຸຂ ຂັ້ນພື້ນຖານ ໃນບາງແຫ່ງນຳອີກ.
ນາງວ່າຫນ່ວຍງານ ຂອງຄນະກັມມະທີການ ແມ່ແລະເດັກ ຍັງຈະສິດສອນ ເຣື້ອງສຸຂອະນາມັຍ ການໃຊ້ນ້ຳສອະາດ ແລະສຸຂສືກສາ ຂັ້ນພື້ນຖານປະເພດຕ່າງໆ ໃຫ້ແກ່ຜູ້ຍີງ ແລະເດັກນ້ອຍ ໃນເຂດເປົ້າຫມາຍ ການກະທຳດັ່ງກ່າວ ທາງຫ້ອງການຫວັງວ່າ ຈະຊ່ອຍລົດຜ່ອນ ອັຕຣາການຕາຍຂອງ ແມ່ຍີງແລະເດັກນ້ອຍ ໃນເຂດຊົນນະບົດ ໃນລາວລົງ ບໍ່ຫລາຍກໍ່ຫນ້ອຍ.