ໄຂ້ເລືອດອອກທີ່ ແຂວງໄຊຍະບຸຣີ

ກາຣເກັບນໍ້າ ໄວ້ໃຊ້ຕາມ ບ້ານເຮືອນຂອງ ປະຊາຊົນ ເປັນເຫຕສ້າງ ຄວາມສ່ຽງ ຕໍ່ກາຣຣະບາດ ຂອງເຊື້ອໂຣຄ ໄຂ້ເລືອດອອກ ໃນແຂວງ ໄຊຍະບຸຣີ.

ກາຣທີ່ ປະຊາຊົນ ໃນຫລາຍພື້ນທີ່ ຢູ່ແຂວງ ໄຊຍະບຸຣີ ມັກຈະເກັບນ້ຳ ໄວ້ໃຊ້ຢູ່ຕາມ ບ້ານເຮືອນນັ້ນ ເປັນກາຣສົ່ງຜົລ ໃຫ້ເກີດມີໜອນນ້ຳ ຍຸງລາຍ ເພີ່ມຈຳນວນຂຶ້ນ ຢ່າງວ່ອງໄວ ຊຶ່ງເປັນກາຣສ່ຽງ ທີ່ອາຈເຮັດໃຫ້ ປະຊາຊົນ ເປັນພຍາທ ໄຂ້ເລືອດອອກໄດ້ ໄວແລະງ່າຍຫລາຍຂຶ້ນ ດັ່ງເຈົ້າໜ້າທີ່ ຈາກໂຮງໝໍ ແຂວງໄຊຍະບຸຣີ ເວົ້າວ່າ:

“ສາເຫຕກໍສິແມ່ນ ອັຕຣາກາຣມີ ໜອນນ້ຳຍຸງລາຍ ເພີ່ມຂຶ້ນຢູ່ໃນ ແຕ່ລະໝູ່ບ້ານ ເນື່ອງຈາກວ່າ ມັນສີດນ້ຳແລ້ວ ເຂົາເຈົ້າມີກາຣ ກັກເກັບ ນ້ຳໃນຄົວເຮືອນ ຫລາຍ ແລະກໍເຮັດໃຫ້ມີ ຍຸງລາຍ ມີຄົນໄຂ້ແລ້ວກໍເຮັດ ໃຫ້ມີກາຣຕິດຕໍ່ ຈາກຄົນໄປຫາຄົນ ນັ້ນຫລາຍນ໋ະ”.

ພ້ອມດຽວກັນນີ້ ທ່ານກໍວ່າ ສະຖານະກາຣ ໄຂ້ເລືອດອອກຢູ່ ແຂວງໄຊຍະບຸຣີ ຢູ່ໃນ ສະຖານະກາຣ ສ່ຽງທີ່ ປະຊາຊົນ ຈະຕິດເຊື້ອໂຣຄ ໄຂ້ເລືອດອອກ ໄດ້ງ່າຍ ເພາະ ເປັນຣະຍະເຂົ້າ ສູ່ຣະດູຝົນ ແລະເປັນຣະຍະທີ່ ຈະມີຍຸງລາຍ ຫລາຍເພີ່ມຂຶ້ນ ຊື່ງທາງເຈົ້າໜ້າທີ່ ຄວນຈະເອົາໃຈໃສ່ ເພື່ອກຳຈັດບັນຫາ ຂອງຍຸງລາຍ ໃຫ້ໝົດສິ້ນໄປ.

ໃນຂະນະດຽວ ກັນນີ້ ທ່ານກໍໃຫ້ຂໍ້ມູລ ວ່າຜູ້ປ່ວຍໂຣຄ ໄຂ້ເລືອດອອກ ໃນແຂວງ ໄຊຍະບຸຣີ ປະຈຳປີ 2009-2010 ມີອັຕຣາສະເລັ່ຽ ເດືອນລະ 100 ຄົນ ໂດຽຜູ້ປ່ວຍ ມີອາຍຸແຕ່ 8–45 ປີ.

ນອກຈາກນັ້ນ ທາງເຈົ້າໜ້າທີ່ ກ່ຽວຂ້ອງກໍມີກາຣ ເຝົ້າຣະວັງໂຣຄ ໄຂ້ຍຸງກາຝາກ ແລະແມງໄມ້ ໃນແຂວງຕ່າງໆ ທົ່ວປະເທສເຊັ່ນກັນ ພ້ອມທັງເອົາໃຈໃສ່ ລົງສຳຣວຈຕາມ ເຂຕພື້ນທີ່ ແລະໃຫ້ກາຣຝຶກ ອົບຮົມ ແກ່ປະຊາຊົນ ໃນດ້ານກາຣປ້ອງກັນ ແລະໃຫ້ມີກາຣ ເຝົ້າຣະວັງຢ່າງ ໃກ້ຊິດ ໂດຽສະເພາະດ້ານ ກາຣທຳລາຍ ແຫລ່ງເພາະພັນ ໜອນນ້ຳຍຸງລາຍ ດ້ວຍກາຣສີດພົ່ນຢາ ຂ້າຍຸງ ໃຫ້ໝົດສິ້ນໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org