ຜູ້ຕິດເຊື້ອ ວັນະໂຣກ ຂ. ຄຳມ່ວນ ມີ ຫລາຍກ່ວາ ຄາດຄະເນ ໄວ້
ເຈົ້າໜ້າທີ່ ສາທຣະນະສຸກ ລາວ ວ່າ: ຈໍານວນ ຜູ້ຕິດເຊື້ອ ວັນະໂຣກ ຫລື ເປັນ ໂຣກປອດແຫ້ງ ໃນ ແຂວງ ຄໍາມ່ວນ ມີ ຈໍານວນ ຫລາຍກ່ວາ ທີ່ ອົງການ ອານາໄມ ໂລກ ຄາດຄະເນ ໄວ້ ຫລັງຈາກ ທາງ ແຂວງ ໄດ້ ລົງ ໄປ ກວດສອບ ໂຕຈິງ ແລ້ວ, ດັ່ງ ເຈົ້າໜ້າທີ່ ລາວໄດ້ ເປີດເຜີຽ ກ່ຽວກັບ ເຣື້ອງ ນີ້ ເປັນ ພາສາໄທ ໂດຍມີ ຄຳແປ ດັ່ງນີ້:
-
ສົມເນ ຣາຍງານ
2008-06-02 -
-
-
Your browser doesn’t support HTML5 audio
”ເພາະ ຂ້ອຍ ເຫັນວ່າ ຈາກ ຕົວເລກ ຂອງ CDR ທີ່ ອົງການ ອານາໄມ ໂລກ ຄາດຄະເນ ໄວ້ວ່າ ມີ 70 ກໍຣະນີ ໃໝ່ ຕໍ່ ປະຊາກອນ 1 ແສນຄົນ ຕໍ່ປີ. ແຂວງ ຄຳມ່ວນ ມີ ປະຊາກອນ 300,000 ກ່ວາ ຄົນ ແລະ ຄົ້ນ ໄດ້ 300 ກໍຣະນີ ໃໝ່ ມັນ ຈຶ່ງ ເກີນ 100%.”
ອົງການ ອານາໄມ ໂລກ ໄດ້ ແນະນໍາ ໃຫ້ ເຈົ້າໜ້າທີ່ ສາທາຣະນະສຸກ ແຂວງ ຄໍາມ່ວນລົງໄປ ຊອກ ຄົ້ນຫາ ຜູ້ປ່ວຍ ຕິດເຊື້ອ ວັນະໂຣກ ກໍຣະນີ ໃໝ່ ທີ່ ຄາດຄະເນ ໄວ້ວ່າ ມີ 70 ກໍຣະນີ ຕໍ່ ປະຊາກອນ 100,000 ຄົນ, ແຕ່ວ່າ ໃນ ປີ 2007 ທາງ ແຂວງ ສາມາດກວດສອບ ກໍຣະນີ ຜູ້ຕິດເຊື້ອ ວັນະໂຣກ ໃໝ່ ໄດ້ 82 ກໍຣະນີ ຕໍ່ 100,000 ຄົນ.
ກ່ຽວກັບ ການປິ່ນປົວ ຜູ້ປ່ວຍ ທີ່ ຕິດເຊື້ອວັນະໂຣກ ນັ້ນ, ເຈົ້າໜ້າທີ່ ລາວ ວ່າ: ໄດ້ມີ ອາສາສະມັກ ອອກໄປ ໃຫ້ ຄວາມດູແລ ຢູ່ ຕາມ ບ້ານເຮືອນ ຂອງ ຜູ້ປ່ວຍ, ດັ່ງ ທ່ານໄດ້ ອະທິບາຍ ຕື່ມ:
”ທ່ານ ວ່າ ຮັກສາ ຜູ້ປ່ວຍແບບດອດ ໂດຍມີ ຜູ້ດູແລ ປະຈໍາບ້ານ ເຮົາມີ ອາສາສະມັກ ປະຈໍາບ້ານ ພວກນັ້ນ ກໍ ທໍາດອດ ໃຫ້ ເຮົາ ເພາະວ່າ ຢາຮັກສາ ປັດຈຸບັນ ມັນງ່າຍ ກິນ ແຕ່ ຕອນເຊົາ ຄັ້ງດຽວ.”
ທ່ານ ວ່າ ການກິນຢາ ແຕ່ ລະຄັ້ງ ນັ້ນ, ແມ່ນ ເລີ້ມຕາມ ນໍ້າໜັກ ຂອງ ຜູ້ປ່ວຍ ຄືວ່າ ຜູ້ປ່ວຍ ທີ່ມີ ນໍ້າໜັກ ລະຫ່ວາງ 30-37 ກິໂລ ຈະ ໃຫ້ ກິນຢາ 2 ເມັດ, ນໍ້າໜັກ ລະຫ່ວາງ 38-54 ກິໂລ ໃຫ້ກິນ 3 ເມັດ. ໂດຍ ທົ່ວໄປ ແລ້ວ, ຜູ້ປ່ວຍ ທີ່ ຕິດເຊື້ອ ວັນະໂຣກ ນັ້ນ ຈະຈ່ອຍຜອມ, ທີ່ ພົບເຫັນ ນັ້ນ ຢູ່ ໃນ ກຸ່ມ ອາຍຸ ລະຫ່ວາງ 25-54 ປີ. ປັດຈຸບັນ ນີ້, ອົງການ Global Fund ໄດ້ ໃຫ້ ການຊ່ວຍເຫືລອ ສ່ວນນື່ງ; ແຕ່ວ່າ ຜູ້ປ່ວຍ ກໍ ຕ້ອງ ໄດ້ ຊ່ວຍ ເສັຽເງິນ ຄ່າປິ່ນປົວ ເຊັ່ນກັນ.
ຄຳສັບ ຊອກຂໍ້ມູນ: ໂຣຄຕິດຕໍ່ communicabledisease