ໄຂ້ຫວັດໃຫຍ່ ບໍ່ສາມາດ ຈະຍັບຍັ້ງໄດ້ແລ້ວ
ອົງການ ອະນາມັຍໂລກ WHO ກ່າວວ່າ ເຊື້ອໂຣກໄຂ້ຫວັດໃຫຍ່ ສາຍພັນ A/H1N1 ຮອດປັດຈຸບັນນີ້ ບໍ່ສາມາດ ຈະຍັບຍັ້ງໄດ້.
-
ໂພໄຊສວັດ
2009-07-14 -
-
-
Your browser doesn’t support HTML5 audio
ອົງການ ອະນາມັຍໂລກ WHO ກ່າວມື້ວັນຈັນ ນີ້ວ່າເຊື້ອໂຣກ ໄຂ້ຫວັດໃຫຍ່ ສາຍພັນ A/H1N1 ແຜ່ຣະບາດເຖິງຂັ້ນ ເອົາບໍ່ຢູ່ແລ້ວ ແລະທຸກໆປະເທດ ຕ້ອງມີຢາສັກກັນ ຕຽມພ້ອມໄວ້.
ຢູ່ປະເທດອັງກິດ ປະເທດໄທ ແລະ ຟິນລິບປີນ ມີລາຍງານການ ຕາຍຈາກເຊື້ອໂຣກ ດັ່ງກ່າວ ມື້ວັນຈັນນີ້. ສ່ວນຢູ່ ປະເທດຊາວດີ ອາຣເບັຍ ຈົນຕ້ອງໄດ້ປິດ ໂຮງຮຽນນາໆຊາດ ຍ້ອນມີນັກຮຽນ 20ຄົນ ກວດພົບວ່າຕິດ ເຊື້ອວາຍຣັສ A/H1N1.
ໃນເມື່ອຈຳນວນ ຜູ້ເສັຍຊີວິດ ເພີ້ມຫລາຍຂື້ນເລື້ອຍໆ ເຈົ້າໜ້າທີ່ຈາກ ອົງການ ອະນາມັຍໂລກ WHO ກ່າວວ່າ ຢາສັກກັນເຊື້ອໂຣກ ໄຂ້ຫວັດໃຫຍ່ສາຍພັນ A/H1N1 ຕ້ອງມີໄວ້ ໃຫ້ໄວທີ່ສຸດ ຄືຕົ້ນເດືອນ ກັນຍາ ສຳລັບປະເທດ ຂອງໃຜລາວ.
ດຣ. ມາຣີ ໂປນ ຄີນີ ຜູ້ຈັດການອົງການ ຄົ້ນຄວ້າຢາສັກຂອງ WHO ກ່າວຫລັງຈາກ ກອງປະຊຸມ ກ່ຽວກັບໂຣກຣະບາດ ໄຂ້ຫວັດໃຫຍ່ສາຍພັນ A/H1N1 ວ່າ ວາຍຣັສ ຊນິດນີ້ຍັບຍັ້ງ ບໍ່ໄດ້ແລ້ວ ດັ່ງນັ້ນ ທຸກໆປະເທດ ຕ້ອງມີຢາສັກ ກັນຕຽມໄວ້.
ພະນັກງານດ້ານ ສຸຂພາບ ຄວນຈະຢູ່ທຳອິດ ໃນລາຍຊື່ຜູ້ທີ່ ຈະຕ້ອງສັກກັນ ໃນເມື່ອຜູ້ປ່ວຍຈາກ ການຕິດເຊື້ອໂຣກ ມີຫລາຍເພີ້ມຂື້ນ. ແຕ່ WHO ກໍເຫັນວ່າຂື້ນ ຢູ່ກັບຄວາມສຳຄັນ ຂອງແຕ່ລະປະເທດ ແຕ່ກໍຄວນໃຫ້ ຄວາມສຳຄັນຕໍ່ ແມ່ມານແລະ ເດັກນ້ອຍອາຍຸ 6ເດືອນ ຂື້ນໄປທີ່ມີ ພະຍາດຕິດໂຕ ຮ້າຍແຮງ ແລະ ໂດຍສະເພາະ ເດັກນ້ອຍ ເພາະພວກຂະເຈົ້າ ໄປໂຮງຮຽນແລະ ມີໂອກາດ ຕິດຕໍ່ໄດ້ງ່າຍ.
ປັດຈຸບັນ ນີ້ມີຮອດ 90,000ຄົນ ແລ້ວທີ່ຕິດເຊື້ອ ວາຍຣັສ ນີ້ທົ່ວໂລກ 429ຄົນ ເສັຍຊີວິດ.