ໄຂ້ຫວັດໝູ 1ກໍຣະນີ ຢູ່ລາວ

ທາງກາຣ ສປປລາວ ມີກາຣສຣຸບ ພົບເຫັນ ໄຂ້ຫວັດໃຫຍ່ 2009 ພຽງກໍຣະນີດຽວ ເທົ່ານັ້ນໃນສັປດາ ຜ່ານມານີ້.

ຫລັງຈາກທີ່ ພົບເຫັນເຊື້ອໂຣຄ ໄຂ້ຫວັດໃຫຍ່ ສາຍພັນໃໝ່2009 ຢູ່ກັບຊາວ ອອສເຕຣເລັຽ ໜື່ງຄົນທີ່ເດີນ ທາງຜ່ານໄທຽເຂົ້າລາວ ທາງສນາມບິນ ວັດໄຕແຕ່ຕົ້ນ ສັປດານີ້ ທາງກາຣກ່ຽວຂ້ອງ ຂອງລາວ ກໍມີກາຣເພີ່ມ ຄວາມເອົາໃຈໃສ່ ໃນກາຣເຝົ້າຣະວັງ ແລະກວດສອບຢ່າງ ເຂັ້ມງວດ ພ້ອມກັບມີກາຣ ສຣຸບໄດ້ວ່າ ມີແຕ່ກໍຣະນີ ດຽວນັ້ນເທົ່ານັ້ນ.

ສະເພາະ ກາຣຕິດຕັ້ງເຄື່ອງ ວັດແທກ ອຸນຫະພູມຮ່າງກາຍ ຫລື TERMOSCAN ນັ້ນ ເທົ້າປັຈຈຸບັນ ກໍມີກາຣຕິດຕັ້ງ ຢູ່ແຫ່ງດຽວທີ່ ສນາມບິນ ນາໆຊາຕວັດໄຕ ທີ່ ນະຄອນຫລວງ ວຽງຈັນ ແຕ່ສຳຫລັບຢູ່ ສນາມບິນອື່ນໆ ເຊັ່ນເມືອງ ຫລວງພຣະບາງ ສວັນນະເຂຕແລະ ຈຳປາສັກ ນັ້ນກໍວ່າຈະ ມີກາຣຕິດຕັ້ງ ໃຫ້ແລ້ວສຳເຣັຈ ພາຍ ໃນສີ່ສັປດາ ຂ້າງໜ້ານີ້ດັ່ງທີ່ ດຣ. ບຸນຫລາຍ ພົມມະສັກ ຫົວໜ້າຫ້ອງກາຣ ປະສານງານຕ້ານ ແລະ ຄວບຄຸມພຍາທ ຕິດຕໍ່ແຫ່ງຊາຕ ໄດ້ກ່າວກ່ຽວກັບ ກໍຣະນີຜູ້ ປ່ວຍໂຣຄໄຂ້ຫວັດ ສາຍພັນໃໝ່ ດັ່ງກ່າວນີ້ວ່າ:

“ລາວກໍແມ່ນພົບ 1ກໍຣະນີ ເປັນຄົນງານ ສັນຊາຕອອສເຕຣເລັຽ ມາເຮັດວຽກ ເຂົ້າມາລາວ ວັນທີ່11 ມີອາກາຣໄຂ້ ວັນທີ່13 ດັ່ງນັ້ນແລ້ວກໍ ໄປກວດຢູ່ ໂຮງໝໍຄລີນິຄ ແລ້ວວັນທີ່15 ເອົາຕົວຢ່າງໄປກວດ ວັນທີ່16 ເຫັນແລ້ວ ກໍພວກເຮົາກໍ ປະກາສໃນວັນ ທີ່17”

ໃນຣະຫວ່າງວັນ ທີ່10-17 ມີຖຸນານີ້ຢູ່ ແຂວງສວັນນະເຂຕ ກໍພົບເຫັນມີ ກໍຣະນີໜື່ງ ທີ່ມີກາຣສົງສັຍ ວ່າເປັນຄົນປ່ວຍ ໂຣຄໄຂ້ຫວັດໃຫຍ່ ສາຍພັນໃໝ່ ທີ່ເດີນທາງ ຈາກສະຫະຣັຖ ຊື່ງທາງກາຣ ກ່ຽວຂ້ອງໄດ້ນຳ ເອົາໄປກວດ ແຕ່ພົບເຫັນວ່າ ເປັນໄຂ້ຫວັດ ທັມມະດາ ເທົ່ານັ້ນ ແລະແຂວງອື່ນໆເຊັ່ນ ຫລວງພຣະບາງ ທີ່ມີນັກທ່ອງ ທ່ຽງເດີນທາງໄປ ຢ້ຽມຢາມເປັນປະຈຳ ນັ້ນກໍບໍ່ມີ ກາຣຣາຍງານວ່າ ພົບເຫັນມີຄົນປ່ວຍ ແຕ່ປະກາຣໃດ.

ສຳຫລັບມາຕກາຣ ດ້ານກາຣເຝົ້າຣະວັງ ແລະປ້ອງກັນນັ້ນ ທາງກາຣຝ່າຍລາວ ກໍມີກາຣ ຂຍາຍຄວາມຮ່ວມມື ໃຫ້ເຂັ້ມແຂງ ຫລາຍຂື້ນເລື້ອຍໆ ດັ່ງທີ່ທ່ານໄດ້ ກ່າວ ເພີ່ມອີກວ່າ:

“ກາຣຮ່ວມມື ຣະຫວ່າງສູນກາງ ກັບແຂວງກໍເພີ່ມ ຄວາມເຂັ້ມຂື້ນອີກ ດຽວນີ້ພວກເຮົາ Set up ເຣື່ອງ Reporting System ກາຣຣາຍງານແມ່ນ ແຕ່ລະວັນນຳ ບັນດາແຂວງຕ່າງໆ ເພື່ອກຳສະພາບ ຂອງມັນໄດ້ແລະ ຕັດສິນບັນຫາ ໃຫ້ມັນທັນ”

ຢ່າງໃດກໍຕາມ ໃນວັນທີ່15 ມີຖຸນາ 2009 ນີ້ທາງກະຊວງ ສາທາຣະນະສຸຂ ລາວກໍໄດ້ຮ່ວມ ປະຊຸມກັບທາງ ອົງກາຣ ອະນາມັຍໂລກ ປະຈຳ ສປປລາວ ແລະ ໜ່ວຍງານອື່ນໆ ພ້ອມກັບຕົວແທນ ຈາກທຸກໆແຂວງ ທົ່ວປະເທສ ເພື່ອຫາຣືແລະ ເພີ່ມຂຍາຍດ້ານກາຣ ຮ່ວມມືແລກປ່ຽນ ຂໍ້ມູລເປັນກາຣ ເຝົ້າຣະວັງແລະ ໃຫ້ມີ ກາຣປ້ອງກັນ ໃຫ້ໄດ້ຜົລ ເປັນຈີງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org