ໃນລາວຍັງສ່ຽງຕໍ່ ພຍາດໄຂ້ເລືອດອອກ

ແຂວງຈໍາປາສັກ ຍັງສ່ຽງ ຕໍ່ການຣະບາດ ພຍາດໄຂ້ເລືອດອອກ ຍ້ອນມີປະຊາກອນ ຈໍານວນຫລາຍ ໃນເມືອງປາກເຊ ຊື່ງພຍາດ ໄຂ້ເລືອດອອກ ກໍເປັນເຊື້ອໂຣກ ທີ່ຕິດຕໍ່ກັນໄດ້ງ່າຍ.

ການເຝົ້າຣະວັງ ພຍາດໄຂ້ເລືອດອອກ ໃນທົ່ວປະເທດລາວ ປີ 2010 ນີ້ ພົບວ່າ ແຂວງຈໍາປາສັກ ມີຄວາມສ່ຽງຢູ່ຫລາຍ  ທີ່ອາຈມີຜູ້ຕິດເຊື້ອ ໄຂ້ເລືອດອອກ ໂດຍສະເພາະ ໃນເມືອງປາກເຊ ເພາະເປັນເມືອງໃຫຍ່ ປະຊາຊົນໜາແໜ້ນ ຊຶ່ງອາຈເຮັດໃຫ້ ເຊື້ອໂຣກຣະບາດໄດ້ ມີການຕິດແປດ ຈາກຄົນສູ່ຄົນ ໄດ້ຢ່າງວ່ອງໄວ.  ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ກ່ຽວຂ້ອງ ກະຊວງ ສາທາຣະນະສຸຂ ນະຄອນຫລວງ ວຽງຈັນ:

"ປາກເຊ ຖືວ່າເປັນເມືອງໃຈກາງຂອງແຂວງ ເປັນເມືອງໃຫຍ່ ຊຸມຊົນໜາແໜ້ນ ແລ້ວກໍມີການ ແພ່ກະຈາຍ ຂອງເຊື້ອຕລອດປີ ກໍເປັນກຸ່ມສ່ຽງ ຕໍ່ໄປ ໂຄງການເຮົາ ມີປົກກະຕິ ຕໍ່ໄປກໍມີການ ລົນນະລົງ ສໍາຣວດໜອນນໍ້າ ຍຸງລາຍ ແລ້ວກໍລົງ ສຸຂສຶກສາ".

ບັນຫາຂອງໂຣກ ໄຂ້ເລືອດອອກ ໃນປີນີ້ ບໍ່ທັນຫລາຍ ບໍ່ທັນໜັກໜ່ວງ ເພາະໄດ້ລົງຕຽມ ປ້ອງກັນ ໃນເບື້ອງຕົ້ນ ໃນແຕ່ລະພື້ນທີ່ ເພື່ອບໍ່ໃຫ້ມີ ການຣະບາດ. ສໍາລັບໃນ ທົ່ວປະເທດລາວ ພົບວ່າ ນະຄອນຫລວງວຽງຈັນ ແຂວງວຽງຈັນ ແຂວງຈໍາປາສັກ ສວັນນະເຂດ ຫລວງພຣະບາງ ເປັນເຂດແຂວງ ທີ່ສ່ຽງ.

ຄົນເຈັບເປັນ ໄຂ້ເລືອດອອກ ໃນເຂດເມືອງປາກເຊ ຕລອດປີ 2009 ຢູ່ໃນຣະດັບ ສເລັ່ຽ 100 ຄົນ ອາຍຸຣະຫວ່າງ 8 ຫາ 45 ປີ. ແຕ່ເດືອນ 5 ຫາເດືອນ 8 ເປັນຊ່ວງທີ່ຕ້ອງມີ ການເອົາໃຈໃສ່ ແລະຕຽມການປ້ອງກັນ ໂຣກໄຂ້ເລືອດອອກ ເພາະເປັນຊ່ວງ ທີ່ມີຄວາມສ່ຽງ ຕໍ່ການຣະບາດ ໄດ້ງ່າຍ ໂດຍສະເພາະ ໃນເຂດທີ່ມີ ປະຊາກອນ  ໜາແໜ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org