WHO ມີຂໍ້ແນະນໍາໃໝ່ໃນການ ປີ່ນປົວຄົນຕິດເຊື້ອ HIV
ອົງການອະນາມັຍໂລກ WHO ອອກຂໍ້ແນະນໍາໃໝ່ ກ່ຽວກັບການປີ່ນປົວ ຄົນຕິດເຊື້ອ HIV ຊຶ່ງຕິດຕໍ່ຜ່ານການ ຮ່ວມເພດສັມພັນ ເປັນສ່ວນໃຫຍ່ ໃນວັນຈັນນີ້ ກ່ອນໜ້າຮອດວັນເອດສໂລກ ເວົ້າວ່າຄວນໃຫ້ຢາແຕ່ຫົວທີ ແລະກໍແນະນໍາ ໃຫ້ຢາແກ່ແມ່ທີ່ ລ້ຽງລູກດ້ວຍນົມ ຕົນເອງ.
-
ມະນີຈັນ
2009-12-01 -
-
-
Your browser doesn’t support HTML5 audio
WHO ເວົ້າວ່າຜູ້ໃຫຍ່ ແລະ ຄົນວັຍຫນຸ່ມສາວ ຄວນໄດ້ຮັບການປີ່ນປົວ ດ້ວຍວິທີຕ້ານ ການຂຍາຍຂອງເຊື້ອ HIV ຫລືທີ່ເອີ້ນວ່າ ART ຖ້າຫາກວ່າຣະບົບ ພູມຕ້ານທານໃນ ຮ່າງກາຍຂອງເຂົາ ຫາກຫລຸດຕໍ່າກວ່າ 350 cell ຕໍ່ບໍຣິມາດຂອງເລືອດ 1ມິລລີແມັດກຸບ ຊຶ່ງໃນປີ2006 ທາງWHOໄດ້ກໍາຫນົດ ຢູ່ທີ່200cellຕໍ່ ບໍຣິມາດເລືອດ 1ມິລລີແມັດກຸບ.
ຜູ້ຊ່ວຍຜູ້ອໍານວຍການ ດ້ານເຊື້ອHIV/AIDS ວັນນະໂຣກປອດ ໄຂ້ປ່າ malaria ແລະພຍາດເຂດຮ້ອນ Hiroki Nakatani ເວົ້າວ່າຂໍ້ແນະນໍາໃໝ່ ດັ່ງກ່າວ ແມ່ນອີງໃສ່ຂໍ້ມູນ ຫລ້າສຸດທີ່ໄດ້ຮັບ ແລະວ່າ ການປະຕິບັດ ຢ່າງກວ້າງຂວາງ ຕາມຂໍ້ແນະນໍາໃໝ່ນັ້ນ ຈະຊ່ວຍໃຫ້ຄົນ ໃນເຂດທີ່ທຸກຍາກລໍາບາກ ມີຊີວິດຢືນ ແລະ ແຂງແຮງຂຶ້ນຕື່ມອີກ ໃນຈໍານວນຫລາຍຂຶ້ນ.
ພ້ອມດຽວກັນWHO ຍັງແນະນໍາໃຫ້ ແມ່ຍີງທີ່ຖືພາມານ ທີ່ຕິດເຊື້ອHiv ສາມາດຮັບການປີ່ນປົວດ້ວຍ ຢາຕ້ານການຂຍາຍຕົວ ຂອງເຊື້ອໂຣກດ້ວຍຢາ ARV ນັບແຕ່ຖືພາມານ 14ອາທິດໄປ ຈົນຮອດໃນລະຍະ ໃຫ້ລູກກິນນົມ.
ຖແລງການຂອງWHO ເວົ້າວ່າການທົດລອງ ໃນຫລາຍໂຮງໝໍ clinic ພິສູດໃຫ້ເຫັນເຖິງ ປະສິດທິພາບຂອງຢາ ARV ໃນການປ້ອງກັນ ບໍ່ໃຫ້ຕິດຕໍ່ໄປໃສ່ລູກ ໃນລະຍະລ້ຽງລູກ ດ້ວຍນໍ້ານົມຂອງແມ່ ແລະຢາStavudine ທີ່ຂ້ອນຂ້າງມີຣາຄາຖືກ ທີ່ໃຊ້ຢ່າງແຜ່ຫລາຍ ໃນປະເທດກໍາລັງ ພັທນານັ້ນຄວນ ປ່ຽນແທນດ້ວຍຢາ Zidovudine ແລະຢາ Tenofovir ເພາະມັນມີຜົລຂ້າງຄຽງ ທີ່ໜ້ອຍກວ່າ.
ຂນະນີ້ມີຄົນຕິດເຊື້ອ HIV/AIDSປະມານ 33ລ້ານ4ແສນຄົນ ໃນທົ່ວໂລກ ແລະ ກໍມີຜູ້ຕິດເຊື້ອ ຣາຍໃໝ່ປະມານ 2ລ້ານ7ແສນຄົນ ໃນແຕ່ລະປີ.