Unicef ຊ່ວຍອາຫານເດັກນ້ອຍ ໃນເຂດນໍ້າຖ້ວມ
ອົງການ ກອງທຶນເດັກນ້ອຍ ສະຫະ ປະຊາຊາດ ຊ່ວຍເຫລືອ ເດັກນ້ອຍ ທີ່ຂາດອາຫານ ທີ່ມີ ຄຸນນະພາບ ຢ່າງຮຸນແຮງ ໃນແຂວງທີ່ ໄດ້ຮັບ ຜົນກະທົບ ຈາກເຫດ ອຸທະກະພັຍ.
-
ໂພໄຊສວັດ
2010-09-16 -
-
-
Your browser doesn’t support HTML5 audio
UNICEF ແລະ ອົງການ ຊ່ວຍເຫລືອອື່ນໆ ພ້ອມກັບ ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ລາວ ຈະຕໍ່ສູ້ ແລະ ໃຫ້ການຊ່ວຍເຫລືອ ຫລຸດຜ່ອນການ ຂາດອາຫານ ທີ່ມີ ຄຸນນະພາບ ຊຶ່ງຂະເຈົ້າ ເອີ້ນວ່າກຳລັງ ຢູ່ໃນຂັ້ນ ອັນຕະລາຍ ສຳລັບ ເດັກນ້ອຍ ທີ່ອາສັຍ ຢູ່ພາຍໃນ 9 ແຂວງ ທີ່ໄດ້ຮັບ ຜົນກະທົບ ຈາກເຫດ ອຸທະກະພັຍ ແລະລົມພາຍຸ ໃຕ້ຝຸ່ນ ເມື່ອ ສອງປີກ່ອນ. ຈາກການສຳຣວດ ຂອງທາງການ ລາວ ເມື່ອຕົ້ນປີນີ້ ດ້ວຍການຮ່ວມມື ຂອງ UNICEF ໄດ້ພົບວ່າ ມີກໍຣະນີ ທີ່ເດັກນ້ອຍ ຂາດອາຫານ ທີ່ມີ ຄຸນນະພາບ ຕໍ່ຮ່າງກາຍ ຢ່າງ ຮຸນແຮງ.
ອີງຕາມ ລາຍງານຂອງ ອົງການ UNICEF ໃນມື້ວັນ ທີ 14 ກັນຍາ 2010 ຜ່ານມາ. ຢູ່ແຂວງ ອັດຕະປື ນຶ່ງໃນ 3 ແຂວງພາກໃຕ້ ທີ່ມີ ການສຳຣວດ ພົບວ່າ 18.9 ສ່ວນຮ້ອຍ ຂອງເດັກນ້ອຍ ທີ່ມີອາຍຸ ລະຫວ່າງ 6 ເດືອນຫາ 5 ປີ ກຳລັງຕົກ ຢູ່ໃນ ສະພາບທີ່ ຂາດແຄນອາຫານ ທີ່ມີ ຄຸນນະພາບ ຕໍ່ຮ່າງກາຍ ຢ່າງແຮງ. ໂຕເລກດັ່ງກ່າວ ແມ່ນເກືອບຮອດ 4 ສ່ວນຮ້ອຍ ສູງກວ່າ ລະດັບສະພາບ ເຫດການ ສຸກເສີນສາກົນ.
ເພື່ອໂຕ້ຕອບ ກັບເຫດການ ດັ່ງກ່າວ ຣັຖບານລາວ ແລະ ອົງການຊ່ວຍເຫລືອ ສາກົນ ໄດ້ຈັດຕັ້ງ ໂຄງການ ນະໂຍບາຍ ຮີບດ່ວນ 12 ເດືອນ ແນໃສ່ ຊ່ວຍເຫລືອ ເດັກນ້ອຍ ປະມານ 2 ແສນຄົນ. ໂຄງການດັ່ງກ່າວ ຈະມີທັງການ ສົ່ງອຸປກອນ ປິ່ນປົວ ແລະ ອາຫານ ສຳລັບປ້ອນ ເດັກນ້ອຍ ທີ່ໄດ້ຮັບ ຜົນກະທົບ ໃຫ້ໄດ້ກິນ ອາຫານ ທີ່ມີຄຸນນະພາບ ແລະ ຝຶກອົບຮົມ ເຈົ້າໜ້າທີ່ ສາທາຣະນະສຸຂ ແລະ ອາສາສມັກ ຊຸມຊົນ ໃນການກວດກາ ແລະຄວບຄຸມ ໃຫ້ລະດັບ ການຂາດອາຫານ ຂອງເດັກນ້ອຍ ຫລຸດໜ້ອຍລົງ. ອົງການ UNICEF ຈະຊ່ວຍ ອາຫານເສີມ ສຳລັບເດັກນ້ອຍ ແຕ່ 6 ຫາ 23 ເດືອນ ເພື່ອເພີ້ມອາຫານ ທາດເຫລັກ ທີ່ຈະຊ່ວຍ ໃຫ້ເດັກນ້ອຍ ຕ້ານທານ ພຍາດ ຖອກທ້ອງໄດ້. ນອກຈາກນີ້ ກໍຍັງຈະ ສົ່ງເສີມໃຫ້ ແມ່ລູກອ່ອນ ລ້ຽງລູກ ດ້ວຍນົມແມ່ ໄປຢ່າງໜ້ອຍ ເປັນເວລາ 6 ເດືອນ ໂດຍຖືກວິທີ.