ທາງກາຣໄທຽ ຢາຍ ປື້ມຄູ່ມື

ທາງກາຣໄທຽ ວ່າຈະນຳເອົາ ປື້ມຄູ່ມື ກ່ຽວກັບ “ໂຣຄໄຂ້ຫວັດ ໃຫຍ່ສາຍພັນໃໝ່” ຊນິດ AH1N1 ບໍ່ຕໍ່າກວ່າ 1 ລ້ານສະບັບ ອອກແຈກຢາຍ ໃຫ້ປະຊາຊົນອ່ານ ເປັນກາຣຮຽນຮູ້ ກ່ຽວກັບກາຣ ເປັນມາຂອງ ເຊື້ອໂຣຄ ແລະວິທີ ປ້ອງກັນຕ່າງໆ.

ຄົນງານແລະຊາວບ້ານທີ່ພັທຍາແຂວງຊົນບຸຣີພາກັນ ກວດລ້າງທຳຄວາມສະອາດຫົນທາງເພື່ອໃຫ້ປາສຈາກ ເຊື້ອໂຣຄ.ໃນວັນທີ15ມິຖຸນາ2009ນາຍົກຣັຖມົນຕຣີໄທ ກໍປະກາດບໍ່ໃຫ້ປະຊາຊົນແຕກຕື່ນກ່ຽວກັບໄຂ້ຫວັດໃຫຍ່ ສາຍພັນໃໝ່ແຕ່ໃຫ້ຣະວັງຕ້ອງຢູ່ສະອາດກິນສະອາດ Photo: AFP

ຍ້ອນພົບເຫັນ ມີຜູ້ຕິດເຊື້ອ ໂຣຄດັ່ງກ່າວ ຫລາຍເພີ່ມຂື້ນເຖີງ 20ເທົ່າ ໃນໜື່ງສັປດາ ຜ່ານມາ ຊື່ງກໍຮວມທັງ ບັນດາເດັກ ນ້ອຍນັກຮຽນ ເຖີງຕ້ອງໄດ້ປິດ ໂຮງຮຽນ ບາງແຫ່ງແລະ ທຳຄວາມສະອາດ ຕາມສະຖານທີ່ ຕ່າງໆທີ່ມີກາຣ ສົງສັຍທີ່ອາຈ ມີເຊື້ອໂຣຄ ປະປົນ ຢູ່ນຳນັ້ນ.

ທາງກະຊວງ ສາທາຣະນະສຸຂໄທຽ ໄດ້ແຈ້ງໃຫ້ກາຣ ຢືນຢັນໃນມື້ ວັນອັງຄາຣນີ້ວ່າ: ທາງກາຣກ່ຽວຂ້ອງ ໄດ້ພົບເຫັນກາຣ ແພ່ຣະບາດຂອງ ເຊື້ອໂຣຄ ດັ່ງກ່າວເຖີງ 109 ກໍຣະນີ ຈາກຈຳນວນ ຄົນປ່ວຽ 13ຄົນໃນມື້ ວັນອັງຄາຣຜ່ານມາ ມາເປັນ 310ຄົນ ໃນມື້ວັນທີ່ 16 ມີຖຸນານີ້ ຊື່ງໃນນັ້ນກໍ ຮວມທັງນັກຮຽນ 84ຄົນ ທີ່ວ່າເປັນ ກາຣຕິດເຊື້ອໂຣຄ ຢູ່ພາຍໃນ ປະເທສໄທຽເອງ.

ທ່ານມານິຕ ນົພອະມອນບະດີ ຮອງຣັຖມົນຕຣີ ສາທາຣະນະສຸຂ ໄດ້ແຈ້ງຕໍ່ທາງສື່ ມວລຊົນ ໃນມື້ວັນ ອັງຄາຣນີ້ວ່າ ນອກຈາກປື້ມຄູ່ມື ເພື່ອຊ່ວຍ ປະຊາຊົນ ໃນກາຣ ຮັກສາ ແລະປ້ອງກັນ ບໍ່ໃຫ້ຕິດເຊື້ອໂຣຄ ດັ່ງກ່າວນີ້ແລ້ວ ທາງກາຣກ່ຽວຂ້ອງ ຍັງໄດ້ສະສົມ ຢາວັຄຊີນໄວ້ ໃນຈຳນວນ ຫລວງຫລາຍ ນຳດ້ວຍເພື່ອ ເປັນກາຣ ຮອງ ຮັບ.

ພ້ອມດຽວກັນນີ້ ທ່ານອະພິສີຕ ເວຊຊາຊີວະ ນາຍົກ ຣັຖມົນຕຣີໄທຽ ກໍໄດ້ປະກາສ ເຕື່ອນ ປະຊາຊົນ ບໍ່ໃຫ້ແຕກຕື່ນ ເພາະໃນເມື່ອ ທຽບຕົວເລຂຂອງ ຜູ້ປ່ວຍຈາກ ໂຣຄໄຂ້ຫວັດທົ່ວ ໄປໃນປີ 2008 ຜ່ານມາມີເຖີງ 17,400 ຄົນແລະຈາກເຊື້ອ ໂຣຄໃໝ່ນີ້ເທົ່າ ປັຈຈຸບັນມີ 310ຄົນ ເທົ່ານັ້ນ ໃນທົ່ວປະເທສ ແຕ່ໃຫ້ມີກາຣ ເຝົ້າ ຣະວັງແລະເພີ່ມ ດ້ານກາຣປ້ອງກັນ ອີກຕື່ມຊື່ງທ່ານ ໄດ້ແນະນຳວ່າ: ໃຫ້ກິນອາຫາຣ ທີ່ຮ້ອນ ໃຊ້ບ່ວງກາງ ເວລາກິນເຂົ້າ ຮ່ວມກັນຫລາຍຄົນ ພ້ອມກັບໃຫ້ລ້າງ ມືດ້ວຍສະບູ ແລະນ້ຳທີ່ສະອາດເ ລື້ອຍໆໃນ ແຕ່ລະມື້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org