ຍັງມີ ຜູ້ຕິດ ເຊື້ອວັນນະໂຣກ ຫລາຍຢູ່ ໃນລາວ

ເຈົ້າໜ້າທີ່ ທາງກາຣລາວ ວ່າ ຍັງມີ ຜູ້ປ່ວຍ ຕິດເຊື້ອວັນນະໂຣຄ ຢ່າງຫລວງຫລາຍ ໃນປັຈຈຸບັນ.

ເຈົ້າໜ້າທີ່ສາທາຣະນະສຸຂແຂນງ ວັນນະໂຣຄປະຈຳແຂວງຄຳມ່ວນໄດ້ກ່າວເຖີງສະພາບຂອງຈຳນວນຜູ້ຕິດວັນນະໂຣຄ ທົ່ວແຂວງໃນປັຈຈຸບັນນີ້ວ່າມີປະຣິມານຫລາຍກວ່າທີ່ທາງ​​ເຈົ້າໜ້າທີ່​ ອົກາຣ ອະນາມັຍໂລກໄດ້ຄາດຄະເນໄວ້ ດັ່ງທີ່ທ່ານໄດ້ໃຫ້ ກາຣຊີ້ແຈງວ່າ:

ດຽວນີ້ ເຮົາຈະຍັງບອກ ບໍ່ທັນໄດ້ວ່າ ມັນຈະລຸດ ຫລື ເພີ່ມ ມີແຕ່ວ່າປັຈຈຸບັນນີ້ CDR ພວກເຮົາ ມັນຂື້ນສູງເກີນທີ່ WHO ​ໄດ້ປະມານ ໄວ້ ປັຈຈຸບັນນີ້ ຣາຍງານ ທີ່ໄດ້ຮັບເປັນພຽງແຕ່ 2 quarters ຈະທຽບກັບ 2007 ກໍຍັງບໍ່ທັນໄດ້ ເພາະວ່າ ຕ້ອງໄດ້ຟັງ ຣາຍງານ ໝົດອິກ

ເຈົ້າໜ້າທີ່ລາວດັ່ງກ່າວແຈ້ງເພີ່ມວ່າ: ຕາມຈຳນວນຄົນປ່ວຍທີ່ທາງອົງກາຣ ອະນາມັຍໂລກໄດ້ປະເມີນໄວ້ນັ້ນ ມີປະມານ 68 ຄົນໃນແຕ່ລະ 100,000 ກໍຣະນີແຕ່ຈຳນວນທີ່ແທ້ຈີງ ຄົງຈະມີຫລາຍກວ່ານັ້ນແລະວ່າໃນຣະຍະຜ່ານມາທາງພາຄສ່ວນກ່ຽວຂ້ອງກໍບໍ່ສາມາດຄວບຄຸມໄດ້ ຍ້ອນວ່າຜູ້ທີ່ຕິດເຊື້ອວັນນະໂຣຄນັ້ນ ສ່ວນຫລາຍ​​ແລ້ວຈະເປັນປະຊາຊົນທີ່ອາສັຍຢູ່ຕາມເຂຕຊົນນະບົດ, ​ແຕ່ປັຈຈຸບັນນີ້ສະພາບກາຣ ກໍດີຂື້ນແລະຜູ້ຄົນປ່ວຍກໍສາມາດໄດ້ຮັບກາຣປີ່ນປົວດີຂື້ນກວ່າແຕ່ຄາວກ່ອນ ດັ່ງທີ່ທ່ານໄດ້ອະທິບາຍວ່າ: 

ຜູ້ປ່ວຍ​ ​ອາກາຣດີຂື້ນ ພວກເຮົາເຮັດ ສຸຂສຶກສາ ທຸກຣາຍ ທຸກເຂຕ ທີ່ມາທຳກາຣຮັກສາແມ້ກະທັ້ງ ຄົນໄຂ້ເອງ ແລະ ຍາຕຂອງຄົນໄຂ້ ພວກເຮົາ ຈະເວົ້າເຣື່ອງ ກາຣຕິດຕໍ່ຂອງໂຣຄ ກາຣດູແລ ປະຕິບັຕ ຕົສ ອາຫາຣ ກາຣກິນແລະ ກໍກາຣຮັກສາ ພວກເຮົາ ຈະ​​ເວົ້າແນວນັ້ນ

ເຈົ້າໜ້າທີ່ລາວຄົນນີ້ໄດ້ກ່າວເນັ້ນວ່າ: ​ໃນປັຈຈຸບັນມີທຶນກາຣຊ່ວຍເຫລືອຈາກ Global Fund ສຳຫລັບຜູ້ປ່ວຍທີ່ຕິດເຊື້ອວັນນະໂຣຄແລະພ້ອມດຽວກັນນັ້ນ ທາງພາຄສ່ວນໜ່ວຍງານຂອງທາງຣັຖບາລ ກໍມີກາຣຈັດກິຈກັມຕ່າງໆເພື່ອຊ່ວຍຊູເຂົ້າສົມທົບກັບຄ່າ​​ໃຊ້ຈ່າຍໃນກາຣຮັກສາປິ່ນປົວພວກຄົນປ່ວຍດັ່ງກ່າວນີ້ຕລອດມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org